SGGPO
ກປ.ອອນໄລ - ຕອນບ່າຍວັນທີ 30 ພະຈິກ, ຢູ່ນະຄອນ ຍາຈາງ (ແຂວງ ແຄ໋ງຮ່ວາ), ກະຊວງກະສິກໍາ ແລະພັດທະນາຊົນນະບົດ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງກອງປະຊຸມລັດຖະມົນຕີບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ປະຕິບັດສັນຍາອາຊຽນ (ຄັ້ງທີ 12) ກ່ຽວກັບມົນລະພິດໝອກຄວັນຂ້າມແດນ.
ຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ |
ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງບັນດາການນຳຂັ້ນລັດຖະມົນຕີຈາກ 5 ປະເທດໃນອະນຸພາກພື້ນແມ່ນ້ຳຂອງຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ທ່ານ ເອກກະພົນ ພັນທະວົງ, ຮອງເລຂາທິການໃຫຍ່ອາຊຽນ ເພື່ອວັດທະນະທໍາ ແລະ ສັງຄົມ.
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນກວກຈີ ກ່າວຄຳເຫັນທີ່ກອງປະຊຸມ |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການ, ປຶກສາຫາລືກ່ຽວກັບການແກ້ໄຂ ແລະ ຕັດສິນໃຈສຳຄັນກ່ຽວກັບວຽກງານຄຸ້ມຄອງໄຟປ່າ ແລະ ປ່າໄມ້ ພ້ອມທັງຄຸ້ມຄອງ ແລະ ຄວບຄຸມມົນລະພິດໝອກຄວັນຢູ່ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ໂດຍສະເພາະ ແລະ ປະຊາຄົມອາຊຽນ ໂດຍທົ່ວໄປ ມຸ່ງໄປເຖິງ ອາຊຽນ ປອດໝອກຄວັນ.
ພາບລວມຂອງກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນກວກໄຕ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະທຸ່ມເທບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອປະຕິບັດບັນດາການເຄື່ອນໄຫວຄຸ້ມຄອງປ່າໄມ້ແບບຍືນຍົງ, ປົກປັກຮັກສາ ແລະ ພັດທະນາແຫຼ່ງຊັບພະຍາກອນປ່າ, ໃນນັ້ນການປ້ອງກັນ ແລະ ຕ້ານໄຟໄໝ້ປ່າ ຍາມໃດກໍ່ຖືເປັນສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫວຽດນາມ ຮຽກຮ້ອງໃຫ້ມີການຮ່ວມມືຮອບດ້ານຈາກບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ, ຄວາມມານະພະຍາຍາມຮ່ວມຂອງບັນດາຜູ້ໃຫ້ທຶນ ແລະ ບັນດາອົງການຈັດຕັ້ງສາກົນຮ່ວມມືເພື່ອໃຫ້ປະຊາຄົມ ອາຊຽນ ມີສະພາບແວດລ້ອມສະອາດ ແລະ ພັດທະນາແບບຍືນຍົງ.
ທີ່ມາ
(0)