SGGPO
ຕາມຂ່າວສານ Reuters, ຕອນເຊົ້າວັນທີ 28/10 (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະກັບທ່ານລັດຖະມົນຕີ ການຕ່າງປະເທດ ຈີນ Wang Yi ເປັນເວລາ 1 ຊົ່ວໂມງ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ.
ຕາມໂຄສົກສະພາຄວາມໝັ້ນຄົງແຫ່ງຊາດອາເມລິກາ John Kirby ແລ້ວ, ກອງປະຊຸມດັ່ງກ່າວມີທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ Jake Sullivan ແລະ ລັດຖະມົນຕີການຕ່າງປະເທດ Antony Blinken. ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Biden ໄດ້ຕີລາຄາວ່ານີ້ແມ່ນ “ກາລະໂອກາດທີ່ດີ” ແລະ “ການພັດທະນາໃນທາງບວກ”. ທຳນຽບຂາວໄດ້ອອກຖະແຫຼງການໂດຍກ່າວວ່າ ປະທານາທິບໍດີ Biden ກ່າວຕໍ່ລັດຖະມົນຕີການຕ່າງປະເທດ Wang Yi ວ່າ 2 ປະເທດຕ້ອງຈັດການແຂ່ງຂັນໃນການພົວພັນຢ່າງມີຄວາມຮັບຜິດຊອບ ແລະຮັກສາສາຍພົວພັນທີ່ເປີດກວ້າງ.
ຖະແຫຼງການຂອງທຳນຽບຂາວຍັງໄດ້ແຈ້ງໃຫ້ຊາບວ່າ, ທ່ານປະທານປະເທດ Biden ໄດ້ເຊື້ອເຊີນທ່ານປະທານປະເທດ Xi Jinping ໄປ San Francisco ໃນເດືອນໜ້າ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC). ຈີນຍັງບໍ່ທັນຢືນຢັນການໄປຮອດຂອງປະທານປະເທດ Xi Jinping ທີ່ San Francisco ໃນເດືອນໜ້າ. ການນຳສອງປະເທດຂອງອາເມລິກາແລະຈີນໄດ້ພົບປະຄັ້ງສຸດທ້າຍໃນກອງປະຊຸມສຸດຍອດທີ່ເກາະບາຫຼີຂອງອິນໂດເນເຊຍໃນເດືອນພະຈິກປີ 2022.
ໃນໄລຍະຢ້ຽມຢາມອາເມລິກາເປັນເວລາ 2 ວັນ, ທ່ານຫວາງຢີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ Anthony Blinken ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ. ຕາມທ່ານ Kirby ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ Wang Yi ໄດ້ມີ “ການສົນທະນາທີ່ມີລັກສະນະສ້າງສັນ” ກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ Jake Sullivan.
ທ່ານປະທານາທິບໍດີອາເມລິກາ Joe Biden ແລະລັດຖະມົນຕີການຕ່າງປະເທດຈີນ Wang Yi. ພາບ: REUTERS |
ທີ່ມາ
(0)