ກປ.ອອນໄລ - ຕອນບ່າຍວັນທີ 17 ເມສາ, ຢູ່ ຮ່າໂນ້ຍ , ຄະນະຊີ້ນໍາການປະຕິຮູບດ້ານບໍລິຫານຂອງລັດຖະບານໄດ້ຈັດຕັ້ງພິທີປະກາດດັດຊະນີຄວາມເພິ່ງພໍໃຈກ່ຽວກັບການບໍລິການດ້ານບໍລິຫານປີ 2023 (SIPAS) ແລະ ດັດຊະນີການປະຕິຮູບດ້ານບໍລິຫານ 2023 (PAR INDEX) ຂອງບັນດາກະຊວງ, ອົງການຂັ້ນກະຊວງ, ຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນສູນກາງ.
ຕາມໝາກຜົນທີ່ໄດ້ປະກາດແລ້ວ, ແຂວງ ລາວກາຍ ໄດ້ຈັດອັນດັບທີ 6 ໃນທົ່ວປະເທດໃນດ້ານດັດຊະນີ SIPAS ດ້ວຍມູນຄ່າສະເລ່ຍ 88,76%, ເພີ່ມຂຶ້ນ 5 ບ່ອນເມື່ອທຽບໃສ່ປີ 2022.

ກ່ຽວກັບດັດຊະນີການປະຕິຮູບດ້ານບໍລິຫານ (PAR INDEX), ໃນປີ 2023, ແຂວງລາວກາຍ ໄດ້ຈັດອັນດັບທີ 7 ໃນທົ່ວປະເທດ ດ້ວຍມູນຄ່າສະເລ່ຍ 90,60%, ເປັນອັນດັບໜຶ່ງໃນທົ່ວປະເທດ, ເພີ່ມຂຶ້ນ 4 ອັນດັບເມື່ອທຽບໃສ່ປີ 2022.

ໝາກຜົນດັ່ງກ່າວສະແດງໃຫ້ເຫັນວ່າ, ການປະຕິຮູບດ້ານບໍລິຫານຢູ່ແຂວງ ລາວກາຍ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່, ລະດົມການເຂົ້າຮ່ວມຂອງທຸກຂັ້ນ, ຂະແໜງການເພື່ອກໍ່ສ້າງການບໍລິຫານທີ່ເປັນມິດ, ທັນສະໄໝ ແລະ ໂປ່ງໃສ.

ດ້ວຍທັດສະນະຖືຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ນັກທຸລະກິດເປັນມາດຕະການປະຕິບັດງານຂອງລັດຖະບານ, ແຂວງ ລາວກາຍ ຍາມໃດກໍ່ຖືປະຊາຊົນເປັນໃຈກາງຂອງຂະບວນການພັດທະນາ. ແຂວງໄດ້ຍູ້ແຮງການປະຕິຮູບດ້ານບໍລິຫານ, ສຸມໃສ່ປະຕິຮູບລະບຽບການບໍລິຫານ; ຕັ້ງໜ້າຫຼຸດຜ່ອນເວລາໃນການດຳເນີນຂັ້ນຕອນເມື່ອທຽບໃສ່ລະບຽບການ; ເພີ່ມທະວີການປະຕິບັດການບໍລິການສາທາລະນະທາງອອນລາຍ...
ທີ່ມາ






(0)