Al Jazeera ລາຍງານວ່າ: ໃນເວລາປະມານ 12 ຊົ່ວໂມງ ແຕ່ວັນທີ 28 – 29 ຕຸລາ, ການໂຈມຕີຂອງ ອິດສະຣາແອນ ໃສ່ເຂດ Gaza ໄດ້ສັງຫານຊາວປາແລັດສະຕິນຢ່າງໜ້ອຍ 104 ຄົນ, ໃນນັ້ນ ມີເດັກນ້ອຍ 46 ຄົນ ແລະ ບາດເຈັບອີກ 253 ຄົນ.
ການໂຈມຕີຄັ້ງລ່າສຸດຄັ້ງນຶ່ງ ໄດ້ແນເປົ້າໃສ່ບ່ອນຕັ້ງເຕັນ ສຳລັບຜູ້ອົບພະຍົບ ທີ່ເມືອງ Deir el-Balah, ທາງພາກກາງຂອງເຂດກາຊາ, ແຫຼ່ງ ຂ່າວການແພດ ບອກກັບ Al Jazeera . ການໂຈມຕີອື່ນໆໄດ້ແນເປົ້າໝາຍໃສ່ເຂດທາງພາກເໜືອແລະພາກໃຕ້ຂອງແຖບນັ້ນ.

ໜ່ວຍປ້ອງກັນພົນລະເຮືອນຂອງປາແລັດສະໄຕນ໌ ຢູ່ເຂດກາຊາ ໄດ້ປະນາມການບຸກໂຈມຕີຂອງ ອິດສະຣາແອນ ແລະ ຮຽກຮ້ອງໃຫ້ມີການຢຸດຍິງຢ່າງທັນການ ແລະ ຮອບດ້ານໃນທົ່ວເຂດກາຊາ.
ໃນຖະແຫຼງການສະບັບໜຶ່ງໃນວັນທີ 29 ຕຸລານີ້, ກອງທັບອິສຣາແອນກ່າວວ່າຕົນໄດ້ຟື້ນຟູການຢຸດຍິງຢູ່ເຂດກາຊາພາຍຫຼັງດຳເນີນການບຸກໂຈມຕີທາງອາກາດຕໍ່ "ເປົ້າໝາຍກໍ່ການຮ້າຍ".
ຜູ້ນຳ ໂລກ ຫຼາຍທ່ານໄດ້ສະແດງຄວາມເປັນຫ່ວງ ແລະຜິດຫວັງຫລັງການໂຈມຕີທາງອາກາດຂອງອິສຣາແອລ. ນາຍົກລັດຖະມົນຕີ ກາຕາ Sheikh Mohammed bin Abdulrahman al-Thani ໄດ້ບັນລະຍາຍການໂຈມຕີດັ່ງກ່າວວ່າ “ໜ້າຜິດຫວັງທີ່ສຸດ”.
ນາຍົກລັດຖະມົນຕີອັງກິດ ທ່ານ Keir Starmer ກ່າວວ່າ ທ່ານ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບການບຸກໂຈມຕີທາງອາກາດ, ຢືນຢັນວ່າ ການຢຸດຍິງແມ່ນ “ເສັ້ນທາງດຽວເພື່ອ ສັນຕິພາບ ທີ່ຍືນຍົງຂອງຊາວ ອິດສະຣາແອນ ແລະ ປາແລັດສະໄຕ”.
ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຢືນຢັນວ່າ ການຢຸດຍິງໂດຍ ວໍຊິງຕັນ ຢູ່ເຂດ Gaza ຍັງຄົງຢູ່.
>>> ເຊີນທ່ານຜູ້ອ່ານເຂົ້າໄປເບິ່ງວີດີໂອເພີ່ມເຕີມ: ອິສຣາແອລ ໂຈມຕີເລບານອນ
ທີ່ມາ: https://khoahocdoisong.vn/israel-tan-cong-vao-gaza-hang-tram-nguoi-thuong-vong-post2149064696.html






(0)