ຕາມຕົວເລກທີ່ເປີດເຜີຍໃນຕອນເຊົ້າວັນທີ 6 ພະຈິກນີ້, ຂອງກົມສະຖິຕິທົ່ວໄປ ກະຊວງການເງິນ ໃຫ້ຮູ້ວ່າ: ໃນເດືອນຕຸລາຜ່ານມາ, ນັກທ່ອງທ່ຽວສາກົນມາຫວຽດນາມບັນລຸ 1,73 ລ້ານເທື່ອຄົນ (ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ເດືອນກັນຍາ ແລະ ເພີ່ມຂຶ້ນ 22,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024). ໃນ 10 ເດືອນຜ່ານມາ, ນັກທ່ອງທ່ຽວສາກົນເຂົ້າປະເທດເຮົາບັນລຸເກືອບ 17,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ເປັນທີ່ສັງເກດ, ຕະຫຼາດສົ່ງນັກທ່ອງທ່ຽວໃຫຍ່ສ່ວນໃຫຍ່ໄດ້ເພີ່ມຂຶ້ນເຊັ່ນ: ຈີນ, ເກົາຫຼີ, ໄຕ້ຫວັນ (ຈີນ), ອາເມລິກາ, ອົດສະຕາລີ, ກຳປູເຈຍ, ເພີ່ມຂຶ້ນ 10-24% ເມື່ອທຽບໃສ່ເດືອນກັນຍາ. ພຽງແຕ່ນັກທ່ອງທ່ຽວຈາກຍີ່ປຸ່ນໃນເດືອນນີ້ຫຼຸດລົງ, ພຽງແຕ່ 77% ເມື່ອທຽບກັບເດືອນກ່ອນ.
ຕາມປົກກະຕິ, ເດືອນຕຸລາແມ່ນຕົ້ນລະດູ ການທ່ອງທ່ຽວ ສາກົນສູງສຸດ, ສະນັ້ນ ການບັນລຸຕົວເລກນີ້ນັບແຕ່ຕົ້ນລະດູການສະແດງໃຫ້ເຫັນວ່າ, ຫວຽດນາມ ພວມກາຍເປັນສະຖານທີ່ດຶງດູດນັກທ່ອງທ່ຽວຕ່າງປະເທດ. ແນວໃດກໍດີ, ຖ້າຄິດໄລ່ຍອດຈຳນວນນັກທ່ອງທ່ຽວສາກົນທີ່ມາຫວຽດນາມ ໃນ 10 ເດືອນຜ່ານມາ, ຈຳນວນນັກທ່ອງທ່ຽວສາກົນທີ່ມາຫວຽດນາມ ບັນລຸພຽງປະມານ 75% ຂອງຄາດໝາຍທີ່ໄດ້ປະກາດໃນຕົ້ນປີແມ່ນ 22-23 ລ້ານເທື່ອຄົນ.
ບັນດາການນຳຂອງກົມສະຖິຕິກ່າວວ່າ, ຍ້ອນບັນດານະໂຍບາຍວີຊາທີ່ເປັນເອື້ອອຳນວຍ, ບັນດາໂຄງການສົ່ງເສີມການທ່ອງທ່ຽວ ແລະ ເຄື່ອນໄຫວສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆ, ຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນເດືອນຕຸລາ, ແລະ ຄາດວ່າຈຳນວນນັກທ່ອງທ່ຽວຈະສືບຕໍ່ເພີ່ມຂຶ້ນໃນທ້າຍປີ.
ບັນດາຈຸດທ່ອງທ່ຽວສຳຄັນຄື: ຮ່າໂນ້ຍ , ນະຄອນໂຮ່ຈິມິນ, ກວາງນິງ, ແຄ໋ງຮ່ວາ ແລະ ຝູ໋ກວກ ລ້ວນແຕ່ມີນັກທ່ອງທ່ຽວສາກົນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອດຶງດູດການພັກເຊົາທີ່ຍາວນານ ແລະ ການໃຊ້ຈ່າຍຫຼາຍກວ່າເກົ່າ, ແຫຼ່ງທ່ອງທ່ຽວໃໝ່ຫຼາຍແຫ່ງ, ຜະລິດຕະພັນທ່ອງທ່ຽວ, ການທ່ອງທ່ຽວຂຽວ, ການທ່ອງທ່ຽວວັດທະນະທຳ ຫວຽດນາມ ໄດ້ຮັບການລົງທຶນຢ່າງເປັນລະບົບກວ່າໃນໄລຍະມໍ່ໆມານີ້.

ຄຽງຄູ່ກັບການເພີ່ມຂຶ້ນຂອງນັກທ່ອງທ່ຽວສາກົນ, ລາຍຮັບຈາກການທ່ອງທ່ຽວໃນ 10 ເດືອນຜ່ານມາບັນລຸ 77.400 ຕື້ດົ່ງ, ເພີ່ມຂຶ້ນ 19,8%; ລາຍຮັບຈາກການບໍລິການທີ່ພັກອາຫານ 695.100 ຕື້ດົ່ງ, ເພີ່ມຂຶ້ນ 14,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2004.
ໃນເດືອນສິງຫາ 2025, ລັດຖະບານໄດ້ອອກມະຕິເລກທີ 226 ວ່າດ້ວຍເປົ້າໝາຍການເຕີບໂຕຂອງຂະແໜງອຸດສາຫະກຳ, ຂະແໜງການ, ທ້ອງຖິ່ນ, ວຽກງານ ແລະ ວິທີແກ້ໄຂຕົ້ນຕໍເພື່ອຮັບປະກັນການເຕີບໂຕຂອງປະເທດໃນປີ 2025 ບັນລຸ 8,3 – 8,5%. ສຳລັບຂະແໜງການທ່ອງທ່ຽວ, ລັດຖະບານໄດ້ວາງເປົ້າໝາຍສູ້ຊົນໃຫ້ມີນັກທ່ອງທ່ຽວສາກົນໃຫ້ໄດ້ຢ່າງໜ້ອຍ 25 ລ້ານເທື່ອຄົນໃນຕະຫຼອດປີ.
ຕາມບັນດານັກຊ່ຽວຊານດ້ານອຸດສາຫະກຳແລ້ວ, ດ້ວຍຈັງຫວະການເຕີບໂຕທີ່ກ່າວມາຂ້າງເທິງນັ້ນ, ປີ 2025 ຈະເປັນປີທີ່ຂະແຫນງການທ່ອງທ່ຽວຂອງປະເທດມີໂອກາດສ້າງສະຖິຕິໃໝ່ໃນຈຳນວນນັກທ່ອງທ່ຽວ, ລື່ນກາຍ 18 ລ້ານຄົນໃນປີ 2019. ເຖິງຢ່າງໃດກໍ່ຕາມ, ການບັນລຸເປົ້າໝາຍຕາມການມອບໝາຍຂອງລັດຖະບານແມ່ນສິ່ງທ້າທາຍໃຫຍ່ຫຼວງ.
ເພື່ອບັນລຸເປົ້າໝາຍ 22-23 ລ້ານຄົນ, ການທ່ອງທ່ຽວຕ້ອງຕ້ອນຮັບນັກທ່ອງທ່ຽວຕື່ມອີກ 4,7-5,7 ລ້ານຄົນໃນ 2 ເດືອນທ້າຍປີ (ສະເລ່ຍ 2,35-2,85 ລ້ານຄົນ/ເດືອນ). ໃນຂະນະນັ້ນ, ຈຳນວນແຂກທ່ອງທ່ຽວ 1,73 ລ້ານເທື່ອຄົນໃນເດືອນຕຸລາແມ່ນລະດັບສູງເປັນປະຫວັດການ, ແລະ ຕ້ອງການຈະເພີ່ມຂຶ້ນຢ່າງວ່ອງໄວເປັນປະມານ 2,5 ລ້ານເທື່ອຄົນຕໍ່ເດືອນເປັນເວລາ 2 ເດືອນຕິດກັນ, ແມ່ນບໍ່ເຄີຍມີມາກ່ອນ.
ເປົ້າໝາຍສູງດັ່ງກ່າວສາມາດສ້າງຄວາມກົດດັນອັນໃຫຍ່ຫຼວງຕໍ່ພື້ນຖານໂຄງລ່າງ ແລະຊັບພະຍາກອນມະນຸດຂອງອຸດສາຫະກຳທັງໝົດ. ບັນດາຜູ້ຊ່ຽວຊານຖືວ່າ, ດ້ວຍຈັງຫວະເຕີບໂຕດັ່ງກ່າວ, ການທ່ອງທ່ຽວ ຫວຽດນາມ ມີພື້ນຖານໃຫ້ນັກທ່ອງທ່ຽວລື່ນກາຍ 20 ລ້ານເທື່ອຄົນ. ນີ້ກໍ່ແມ່ນຂີດໝາຍໃໝ່ຂອງອຸດສາຫະກຳ./.
ທີ່ມາ: https://www.vietnamplus.vn/luong-khach-quoc-te-den-viet-nam-pha-ky-luc-sau-10-thang-nam-2025-post1075350.vnp






(0)