ວັນທີ 18 ກໍລະກົດນີ້, ທ່ານກິມຈອງອຶນ, ປະທານາທິບໍດີສ.ເກົາຫຼີໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຣັດເຊຍໂດຍທ່ານຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ອາເລັກເຊ ກຣີໂວຣຸກໂກ ຢ້ຽມຢາມພຽງຢາງ.
| ທ່ານກິມຈອງອຶນ, ທ່ານປະທານາທິບໍດີເກົາຫຼີເໜືອໄດ້ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດອາເລັກເຊ ກຣິຟະຣູກໂກໃນວັນທີ 18 ກໍລະກົດ. |
ຕາມສຳນັກຂ່າວສານສູນກາງສ.ເກົາຫຼີ (KCNA) , ທີ່ການພົບປະ, ທ່ານປະທານປະເທດ Kim Jong Un ແລະ ທ່ານຮອງລັດຖະມົນຕີ Alexei Krivoruchko ໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງການຮ່ວມມື ດ້ານການທະຫານ ລະຫວ່າງ ມົດສະກູ ແລະ ພຽງຢາງ ເພື່ອຮັບປະກັນຄວາມໝັ້ນຄົງລວມ.
ທ່ານ Kim Jong Un ໄດ້ຍົກໃຫ້ເຫັນອີກເທື່ອໜຶ່ງກ່ຽວກັບຄວາມສຳຄັນຂອງກອງປະຊຸມສຸດຍອດເກົາຫຼີເໜືອ - ລັດເຊຍ ໃນເດືອນມິຖຸນາຜ່ານມາຢູ່ພຽງຢາງ, ແລະ ເນັ້ນໜັກວ່າ, ການທະຫານຂອງສອງປະເທດຕ້ອງສາມັກຄີກັນຢ່າງແໜ້ນແຟ້ນກ່ວາອີກເພື່ອພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະໃໝ່.
ກ່ອນໜ້ານັ້ນ, ວັນທີ 8 ກໍລະກົດ, ຄະນະຜູ້ແທນການທະຫານຂອງ ສ.ເກົາຫຼີ ໄດ້ໄປຢ້ຽມຢາມລັດເຊຍ, ໃນສະພາບການທີ່ 2 ປະເທດແລກປ່ຽນບັນດາເຈົ້າໜ້າທີ່ລະດັບສູງຫຼາຍຄົນໃນໄລຍະມໍ່ໆມານີ້.
ວັນທີ 19 ມິຖຸນານີ້, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ສ.ເກົາຫຼີ ແລະ ໄດ້ດຳເນີນການເຈລະຈາກັບ ທ່ານປະທານາທິບໍ ດີ Kim Jong Un. ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ລົງນາມໃນສົນທິສັນຍາກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຖືວ່າເປັນບາດກ້າວບຸກທະລຸ, ນຳການຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່.
ສົນທິສັນຍາດັ່ງກ່າວໄດ້ກຳນົດບັນດາໜ້າທີ່ ແລະ ທິດທາງໃຫຍ່ເພື່ອຮັດແໜ້ນການພົວພັນລະຫວ່າງສອງປະເທດໃນໄລຍະຍາວນານ, ໃນຂົງເຂດການເມືອງ, ການຄ້າ ແລະ ການລົງທຶນ, ວັດທະນະທຳ ແລະ ຄວາມໝັ້ນຄົງ, ເປັນພື້ນຖານດ້ານກົດໝາຍເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສ້າງປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ ເພື່ອຜົນປະໂຫຍດຂອງສອງຝ່າຍ.
ນອກຈາກນັ້ນ, ໃນຂອບເຂດການຢ້ຽມຢາມຂອງທ່ານປະທານາທິບໍດີ Putin, ສອງຝ່າຍຍັງໄດ້ລົງນາມໃນສັນຍາຮ່ວມມືໃນຂົງເຂດສາທາລະນະສຸກ, ການສຶກສາການແພດ ແລະ ວິທະຍາສາດ ກໍ່ຄືຂໍ້ຕົກລົງກໍ່ສ້າງຂົວທາງຂ້າມແມ່ນ້ຳ Tumannaya ຊາຍແດນຂອງສອງປະເທດ.
ທີ່ມາ: https://baoquocte.vn/phai-doan-quan-su-nga-tham-trieu-tien-279309.html






(0)