(kontumtv.vn) - ຫວ່າງມໍ່ໆມານີ້, ເມືອງງອກໂຮ່ຍໄດ້ມານະພະຍາຍາມໜູນຊ່ວຍທີ່ດິນຢູ່ອາໄສ ແລະ ທີ່ດິນທຳການຜະລິດໃຫ້ບັນດາຄອບຄົວຊາວເຜົ່າສ່ວນໜ້ອຍຢູ່ເຂດທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຈຸດໝາຍແຫ່ງຊາດກ່ຽວກັບການພັດທະນາ ເສດຖະກິດ - ສັງຄົມຢູ່ບັນດາເຜົ່າ ແລະ ເຂດພູດອຍໄລຍະ 2021-2025.
ເມືອງງອກໂຮ່ມີ 9.038 ຄອບຄົວຊາວເຜົ່າສ່ວນໜ້ອຍ. ມາຮອດປະຈຸບັນ, 99,97% ຈຳນວນຄອບຄົວມີທີ່ດິນຢູ່ອາໄສ; 99,96% ຂອງຄົວເຮືອນມີເນື້ອທີ່ທຳການຜະລິດ. ໃນນັ້ນ, ແຕ່ປີ 2021 ເຖິງປະຈຸບັນ, ທ້ອງຖິ່ນໄດ້ໜູນຊ່ວຍ ແລະ ແກ້ໄຂທີ່ດິນຢູ່ອາໄສໃຫ້ 3 ຄອບຄົວ ແລະ ໜູນຊ່ວຍທີ່ດິນທຳການຜະລິດໃຫ້ 9 ຄອບຄົວຊາວເຜົ່າສ່ວນໜ້ອຍ. ສູ້ຊົນບັນລຸເປົ້າໝາຍ 100% ຄອບຄົວຊົນເຜົ່າມີດິນຢູ່ອາໃສ ແລະ ເນື້ອທີ່ທຳການຜະລິດ, ເມືອງ ງອກໂຮ່ຍ ສືບຕໍ່ໂຄສະນາເຜີຍແຜ່, ລະດົມປະຊາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດແຜນງານເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ບັນດາຊົນເຜົ່າ ແລະ ເຂດພູດອຍ ໄລຍະ 2021-2025; ຜັນຂະຫຍາຍຂັ້ນຕອນການສະໜັບສະໜູນທີ່ດິນທີ່ຢູ່ອາໄສ ແລະ ທີ່ດິນທຳການຜະລິດຕາມລະບຽບການ; ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ພິເສດແມ່ນເຂດຊົນເຜົ່າສ່ວນໜ້ອຍ. ຜ່ານນັ້ນ, ປະກອບສ່ວນແກ້ໄຂສະພາບບໍ່ມີທີ່ດິນຢູ່ອາໄສ ແລະ ເນື້ອທີ່ທຳການຜະລິດຢ່າງທັນການ; ຊ່ວຍເຫຼືອປະຊາຊົນໃຫ້ມີສະຖຽນລະພາບຊີວິດ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ./.
Cat Tien - ຄວາມຄິດເຫັນຂອງປະຊາຊົນ
ທີ່ມາ: https://kontumtv.vn/tin-tuc/van-hoa-the-thao/ho-tro-dat-o-dat-san-xuat-cho-dong-bao-dan-toc-thieu-so






(0)