ກປ.ອອນໄລ - ຕອນບ່າຍວັນທີ 13 ກໍລະກົດ, ຢູ່ສວນອຸດສາຫະກໍາສິ່ງທໍ Rang Dong (ເມືອງ Nghia Hung, ແຂວງ Nam Dinh ), ລັດຖະບານແຂວງ Nam Dinh, ກຸ່ມບໍລິສັດ Toray (ຍີ່ປຸ່ນ) ແລະບັນດາຄູ່ຮ່ວມມືໄດ້ຈັດຕັ້ງພິທີເປີດໂຮງງານສີຍ້ອມຜ້າ Top Textiles, ພິເສດແມ່ນການຜະລິດຜ້າແພທີ່ມີລາຄາສູງເພື່ອສົ່ງອອກ.
ເຂົ້າຮ່ວມພິທີມີເລຂາຄະນະພັກແຂວງ ນາມດິ້ງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟ້າມກວາງຕຸ້ງ; ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແມ້ງຮຸ່ງ, ການນຳບັນດາອົງການລົງທຶນຕ່າງປະເທດ ( ກະຊວງແຜນການ ແລະ ການລົງທຶນ ); ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ແລະ ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ນາມດິ່ງ ທ່ານ Tran Anh Dung ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທຸກຝ່າຍໃນການປະຕິບັດໂຄງການ, ພິເສດແມ່ນໃນໄລຍະທີ່ໂລກລະບາດໂຄວິດ-19; ຖືວ່ານີ້ແມ່ນຂີດໝາຍໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດ ຍີ່ປຸ່ນ ເມື່ອເລືອກເຟັ້ນ ນາມດິງ ເປັນຈຸດໝາຍລົງທຶນສຳລັບບັນດາໂຄງການທີ່ມີແຫຼ່ງທຶນລົງທຶນໃຫຍ່.
ກ່ອນໜ້ານັ້ນ, ໃນການພົບປະລະຫວ່າງທ່ານເລຂາພັກແຂວງ ນາມດິງ ທ່ານ Pham Gia Tuc ແລະ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki, 2 ຝ່າຍໄດ້ປຶກສາຫາລືບັນດາເນື້ອໃນຊຸກຍູ້ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ຍີ່ປຸ່ນ ຢູ່ແຂວງ Nam Dinh ກໍ່ຄືການບຳລຸງສ້າງ ແລະ ສະໜອງແຮງງານເພື່ອຮັບໃຊ້ບັນດາໂຄງການຮ່ວມມືລົງທຶນລະຫວ່າງ 2 ຝ່າຍ.
ຕາມຂ່າວແຈ້ງວ່າ, ໂຄງການໂຮງງານຜະລິດແຜ່ນແພຊັ້ນນຳທີ່ລົງທຶນໂດຍກຸ່ມບໍລິສັດ Toray (ຍີ່ປຸ່ນ) ແລະ ບັນດາຄູ່ຮ່ວມມືໄດ້ຮັບອະນຸຍາດຈາກແຂວງ ນາມດິ້ງ ໃນປີ 2019 ດ້ວຍຍອດຈຳນວນທຶນລົງທຶນ 203 ລ້ານ USD, ແລະ ເລີ່ມກໍ່ສ້າງແຕ່ເດືອນ 7/2022 ໃນເນື້ອທີ່ 31,2 ເຮັກຕາ ຢູ່ສວນອຸດສາຫະກຳຕັດຫຍິບ.
ໂຮງງານດັ່ງກ່າວໄດ້ຮັບການອອກແບບດ້ວຍກຳລັງການຜະລິດ 60 ລ້ານແມັດຜ້າກວ້າງ 1,6 ມ/ປີ (ເທົ່າກັບ 96 ລ້ານຕາແມັດຜ້າ/ປີ, 4 ເທົ່າຂອງຄວາມສາມາດຜະລິດຂອງອຸດສາຫະກຳແຜ່ນແພຂອງແຂວງນາມດິງໃນປະຈຸບັນ). ໂຮງງານດັ່ງກ່າວໄດ້ນຳໃຊ້ເຕັກໂນໂລຊີສູງ, ມີຄົນງານບໍ່ໜ້ອຍ, ແລະ ແນໃສ່ເຂົ້າຮ່ວມໃນຕ່ອງໂສ້ຄຸນຄ່າຂອງແຜ່ນແພທົ່ວໂລກ.
ສວນອຸດສາຫະກຳແຜ່ນແພ Rang Dong ກວ້າງກວ່າ 500 ເຮັກຕາ, ຕັ້ງຢູ່ເຂດແຄມທະເລຂອງເມືອງ Nghia Hung, ກໍ່ສ້າງໂດຍແຂວງ Nam Dinh ສະເພາະເພື່ອດຶງດູດບັນດາໂຄງການຕັດຫຍິບ, ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາອຸດສາຫະກຳຕຳ່ແຜ່ນແພຂອງແຂວງ, ເຮັດໃຫ້ແຂວງ Nam Dinh ກາຍເປັນສູນກາງແຜ່ນແພທີ່ສຳຄັນຂອງປະເທດ.
ທີ່ມາ: https://kinhtedothi.vn/nam-dinh-khanh-thanh-nha-may-det-nhuom-hon-200-trieu-usd.html
(0)