ຍີ່ປຸ່ນປະກາດແຜນການຍົກຍ້າຍປະຊາຊົນປະມານ 120,000 ຄົນອອກຈາກໝູ່ເກາະພາກໃຕ້ຂອງຕົນໃກ້ກັບໄຕ້ຫວັນໃນກໍລະນີເກີດເຫດສຸກເສີນ.
ຂ່າວສານກຽວໂດລາຍງານໃນວັນທີ 27 ມີນານີ້ວ່າ, ລັດຖະບານຍີ່ປຸ່ນໄດ້ປະກາດແຜນການຍົກຍ້າຍປະຊາຊົນອອກຈາກເກາະຕ່າງໆໃກ້ກັບໄຕ້ຫວັນໃນກໍລະນີສຸກເສີນ.
ຕາມນັ້ນແລ້ວ, ກຳປັ່ນ ແລະ ຍົນຈະຂົນສົ່ງຊາວອາໄສປະມານ 110.000 ຄົນ ແລະ ນັກທ່ອງທ່ຽວ 10.000 ຄົນຈາກໝູ່ເກາະ Sakishima ແຂວງ Okinawa ໄປຍັງ 8 ແຂວງພາກຕາເວັນຕົກສຽງໃຕ້ ແລະ ຕາເວັນຕົກຂອງຍີ່ປຸ່ນ ພາຍໃນ 6 ວັນຕາມແຜນການ.
ກອງກຳລັງປ້ອງກັນຕົວຂອງຍີ່ປຸ່ນດຳເນີນການຊ້ອມຮົບຍົກຍ້າຍຢູ່ເກາະ Yonaguni ທາງຕາເວັນຕົກສຸດຂອງແຂວງ Okinawa ໃນປີ 2023.
ດ້ວຍຄວາມເປັນຫ່ວງກ່ຽວກັບຄວາມເຄັ່ງຕຶງໃນພາກພື້ນບ້ານໃກ້ເຮືອນຄຽງ, ລັດຖະບານ ຍີ່ປຸ່ນກ່າວວ່າ ຕົນຈະດຳເນີນການຊ້ອມຮົບຍົກຍ້າຍອອກຈາກແຂວງ Okinawa ໃນງົບປະມານ 2026, ແຕ່ເດືອນເມສາໜ້ານີ້.
ຄາດວ່າຜູ້ອົບພະຍົບຈະຖືກຍົກຍ້າຍໄປຍັງສະໜາມບິນ ແລະ ທ່າເຮືອບາງແຫ່ງຢູ່ເກາະ Kyushu ທາງພາກຕາເວັນອອກສຽງເໜືອຂອງແຂວງ Okinawa ໂດຍເຮືອບັກ ຫຼືຍົນສ່ວນຕົວ ກ່ອນຈະສືບຕໍ່ໄປຍັງຈຸດອົບພະຍົບອື່ນໆ.
ລັດຖະບານຍີ່ປຸ່ນກ່າວວ່າ ແຜນການດັ່ງກ່າວບໍ່ໄດ້ແນເປົ້າໃສ່ສະຖານະການສະເພາະແຕ່ເກາະດອນທັງໝົດຂອງປະເທດທີ່ສາມາດອົບພະຍົບໄດ້ນັ້ນແມ່ນຕັ້ງຢູ່ໃກ້ກັບໄຕ້ຫວັນ, ໂດຍເກາະ Yonaguni ຫ່າງຈາກດິນແດນປະມານ 100 ກິໂລແມັດເທົ່ານັ້ນ.
ຈີນຖືໄຕ້ຫວັນເປັນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກດິນແດນຂອງຕົນ ແລະໄດ້ເປີດໂອກາດໃນການໃຊ້ກຳລັງເພື່ອໂຮມເຂົ້າເປັນເອກະພາບກັນຄືນໃໝ່. ສະຫະລັດຍັງຮັກສານະໂຍບາຍຍຸດທະສາດທີ່ມີຄວາມບໍ່ແນ່ນອນຕໍ່ໄຕ້ຫວັນແລະ, ເຖິງແມ່ນວ່າມັນບໍ່ມີສາຍພົວພັນທີ່ເປັນທາງການ, ແຕ່ໄດ້ຖືກຜູກມັດໂດຍກົດຫມາຍທີ່ຈະໃຫ້ Taipei ມີຄວາມສາມາດໃນການປ້ອງກັນຕົນເອງ.
ຕາມຂ່າວສານກຽວໂດແລ້ວ, ໄຕ້ຫວັນໄດ້ຮັບຖືວ່າແມ່ນຈຸດພິເສດ ທາງການທະຫານ ທີ່ສາມາດດຶງດູດອາເມລິກາເຂົ້າສູ່ຄວາມຂັດແຍ່ງກັບຈີນ, ເປັນການທ້າທາຍດ້ານຄວາມປອດໄພຢ່າງຮ້າຍແຮງຕໍ່ຍີ່ປຸ່ນ, ແມ່ນພັນທະມິດທີ່ສຳຄັນຂອງອາເມລິກາຢູ່ອາຊີ.
ທ່ານ Hayashi Yoshimasa ຫົວໜ້າຄະນະລັດຖະມົນຕີກ່າວໃນວັນທີ 27 ມີນານີ້ວ່າ: ແຜນການອົບພະຍົບໄດ້ຖືກອອກແບບເພື່ອຊຸກຍູ້ການສົນທະນາກ່ຽວກັບການອົບພະຍົບປະຊາຊົນ "ພາຍໃຕ້ການຄາດຄະເນສະຖານະການທີ່ອາດຈະເກີດການໂຈມຕີດ້ວຍກຳລັງອາວຸດ."
ທ່ານ Hayashi ກ່າວວ່າ ປະສິດທິພາບຂອງການກະກຽມການອົບພະຍົບຂະໜາດໃຫຍ່ໄດ້ຮັບການ "ປັບປຸງ", ເພາະວ່າແຜນການດັ່ງກ່າວໄດ້ກຳນົດວິທີຂົນສົ່ງຜູ້ອົບພະຍົບ, ການຮັບປະກັນທີ່ພັກແລະອາຫານ.
ພາຍໃຕ້ແນວທາງນະໂຍບາຍໄລຍະຍາວໃນຍຸດທະສາດຄວາມໝັ້ນຄົງແຫ່ງຊາດຂອງຍີ່ປຸ່ນ ສະບັບປັບປຸງໃນປີ 2022, ລັດຖະບານຍີ່ປຸ່ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງແຜນການ “ອົບພະຍົບປະຊາຊົນໃຫ້ທັນເວລາ, ລວມທັງຜູ້ທີ່ຢູ່ໃນພາກຕາເວັນຕົກສຽງໃຕ້, ໃນກໍລະນີທີ່ເກີດການໂຈມຕີດ້ວຍກຳລັງອາວຸດ.”
ທີ່ມາ: https://thanhnien.vn/nhat-ban-cong-bo-ke-hoach-so-tan-khan-dan-dao-gan-dai-loan-185250327182244908.htm






(0)