ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ວັນທີ 25-26 ກັນຍາ 2025, ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຕາມຄຳເຊີນຂອງກະຊວງ ເພື່ອຜັນຂະຫຍາຍການຮ່ວມມືດ້ານຊັບສິນທາງປັນຍາ ແລະ ນະວັດຕະກຳ.
ຈຸດສຸມຂອງການຢ້ຽມຢາມແມ່ນການພົບປະລະຫວ່າງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຜູ້ອຳນວຍການໃຫຍ່ WIPO. 2 ຝ່າຍຈະປຶກສາຫາລືກ່ຽວກັບທ່າອ່ຽງຂອງໂລກກ່ຽວກັບຊັບສິນທາງປັນຍາ ແລະ ນະວັດຕະກຳ, ທິດທາງໃຫຍ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ຊັບສິນທາງປັນຍາ ແລະ ການຫັນເປັນດີຈີຕອນ, ປຶກສາຫາລືບາງຂໍ້ສະເໜີເພື່ອຊຸກຍູ້ບັນດາການເຄື່ອນໄຫວຊັບສິນທາງປັນຍາ ແລະ ນະວັດຕະກຳຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
ພາຍໃຕ້ການເປັນສັກຂີພິຍານຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຫ້ອງການຊັບສິນທາງປັນຍາແຫ່ງຊາດ ແລະ WIPO ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຊັບສິນທາງປັນຍາ, ຂໍ້ຕົກລົງທີ່ກວມເອົາທຸກຂົງເຂດຂອງການຮ່ວມມືດ້ານຊັບສິນທາງປັນຍາ, ນັບແຕ່ການພັດທະນານະໂຍບາຍ ແລະ ກົດໝາຍກ່ຽວກັບຊັບສິນທາງປັນຍາ ຈົນເຖິງການສ້າງຈິດສຳນຶກ, ບຳລຸງສ້າງຊັບພະຍາກອນມະນຸດ, ໜູນຊ່ວຍວິສາຫະກິດ ແລະ ຍົກລະດັບຄວາມສາມາດໃຫ້ແກ່ຫ້ອງການຊັບສິນທາງປັນຍາແຫ່ງຊາດ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະເປີດພາກໃໝ່ຂອງການຮ່ວມມືລະຫວ່າງຫວຽດນາມ ແລະ WIPO ໃນຂົງເຂດຊັບສິນທາງປັນຍາ, ພິເສດແມ່ນໃນທ່າອ່ຽງ ຂອງໂລກ ຫັນຈາກການປົກປັກຮັກສາໄປສູ່ການຄ້າສິດທິຊັບສິນທາງປັນຍາ, ພ້ອມນັ້ນຍັງຢືນຢັນການຊີ້ນໍາ-ນໍາພາຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີ ໃນຂົງເຂດຊັບສິນທາງປັນຍາໃນໄລຍະໃໝ່.
ໃນໄລຍະຢ້ຽມຢາມ, ຜູ້ອຳນວຍການໃຫຍ່ WIPO ຈະເຂົ້າຮ່ວມກອງປະຊຸມແນະນຳດັດຊະນີນະວັດຕະກຳສາກົນ (GII) 2025. ກອງປະຊຸມຈະສະໜອງຂໍ້ມູນຫຼ້າສຸດກ່ຽວກັບບົດລາຍງານ GII 2025 ແລະ ໝາກຜົນຂອງຫວຽດນາມ, ການດັດແປງວິທີການ, ຄວາມໝາຍຂອງດັດຊະນີ, ທ່າອ່ຽງປະດິດສ້າງ ແລະ ຄວາມມຸ່ງຫວັງປະດິດສ້າງຂອງຫວຽດນາມ ໃນຊຸມປີຕໍ່ໜ້າ.
ຈຸດເດັ່ນອັນສຳຄັນຂອງໂຄງການແມ່ນການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຜູ້ອຳນວຍການໃຫຍ່ WIPO ກັບບັນດາຜູ້ນຳ ແລະ ພະນັກງານຂອງຫ້ອງການຊັບສິນທາງປັນຍາ. ທີ່ການເຮັດວຽກ, ຫ້ອງການຊັບສິນທາງປັນຍາຈະແບ່ງປັນບາງຜົນງານທີ່ພົ້ນເດັ່ນໃນການຮ່ວມມືກັບ WIPO ໃນໄລຍະຜ່ານມາ ແລະ ທິດທາງພັດທະນາໃນໄລຍະຈະມາເຖິງ.
ທີ່ສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມມະນາຄົມ, ທ່ານຜູ້ອຳນວຍການໃຫຍ່ WIPO ຈະພົວພັນ ແລະ ປຶກສາຫາລືກັບລຸ້ນໜຸ່ມ ຫວຽດນາມ ດ້ວຍຫົວຂໍ້: “WIPO ແລະ ການເດີນທາງສ້າງລະບົບນິເວດຊັບສິນທາງປັນຍາ ເພື່ອສົ່ງເສີມນະວັດຕະກຳໃຫ້ແກ່ລຸ້ນໜຸ່ມ ຫວຽດນາມ”.
ໃນໂອກາດດຽວກັນ, ບັນດາການນຳ WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະເປັນສັກຂີພິຍານພິທີເປີດສະຫຼອງພັນທະມິດການຮ່ວມມືດ້ານຊັບສິນທາງປັນຍາ ແລະ ນະວັດຕະກຳ ດ້ວຍບັນດາເນື້ອໃນການຮ່ວມມືຄື: ໂຄງການຝຶກອົບຮົມການຮຽນຮູ້ຂອງ WIPO ເປັນທ້ອງຖິ່ນ ແລະ ຜັນຂະຫຍາຍຢ່າງກວ້າງຂວາງຢູ່ ຫວຽດນາມ; ຈັດຕັ້ງໂຮງຮຽນລະດູຮ້ອນ WIPO ຢູ່ ຫວຽດນາມ ທຸກໆປີ; ກໍ່ສ້າງ ແລະ ພັດທະນາຍີ່ຫໍ້, ຄຸ້ມຄອງຊັບສິນບໍ່ມີຕົວຕົນ, ການເງິນ/ການປະເມີນມູນຄ່າຊັບສິນທາງປັນຍາ; ເຊີນບັນດາວິສາຫະກິດໃນລະບົບນິເວດ Startup ຂອງຫວຽດນາມ ເຂົ້າຮ່ວມ; ຢ້ຽມຢາມສະຖານທີ່ວາງສະແດງຜະລິດຕະພັນນະວັດຕະກຳຂອງລຸ້ນໜຸ່ມຫວຽດນາມ.
ນອກນີ້, ໃນຂອບເຂດການຢ້ຽມຢາມ, ຜູ້ອຳນວຍການໃຫຍ່ WIPO ຈະມີການພົບປະໃຫ້ແກ່ບັນດາການນຳລັດຖະບານ; ສົມທົບກັບກຸ່ມບໍລິສັດ Viettel, ກະຊວງອຸດສາຫະກໍາ ແລະການຄ້າ, ກະຊວງການຕ່າງປະເທດ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍກ່ຽວກັບຊັບສິນທາງປັນຍາກັບບັນດາກະຊວງ ເວົ້າສະເພາະ ແລະການພົວພັນຮ່ວມມືກັບຫວຽດນາມ ເວົ້າລວມ.
ໃນສະພາບເສດຖະກິດທີ່ອີງໃສ່ຄວາມຮູ້ ແລະ ໂລກາພິວັດ, ຊັບສິນທາງປັນຍານັບມື້ນັບກາຍເປັນຊັບສິນຍຸດທະສາດຂອງບັນດາປະເທດ. ສຳລັບຫວຽດນາມ, ເກືອບເຄິ່ງສັດຕະວັດຂອງການຮ່ວມມືກັບ WIPO (ແຕ່ປີ 1976 ຮອດປະຈຸບັນ) ໄດ້ຊ່ວຍສ້າງລະບົບນິເວດຊັບສິນທາງປັນຍາທີ່ນັບມື້ນັບເປັນລະບົບ, ໃນນັ້ນກະຊວງວິທະຍາສາດ ແລະ ເຕັກໂນໂລຊີມີບົດບາດສ້າງນະໂຍບາຍ, ສຳນັກງານຊັບສິນທາງປັນຍາແຫ່ງຊາດແມ່ນຫົວໜ່ວຍປະຕິບັດແຖວໜ້າ.
ຫວຽດນາມ ເຂົ້າເປັນສະມາຊິກ WIPO ໃນປີ 1976. 1 ທົດສະວັດຕໍ່ມາ, ການຢ້ຽມຢາມຂອງທ່ານ Árpád Bogsch ຜູ້ອຳນວຍການໃຫຍ່ WIPO (1986) ໄດ້ເປີດໄລຍະການຮ່ວມມືຮອບດ້ານ. ນັບແຕ່ນັ້ນມາ, ການນຳ WIPO ຫຼາຍລຸ້ນຄົນໄດ້ມາຢ້ຽມຢາມຫວຽດນາມ, ໃນນັ້ນມີທ່ານ Francis Gurry (2010, 2017) ແລະ ຜູ້ອຳນວຍການໃຫຍ່ Daren Tang (2025)./.
ທີ່ມາ: https://www.vietnamplus.vn/mo-rong-hop-tac-so-huu-tri-tue-va-doi-moi-sang-tao-voi-wipo-post1063536.vnp
(0)