ທີ່ກອງປະຊຸມ, ໄດ້ລາຍງານບາງບັນຫາກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 15, ທ່ານເລຂາທິການໃຫຍ່ຄະນະປະຈຳສະພາແຫ່ງຊາດ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໃຫ້ຮູ້ວ່າ: ລັດຖະບານໄດ້ສະເໜີເພີ່ມທະວີບັນດາເນື້ອໃນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນໃຈລວມມີ:
(1) ທົດລອງນຳໃຊ້ນະໂຍບາຍໜູນຊ່ວຍການລົງທຶນໃນຂະແໜງເຕັກໂນໂລຢີສູງ; (2) ການນຳໃຊ້ພາສີລາຍໄດ້ຂອງບໍລິສັດເພີ່ມເຕີມຕາມລະບຽບການຕ້ານການລົບລ້າງຖານພາສີທົ່ວໂລກ; (3) ທົດລອງກົນໄກນະໂຍບາຍເພື່ອລົບລ້າງສິ່ງກີດຂວາງໃນກົດໝາຍຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງການລົງທຶນກໍ່ສ້າງວຽກງານຈະລາຈອນ;
(4) ການເກັບຄ່າເສຍຄ່າທາງໃນການນຳໃຊ້ທາງດ່ວນທີ່ລັດລົງທຶນ; (5) ກົດໝາຍສະບັບໜຶ່ງປັບປຸງກົດໝາຍຫຼາຍສະບັບເພື່ອລົບລ້າງສິ່ງກີດຂວາງໃນຫຼາຍກົດໝາຍທີ່ກ່ຽວຂ້ອງເພື່ອລະດົມແຫຼ່ງກຳລັງໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ, ຮັບໃຊ້ການເຕີບໂຕ;
(6) ປັບປຸງເນື້ອໃນຈໍານວນໜຶ່ງຂອງມະຕິ 53/2017/QH14 ວ່າດ້ວຍບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການຈັດສັນທີ່ດິນ, ຊົດເຊີຍ, ໜູນຊ່ວຍ ແລະ ຍົກຍ້າຍຈັດສັນສະໜາມບິນສາກົນລອງແທ່ງ; (7) ການວາງແຜນອະວະກາດແຫ່ງຊາດ; (8) ການຈັດຕັ້ງປະຕິບັດແຜນການເງິນປີ 2023 ແລະ ແຜນການປີ 2024 ຂອງກອງທຶນການເງິນພິເສດທີ່ລັດຖະບານກາງຄຸ້ມຄອງ;
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ.
(9) ກົນໄກນະໂຍບາຍສະເພາະຈຳນວນໜຶ່ງ ນຳໃຊ້ເຂົ້າໃນໂຄງການລົງທຶນ ໂດຍນຳໃຊ້ລາຍຮັບເຂົ້າງົບປະມານສູນກາງ ໃນປີ 2022 ເພີ່ມຂຶ້ນ ແລະ ນຳໃຊ້ລາຍຮັບ ແລະ ປະຢັດງົບປະມານ ສູນກາງ ໃນປີ 2021 ເພີ່ມຂຶ້ນ ໄດ້ຈັດໃຫ້ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ- ສັງຄົມ ປະຕິບັດນະໂຍບາຍໜູນຊ່ວຍຄ່າເຊົ່າໃຫ້ຜູ້ອອກແຮງງານເກີນດຸນ;
(10) ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ ແລະ ປະຊາຊົນ ຫວຽດນາມ; (11) ອະນຸມັດໃຫ້ອັງກິດເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (CPTPP) ຮອບດ້ານ ແລະ ກ້າວໜ້າ.
ກ່ຽວກັບບັນດາເນື້ອໃນທີ່ກ່າວມານີ້, ທ່ານ ເຈືອງເຕີນຊາງ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ລັດຖະບານພຽງແຕ່ໄດ້ສົ່ງເອກະສານບັນດາເນື້ອໃນ (1), (2), (3) ແລະ (6), ໃນນັ້ນເນື້ອໃນ (1), (2) ແລະ (6) ໄດ້ຮັບການຈັດຕັ້ງໂດຍຄະນະປະຈຳສະພາແຫ່ງຊາດພິຈາລະນາໃນກອງປະຊຸມໃນເດືອນ 9/2023.
ປະຈຸບັນ, ບັນດາເນື້ອໃນດັ່ງກ່າວໄດ້ຖືກຈັດເຂົ້າໃນວາລະສະເໜີຂອງກອງປະຊຸມຄັ້ງທີ 6; ເນື້ອໃນ (3) ພວມກະກຽມໃຫ້ແກ່ການຄົ້ນຄວ້າ ແລະ ກວດກາ ໂດຍຄະນະກຳມະການເສດຖະກິດ ເພື່ອສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃນກອງປະຊຸມເດືອນຕຸລາ 2023, ສະນັ້ນ ຈຶ່ງບໍ່ສະເໜີໃຫ້ຈັດເຂົ້າໃນວາລະທີ່ສະເໜີມານັ້ນ ເມື່ອສົ່ງໃຫ້ບັນດາຜູ້ແທນສະພາແຫ່ງຊາດປະກອບຄຳເຫັນ.
ອີງຕາມການສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດ, ຖ້າເອກະສານມີຄຸນສົມບັດຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕັດສິນກ່ຽວກັບບັນດາເນື້ອໃນດັ່ງກ່າວໃນກອງປະຊຸມຄັ້ງທີ 6.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.
ພາຍຫຼັງກອງປະຊຸມເດືອນ ກັນຍາ 2023, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນໃສ່ເນື້ອໃນສ່ວນຫຼາຍຂອງກອງປະຊຸມ, ໃນນັ້ນ ມີສືບຕໍ່ປະກອບຄຳຄິດຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ). ເນື້ອໃນກ່ຽວກັບເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ, ບົດລາຍງານຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ບັນດາບັນຫາສຳຄັນອື່ນໆຈະໄດ້ຮັບການປະກອບຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດໃນກອງປະຊຸມເດືອນ 10/2023.
ຍ້ອນເນື້ອໃນໃຫຍ່ຫຼວງສະເໜີຕໍ່ສະພາແຫ່ງຊາດຊຸດທີ 6 ດ້ວຍຫຼາຍເນື້ອໃນທີ່ຫຍຸ້ງຍາກ ແລະ ສັບສົນ, ເພື່ອຮັບປະກັນເວລາໃຫ້ບັນດາຜູ້ແທນສະພາແຫ່ງຊາດຄົ້ນຄວ້າບັນດາເອກະສານຢ່າງຮອບຄອບ, ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ຊີ້ນຳບັນດາອົງການທີ່ກ່ຽວຂ້ອງຮີບດ່ວນບັນດາເນື້ອໃນເພື່ອສົ່ງໃຫ້ບັນດາຜູ້ແທນສະພາແຫ່ງຊາດຕາມເວລາ; ພ້ອມກັນນັ້ນ, ສືບຕໍ່ເຜີຍແຜ່ລາຍຊື່ອົງການທີ່ກ່ຽວຂ້ອງທີ່ຊັກຊ້າໃນການສົ່ງເອກະສານຂອງກອງປະຊຸມ.
ເວລາເຮັດວຽກທັງໝົດຂອງສະພາແຫ່ງຊາດຄາດວ່າຈະແມ່ນ 25 ວັນ; ເປີດ 23 ຕຸລາ 2023 ແລະ ປິດໃນຕອນເຊົ້າຂອງວັນທີ 29 ພະຈິກ 2023, ລວມທັງການຈັດກອງປະຊຸມສະພາແຫ່ງຊາດເຮັດວຽກ 03 ວັນເສົາ. ສະພາແຫ່ງຊາດຈະພົບປະທີ່ຫໍສະພາແຫ່ງຊາດ. ກອງປະຊຸມຈະດຳເນີນເປັນ 2 ໄລຍະຄື:
ໄລຍະທີ 1 ແມ່ນ 20,5 ວັນ: ແຕ່ວັນທີ 23 ຕຸລາ ຫາ ຕອນເຊົ້າວັນທີ 16 ພະຈິກ 2023; ໄລຍະທີ 2 ແມ່ນ 4,5 ວັນ: ແຕ່ວັນທີ 24 ພະຈິກ ເຖິງວັນທີ 29 ພະຈິກ 2023 .
ທີ່ມາ
(0)