| ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື Timor-Leste Bendito dos Santos Freitas. (ພາບ: ກວາງຮ່ວາ) |
ລັດຖະມົນຕີ 2 ທ່ານ ຕີລາຄາວ່າ ການພົວພັນມິດຕະພາບ ຫວຽດນາມ - ຕີມໍ ເລສເຕ ພວມປະສົບກັບບັນດາກາລະໂອກາດພັດທະນາໃໝ່, ພິເສດແມ່ນພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Jose Ramos – Horta ໃນເດືອນ ສິງຫາ 2024; ຕົກລົງສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຢ້ຽມຢາມ; ສຸມໃສ່ແລກປ່ຽນຄະນະຜູ້ແທນ ແລະ ການພົວພັນຂັ້ນສູງ, ປະຕິບັດກົນໄກຄະນະກຳມະການຮ່ວມຂັ້ນລັດຖະມົນຕີການຕ່າງປະເທດ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ ແລະ ການປະມົງ, ການສຶກສາ , ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.
ທ່ານຮອງ ນາຍົກລັດ ຖະມົນຕີ ບຸ່ຍແທງເຊີນ ຢືນຢັນຈະສືບຕໍ່ສົມທົບກັບບັນດາປະເທດ ອາຊຽນ ໜູນຊ່ວຍ ຕີມໍເລສເຕ ສຳເລັດບັນດາຂັ້ນຕອນທີ່ຈຳເປັນເພື່ອເຂົ້າເປັນສະມາຊິກຄອບຄົວ ອາຊຽນ ຢ່າງເປັນທາງການໂດຍໄວ.
| ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ Bui Thanh Son ຢືນຢັນການສະໜັບສະໜູນຂະບວນການເຂົ້າເປັນສະມາຊິກ ອາຊຽນ. (ພາບ: ກວາງຮ່ວາ) |
ຕາມຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Bui Thanh Son, ທ່ານລັດຖະມົນຕີ Bendito dos Santos Freitas ຢືນຢັນວ່າ ລັດຖະບານ Timor-Leste ຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຊຸກຍູ້ວິສາຫະກິດ ຫວຽດນາມ ຫຼາຍແຫ່ງເພີ່ມທະວີການຮ່ວມມືລົງທຶນຢູ່ Timor-Leste; ຕີລາຄາສູງວິສາຫະກິດ Viettel ທີ່ພວມດຳເນີນທຸລະກິດຢູ່ Timor-Leste ຢ່າງສຳເລັດຜົນ; ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຜູ້ສະໝັກຫວຽດນາມ ຢູ່ບັນດາອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງອື່ນໆ, ໃນນັ້ນມີຕຳແໜ່ງຜູ້ພິພາກສາຂອງສານສາກົນກ່ຽວກັບກົດໝາຍທະເລ (ITLOS) ອາຍຸການ 2026-2035.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີຕີມໍ ເລສເຕ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຕີມໍເລັສເຕໃນຂະບວນການເຂົ້າຮ່ວມອາຊຽນ; ຢືນຢັນວ່າ ຕີມໍ ເລສເຕ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ພ້ອມທັງສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ, ຮັກສາການສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ອາຊຽນ.
ທີ່ມາ: https://baoquocte.vn/quan-he-huu-nghi-viet-nam-timor-leste-dang-dung-truoc-nhung-co-hoi-phat-trien-moi-320354.html






(0)