ພິເສດແມ່ນການເຄື່ອນໄຫວ “ ກວາງນາມ ຮ່ວມມືກໍ່ສ້າງຊົນນະບົດໃໝ່” ຕິດພັນກັບຂະບວນການ “ທົ່ວປວງຊົນພ້ອມກັນກໍ່ສ້າງຊົນນະບົດໃໝ່ ແລະ ເຂດຕົວເມືອງອາລະຍະທຳ”. ລະດົມປະຊາຊົນປະກອບສ່ວນກວ່າ 153.000 ວັນເຮັດວຽກ, ມອບເນື້ອທີ່ດິນເກືອບ 310.000 ຕາແມັດ ແລະ ກ່ວາ 136 ຕື້ດົ່ງເພື່ອກໍ່ສ້າງ ແລະ ສ້ອມແປງຊົນນະບົດໃໝ່.
ແນວໂຮມປະເທດຊາດທຸກຂັ້ນໃນແຂວງໄດ້ລະດົມການປະກອບສ່ວນເຂົ້າໃນກອງທຶນ “ເພື່ອຄົນທຸກຍາກ” ເປັນຈຳນວນເງິນກວ່າ 190 ຕື້ດົ່ງ, ກໍ່ສ້າງ ແລະ ສ້ອມແປງເຮືອນສາມັກຄີກ່ວາ 3.000 ເຮືອນໃຫ້ຄອບຄົວທຸກຍາກ ແລະ ໃກ້ຄຽງທີ່ມີມູນຄ່າກວ່າ 140 ຕື້ດົ່ງ. ໂຄງການໜູນຊ່ວຍຊີວິດການເປັນຢູ່ ແລະ ປະກັນສັງຄົມໄດ້ກວ່າ 50 ຕື້ດົ່ງ.
ແນວໂຮມປະເທດຊາດທຸກຂັ້ນກໍ່ໄດ້ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນ ເພື່ອຜັນຂະຫຍາຍການເຄື່ອນໄຫວພັດທະນາ ເສດຖະກິດ ຢ່າງມີປະສິດທິຜົນ...; ປະຕິບັດການເຄື່ອນໄຫວ "ທົ່ວປະເທດແຂ່ງຂັນໃນການປະດິດສ້າງ ແລະ ການຫັນປ່ຽນດີຈີຕອນ", "ການສຶກສາດິຈິຕອນເພື່ອທຸກຄົນ"; ການເຄື່ອນໄຫວ “ຮ່ວມມືລົບລ້າງເຮືອນຢູ່ຊົ່ວຄາວ ແລະ ເສື່ອມໂຊມ” ຕາມນັ້ນແລ້ວ, ໄດ້ຈັດສັນງົບປະມານເກືອບ 90 ຕື້ດົ່ງ ເພື່ອກໍ່ສ້າງເຮືອນໃໝ່ ແລະ ສ້ອມແປງເຮືອນຊານກ່ວາ 9.000 ຫຼັງ.
ທີ່ມາ: https://quangngaitv.vn/phong-trao-thi-dua-yeu-nuoc-dat-nhieu-ket-qua-tich-cuc-6507654.html
(0)