ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຫງວຽນແມ້ງເກື່ອງ ໄດ້ລົງກວດກາສະໜາມຢູ່ຕາແສງ ຊວນເຟືອງ, ສະຖານີສູບນ້ຳ Cau Nga ແລະ ຕາແສງ Tay Mo; ໄດ້ຊີ້ນຳໃຫ້ບັນດາໜ່ວຍງານເຄື່ອນໄຫວສູບນ້ຳໃຫ້ສູງສຸດ, ລະບາຍນ້ຳຢ່າງຕັ້ງໜ້າ, ແລະບໍ່ໃຫ້ໄພນ້ຳຖ້ວມທີ່ແກ່ຍາວໄປສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນ.
ທ່ານຫົວໜ້າພະແນ ກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ເຈີ່ນດ້າຍກວາງ ໄດ້ລົງກວດກາວຽກງານຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນຢູ່ໂຮງຮຽນມັດທະຍົມ ລີທ້ວຍກ໋ຽດ, ໂຮງຮຽນມັດທະຍົມປາຍ ຟານຮຸຍຈູ ແລະ ໂຮງຮຽນອະນຸບານ ເຈືອງຮ່ວາ. ທ່ານໄດ້ຮຽກຮ້ອງໃຫ້ບັນດາໂຮງຮຽນມີຄວາມຄ່ອງຕົວໃນແຜນການສອນນັກຮຽນ, ພ້ອມທັງຮັບປະກັນຄວາມປອດໄພຂອງນັກຮຽນ ແລະ ຄູອາຈານ.
ທ່ານຮອງຫົວໜ້າພະແນກກໍ່ສ້າງ ຫງວຽນທ້ຽນເຍີນ ໄດ້ລົງກວດກາເຂດປະສົບໄພນ້ຳຖ້ວມຢູ່ຕາແສງ Xuan Tao (ເມືອງ Bac Tu Liem), ຮຽກຮ້ອງບັນດາຫົວໜ່ວຍຮີບດ່ວນແກ້ໄຂລະບົບລະບາຍນ້ຳ ເພື່ອຫຼຸດຜ່ອນສະພາບນ້ຳຄົງຄ້າງຢູ່ເຂດທີ່ຢູ່ອາໄສ.

ພິເສດ, ຫົວໜ້າພະແນ ກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ຫງວຽນຊວນຟຸກ ໄດ້ລົງກວດກາກົງເຕີ້ຂວາຂອງ Cau ແຕ່ກມ 25+850 - ເຂດຖືກກຳນົດວ່າແມ່ນເຂດຫຼັກແຫຼ່ງ, ຊີ້ນຳບັນດາກຳລັງປະຕິບັດໜ້າທີ່ປະຈຳ 24/7, ຕິດຕາມລະດັບນ້ຳຢ່າງໃກ້ຊິດ ແລະ ໄດ້ຮັບມືຢ່າງທັນການຖ້າຫາກມີສະພາບການບໍ່ປົກກະຕິ.
ຕາມການລາຍງານດ່ວນຂອງບໍລິສັດລະບາຍນ້ຳ ຮ່າໂນ້ຍ ຈຳກັດ, ຍ້ອນອິດທິພົນຂອງພະຍຸເລກ 11 (ແມດໂມ), ແຕ່ຕອນກາງຄືນວັນທີ 6 ຫາວັນທີ 7 ຕຸລາ, ຮ່າໂນ້ຍ ໄດ້ມີຝົນຕົກໜັກເປັນບໍລິເວນກວ້າງ, ນ້ຳຝົນສະເລ່ຍແຕ່ 100 – 180 ມມ, ຢູ່ທ້ອງຖິ່ນ ຮາຍບ໋າຍ 348,8 ມມ, ໂອຈ່າງເດື່ອ 335.25 ມ.ມ. ລະດັບນ້ຳຂອງແມ່ນ້ຳ ເຫີ ຢູ່ ຝາຍ ຮ່າດົງ ບັນລຸ 5,76 ແມັດ, ແມ່ນ້ຳ ລີກ ຢູ່ ຮວ່າງກວກຫວຽດ 5,38 ແມັດ, ທະເລສາບຕາເວັນຕົກ 6,11 ແມັດ.
ມາຮອດເວລາ 10:00 ໂມງຂອງວັນດຽວກັນ, ຍັງມີ 120 ກວ່າຈຸດຖືກນໍ້າຖ້ວມຢູ່ທ້ອງຖີ່ນຫຼາຍສາຍຄື: ຮ່ວາງທັ໋ງ, ໄທ ຮ່າ, ເລດຶກທົວ, ດິ່ງດຶກເຫງ້, ກວາງນິງ, ກວາງຈຸງ (ຮ່າດົງ) ແລະ ບໍລິເວນລຸ່ມຂົວ ທຽນດຶກ (ລອງບຽນ).
ບໍລິສັດທໍ່ລະບາຍນ້ຳຮ່າໂນ້ຍ ພວມປະຕິບັດບັນດາຈັກສູບນ້ຳ 20/20 ຢູ່ສະຖານີ Yen So ແລະ ສະຖານີສູບນ້ຳອີກຫຼາຍແຫ່ງ, ເປີດປະຕູລະບາຍນ້ຳຄຸ້ມຄອງໜອງ, ຈັດຕັ້ງກຳລັງປະຕິບັດໜ້າທີ່ ແລະ ແກ້ໄຂບັນດາເຂດຖືກນ້ຳຖ້ວມຢ່າງທັນການ, ເພື່ອຮັບປະກັນຄວາມປອດໄພຂອງລະບົບລະບາຍນ້ຳທົ່ວນະຄອນ.
ຮູບພາບການນຳນະຄອນ ຮ່າໂນ້ຍ ແລະ ພະແນກກວດກາບາງເຂດຖືກນ້ຳຖ້ວມ:









ທີ່ມາ: https://baotintuc.vn/xa-hoi/ha-noi-con-hon-120-diem-ngap-ung-lanh-dao-thanh-pho-xuong-hien-truong-kiem-tra-20251007124938184.htm
(0)