
ວັນທີ 27 ເມສາ 2022, ລັດຖະບານໄດ້ອອກມະຕິເລກທີ 59 ວ່າດ້ວຍການສືບຕໍ່ທົດລອງສົ່ງຄົນງານຫວຽດນາມໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການຕາມຮູບການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ. ມາຮອດປະຈຸບັນ, ມີ 16 ແຂວງ, ນະຄອນໄດ້ລົງນາມ ແລະ ສົ່ງຄົນງານ 10.000 ກວ່າຄົນໄປເຮັດວຽກຢູ່ ສ.ເກົາຫຼີ ໃນຂອບເຂດໂຄງການແຮງງານຕາມລະດູການ, ຕົ້ນຕໍແມ່ນໃນຂົງເຂດ ກະສິກຳ ເຊັ່ນ: ປູກຝັງ, ເກັບກ່ຽວຜະລິດຕະພັນກະເສດ ແລະ ໃນຂົງເຂດການປະມົງ ແລະ ສິນໃນນ້ຳຈຳນວນໜຶ່ງ. ລາຍຮັບສະເລ່ຍຂອງຄົນງານຕາມລະດູການຢູ່ ສ.ເກົາຫຼີ ແມ່ນແຕ່ 30 – 47 ລ້ານດົ່ງ/ເດືອນ, ບໍ່ລວມເຖິງວຽກເຮັດງານທຳລ່ວງເວລາ. ຄາດຄະເນວ່າ, ພາຍຫຼັງເຮັດວຽກເປັນເວລາ 5 – 8 ເດືອນ, ຄົນງານແຕ່ລະລະດູເກັບລາຍຮັບແຕ່ 150 – 320 ລ້ານດົ່ງ.
ຕາມສະຖິຕິແລ້ວ, ຄວາມຕ້ອງການຮັບຈ້າງແຮງງານຕາມລະດູການໃນຂະແໜງກະສິກຳຂອງ ສ.ເກົາຫຼີ ພວມເພີ່ມຂຶ້ນ. ໃນຊຸມປີມໍ່ໆມານີ້, ສ.ເກົາຫຼີໄດ້ໃຫ້ໂຄຕາສະເລ່ຍ 70.000 – 80.000 ຄົນຕໍ່ປີ ເພື່ອຕອບສະໜອງຄວາມຕ້ອງການແຮງງານຕາມລະດູການຂອງຂະແໜງກະສິກຳ ແລະ ການປະມົງ. ຫຼາຍແຂວງ, ນະຄອນໄດ້ສະເໜີຜັນຂະຫຍາຍການຜັນຂະຫຍາຍການປະຕິບັດໂຄງການເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງແຮງຂອງ ສ.ເກົາຫຼີ ກໍ່ຄືຄວາມຕ້ອງການເຂົ້າຮ່ວມຂອງຄົນງານ ຫວຽດນາມ ເພີ່ມຂຶ້ນ.
ທີ່ມາ: https://quangngaitv.vn/hon-10-000-lao-dong-lam-viec-thoi-vu-tai-han-quoc-6511104.html






(0)