ຕອນບ່າຍວັນທີ 6 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານປະທານອົງການໜູນຊ່ວຍມະຫາວິທະຍາໄລ ໂລກ , ສາທາລະນະລັດ ສະຫະພັນ ເຢຍລະມັນ (WUS), ທ່ານ ດຣ Kambiz Ghawami, ຜູ້ຕາງໜ້າອຳນາດການປົກຄອງລັດ Hessen ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຕີລາຄາສູງບັນດາການປະກອບສ່ວນຂອງທ່ານດຣ Kambiz Ghawami ເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມື ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ເວົ້າລວມ ແລະ ລັດ Hessen ເວົ້າສະເພາະໃນຫຼາຍຂົງເຂດ, ທ່ານນາງຮອງປະທານ ສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເວົ້າລວມ ແລະ ລັດ Hessen ເວົ້າສະເພາະ.
ທ່ານຮອງ ປະທານສະພາແຫ່ງຊາດ ຖືວ່າ: ຂົງເຂດປະຊາກອນແມ່ນເນື້ອໃນສຳຄັນທີ່ສະພາແຫ່ງຊາດ ຫວຽດນາມ ເອົາໃຈໃສ່ກັບທັດສະນະໃໝ່, ຖືວ່ານີ້ແມ່ນກຳລັງຊຸກຍູ້ການເຕີບໂຕ ແລະ ຕ້ອງການບັນດານະໂຍບາຍຊຸກຍູ້ການມີກຳລັງແຮງງານໜຸ່ມໃນອະນາຄົດ.
ດ້ວຍການຮ່ວມມືຕົວຈິງ ແລະ ມີປະສິດທິຜົນລະຫວ່າງບັນດາອົງການຂອງສະພາແຫ່ງຊາດສອງປະເທດ, ທ່ານຮອງປະທານສະພາແຫ່ງຊາດ ຫວັງວ່າ 2 ປະເທດຈະສືບຕໍ່ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງໃນການຝຶກອົບຮົມ, ຊຸກຍູ້ ແລະ ແບ່ງປັນຄວາມຮູ້ຜ່ານບັນດາການພົບປະແລກປ່ຽນ, ເຊີນບັນດານັກຊ່ຽວຊານ, ນັກວິທະຍາສາດ ຫວຽດນາມ ແລະ ເຢຍລະມັນ ເຂົ້າຮ່ວມ; ແລກປ່ຽນປະສົບການໃນຂົງເຂດກຳລັງແຮງຂອງເຢຍລະມັນ; ພ້ອມກັນນັ້ນ, ກໍ່ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງລັດ Hessen.
ປາດຖະໜາວ່າ ທ່ານ ດຣ Kambiz Ghawami ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ເວົ້າລວມ ແລະ ກັບລັດ Hessen ເວົ້າສະເພາະ, ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກເຖິງການແລກປ່ຽນປະສົບການໃນການສ້າງສະພາ e-Parliament, ຫັນເປັນດີຈີຕອນ, ຖ່າຍທອດວິທະຍາສາດ ແລະ ເຕັກໂນໂລຊີ; ຍົກສູງບົດບາດຂອງມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ; ການຄຸ້ມຄອງການເງິນແລະງົບປະມານ...
ຂອບໃຈທ່ານຮອງປະທານສະພາແຫ່ງຊາດທີ່ໄດ້ສະຫລະເວລາມາພົບປະ, ທ່ານດຣ Kambiz Ghawami ໄດ້ສະແດງຄວາມສົນໃຈຕໍ່ໂຄງການກົດໝາຍວ່າດ້ວຍປະຊາກອນທີ່ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ຫວຽດນາມ ໃນກອງປະຊຸມຄັ້ງທີ 10 ທີ່ຈະມາເຖິງ.
ທ່ານດຣ Kambiz Ghawami ຢືນຢັນວ່າ ດ້ວຍຄວາມຮັກແພງ ແລະ ຄວາມຮັບຜິດຊອບ, ສືບຕໍ່ປະກອບສ່ວນປະຕິບັດຕົວຈິງ, ປະກອບສ່ວນເຂົ້າໃນການລົງເລິກ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ນັບມື້ນັບມີປະສິດທິຜົນ; ທ່ານເຊື່ອໝັ້ນວ່າ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດເຢຍລະມັນ, ໃນນັ້ນມີລັດ Hessen ຈະໄດ້ຮັບການຮັດແໜ້ນ, ປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ./.
ທີ່ມາ: https://www.vietnamplus.vn/quan-he-doi-tac-chien-luoc-viet-nam-duc-ngay-cang-di-vao-chieu-sau-post1068511.vnp
(0)