ທີ່ການພົບປະ, ທີ່ປຶກສາພິເສດສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ ທ່ານ Takebe Tsutomu ໄດ້ໃຫ້ກຽດມາຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ແລະ ໃຫ້ຮູ້ວ່າ: ເປົ້າໝາຍສຳຄັນຂອງການຢ້ຽມຢາມແມ່ນສືບຕໍ່ເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຮ່າໂນ້ຍ ກັບບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນ ຍີ່ປຸ່ນ ໃນອະນາຄົດ.
ຊົມເຊີຍ ຮ່າໂນ້ຍ ກ່ຽວກັບບັນດາຜົນງານທີ່ບັນລຸໄດ້ໃນ 70 ປີຜ່ານມາ ດ້ວຍບັນດາບາດກ້າວພັດທະນາຢ່າງແຮງ, ທ່ານ Takebe Tsutomu ເຊື່ອໝັ້ນວ່າ ນະຄອນຫຼວງ ຈະສືບຕໍ່ມີບາດກ້າວໃໝ່ໃນໄລຍະຈະມາເຖິງ.
ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືພັດທະນາ, ທ່ານ Takebe Tsutomu ໄດ້ສະແດງຄວາມມຸ່ງຫວັງກ່ຽວກັບການພັດທະນາຂອງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (VJU), ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ.
ທ່ານ Takebe Tsutomu ໃຫ້ຮູ້ວ່າ, “ຂ້າພະເຈົ້າເຊື່ອໝັ້ນວ່າ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ສ້າງຜົນ ງານ ດີເດັ່ນໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ທ່ານທີ່ປຶກສາພິເສດສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ ກໍ່ໃຫ້ຮູ້ກ່ຽວກັບໂຄງການສວນສາທາລະນະເຕັກໂນໂລຊີສູງ Hoa Lac, ປາດຖະໜາວ່າ ຮ່າໂນ້ຍ ແລະ ຍີ່ປຸ່ນ ຈະຮ່ວມມືຢ່າງແໜ້ນແຟ້ນກວ່າອີກໃນຂົງເຂດ ວິທະຍາສາດ ເຕັກໂນໂລຢີ, ຊຸກຍູ້ການພັດທະນາແບບຍືນຍົງຂອງສອງປະເທດ.
ຄຽງຂ້າງນັ້ນ, ທ່ານຍັງປາດຖະໜາວ່າ ໃນໄລຍະຈະມາເຖິງບັນດາເຫດການແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ນະຄອນ, ໃນນັ້ນມີ Festival ຫວຽດນາມ - ຍີ່ປຸ່ນ (JVF) 2025 ຈະໄດ້ຮັບການໜູນຊ່ວຍ ແລະ ອຳນວຍຄວາມສະດວກຈາກອຳນາດການປົກຄອງນະຄອນ.
ທ່ານ Takebe Tsutomu ກ່າວວ່າ, ງານບຸນປີນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 450,000 ຄົນ, ເຊື່ອວ່າຈຳນວນນີ້ຈະມີຫຼາຍກວ່າເກົ່າໃນງານທີ່ຈະມາເຖິງ.
ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ Takebe Tsutomu ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ, ແລະ ການຮ່ວມມືລະຫວ່າງ ຮ່າໂນ້ຍ ກັບບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນຂອງ ຮ່າໂນ້ຍ ເວົ້າສະເພາະແມ່ນຂົງເຂດສຶກສາ, ວິທະຍາສາດ ແລະ ວັດທະນະທຳ.
ຕ້ອນຮັບຂໍ້ສະເໜີຂອງທີ່ປຶກສາພິເສດສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຢືນຢັນວ່າ: ມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ກໍ່ຄືສວນເຕັກໂນໂລຊີສູງຮ່ວາລາກ ແມ່ນບັນດາໂຄງການສຳຄັນຂອງນະຄອນ ຮ່າໂນ້ຍ ກໍ່ຄືທົ່ວປະເທດ.
ທ່ານຫົວໜ້າຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຄຳໝັ້ນສັນຍາວ່າ, ໃນຖານະຕຳແໜ່ງຂອງຕົນ, ຈະສືບຕໍ່ສ້າງຄວາມສະດວກໃຫ້ແກ່ບັນດາໂຄງການທີ່ກ່າວມານີ້, ເປັນຕົ້ນແມ່ນບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການສຶກສາ, ເຕັກໂນໂລຊີສູງ, ແລກປ່ຽນວັດທະນະທຳ-ແລກປ່ຽນປະຊາຊົນຢູ່ນະຄອນ, ປະກອບສ່ວນເພີ່ມທະວີ ແລະ ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
ທີ່ມາ: https://kinhtedothi.vn/ha-noi-quan-tam-thuc-day-cac-du-an-hop-tac-voi-nhat-ban.html
(0)