Vietnam.vn - Nền tảng quảng bá Việt Nam

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ທຸກ​ຂົງ​ເຂດ.

Báo Quốc TếBáo Quốc Tế28/08/2023

ທ່ານນາຍົກລັດຖະມົນຕີ Lee Hsien Loong ໃຫ້ຮູ້ວ່າ: ສິງກະໂປ ມີຄວາມສົນໃຈໃນການພັດທະນາພະລັງງານທົດແທນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ພ້ອມທັງປຶກສາຫາລືບັນດາໂຄງການຮ່ວມມືທີ່ມີທ່າແຮງໃນດ້ານນີ້ ເພື່ອສາມາດສົ່ງອອກພະລັງງານທົດແທນໄປຍັງສິງກະໂປ.
Quan hệ Việt Nam-Singapore ngày càng phát triển tích cực và thực chất trên tất cả các lĩnh vực
ທ່ານ​ປະ​ທານ ​ສະ​ພາ​ແຫ່ງ​ຊາດ ຫວູ​ດິ່ງ​ເຫ້ວ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lee Hsien Loong. (ທີ່ມາ: VNA)

ຕອນ​ບ່າຍ​ວັນ​ທີ 28/8, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວູ​ດິ່ງ​ເຫ້ວ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lee Hsien Loong.

ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ນາຍົກລັດຖະມົນຕີ Lee Hsien Loong ຢູ່ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ວ່າ: ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ໃນ​ປີ 2 ປະ​ເທດ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1973-2023).

ຊົມເຊີຍ ສິງກະໂປ ທີ່ໄດ້ຟື້ນຕົວຄືນ ແລະ ສືບຕໍ່ພັດທະນາຢ່າງເຂັ້ມແຂງພາຍຫຼັງໂລກລະບາດໂຄວິດ-19, ສະເໝີຕົ້ນສະເໝີປາຍໃນກຸ່ມ 20 ພື້ນຖານເສດຖະກິດທີ່ມີການແຂ່ງຂັນກັນຫຼາຍທີ່ສຸດໃນໂລກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສິງກະໂປ ຍາມໃດກໍ່ຖືເປັນແບບຢ່າງແຫ່ງການປົກຄອງແຫ່ງຊາດ, ຄຸ້ມຄອງວິສາຫະກິດ, ຕ້ານການສໍ້ລາດບັງຫຼວງ, ເປັນແບບຢ່າງຂອງການບໍລິຫານທີ່ສະອາດ, ໂປ່ງໃສ, ມີປະສິດທິຜົນ; ​ເສດຖະກິດ​ທີ່​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ເລິກ​ເຊິ່ງ ​ໃນ​ຂະນະ​ທີ່​ຍັງ​ຄົງ​ຮັກສາ​ເອກະລັກ​ທາງ​ດ້ານ​ວັດທະນະທຳ ​ແລະ ຄວາມ​ສາມັກຄີ​ຂອງ​ຊຸມ​ຊົນ​ສູງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lee Hsien Loong ຂອບ​ໃຈ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Vuong Dinh Hue ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ. ຊົມເຊີຍວັນຊາດຫວຽດນາມ ຄົບຮອບ 78 ປີ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຄົບຮອບ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ທ່ານປະທານສະພາແຫ່ງຊາດ ຕີລາຄາສູງໝາກຜົນການເຈລະຈາຢ່າງມີປະສິດທິຜົນ ແລະ ແທດຈິງລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ທີ່ດຳເນີນໃນຕອນເຊົ້າວັນດຽວກັນ, ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 7 ສະບັບ (ຄາດວ່າຈະມີເອກະສານອື່ນໆອີກຫຼາຍສະບັບໃນໄລຍະການຢ້ຽມຢາມ); 2 ຝ່າຍ​ໄດ້​ສຳ​ເລັດ​ການ​ຍົກ​ລະ​ດັບ​ຂອບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ການ​ເພີ່ມ​ທະ​ວີ​ທາງ​ບວກ ແລະ ການ​ພັດ​ທະ​ນາ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ​ໃນ​ທຸກ​ຂົງ​ເຂດ. ການ​ພົວພັນ​ດ້ານ​ການ​ເມືອງ​ນັບ​ມື້​ນັບ​ສະໜິດ​ແໜ້ນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ບັນດາ​ຊ່ອງ​ທາງ, ​ໃນ​ນັ້ນ​ມີ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ຕ້ອງ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຂຽວ - ​ເສດຖະກິດ​ດີ​ຈີ​ຕອນ​ຢ່າງ​ມີ​ປະສິດທິ​ຜົນ (​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ 02/2023), ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່ (​ເຊື່ອມ​ຕໍ່​ດີ​ຈີ​ຕອນ, ສັງຄົມ​ດີ​ຈີ​ຕອນ, ​ເສດຖະກິດ​ວົງ​ຈອນ, ນະ​ວັດ​ຕະກຳ, ພະລັງງານ​ສະອາດ...). ນີ້​ແມ່ນ​ບັນຫາ​ທົ່ວ​ໂລກ ​ແລະ ສິງກະ​ໂປ​ມີ​ຈຸດ​ແຂງ.

ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ. ສອງ​ລັດຖະບານ​ສືບ​ຕໍ່​ຜັນ​ຂະຫຍາຍ​ຮູບ​ແບບ​ສວນ​ອຸດສາຫະກຳ​ຫວຽດນາມ - ສິງກະ​ໂປ (VSIP), ພ້ອມ​ທັງ​ຫັນ​ເປັນ​ສີຂຽວ - ສະອາດ - ສະຫຼາດ ​ແລະ ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ລະບົບ​ນິ​ເວດ​ອຸດສາຫະກຳ - ຕົວ​ເມືອງ. ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແລ້ວ, ໃນ​ຂະ​ບວນ​ການ​ນີ້, ພາກ​ສ່ວນ​ຕົວ​ເມືອງ ແລະ ການ​ນຳ​ໃຊ້​ພະ​ລັງ​ງານ​ທົດ​ແທນ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ສົ່ງ​ເສີມ​ຕື່ມ​ອີກ...

ທ່ານ​ນາຍົກລັດຖະມົນຕີ Lee Hsien Loong ​ໃຫ້​ຮູ້​ວ່າ: ສິງກະ​ໂປ ມີ​ຄວາມ​ສົນ​ໃຈ​ໃນ​ການ​ພັດທະນາ​ພະລັງງານ​ທົດ​ແທນ, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ແລະ ປຶກສາ​ຫາລື​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ນີ້​ເພື່ອ​ສົ່ງ​ອອກ​ພະລັງງານ​ທົດ​ແທນ​ໃຫ້​ແກ່ ສິງກະ​ໂປ. ຕາມ​ທ່ານ​ແລ້ວ, ການ​ປ່ອຍ​ສິນ​ເຊື່ອ​ກາກ​ບອນ​ແມ່ນ​ເຂດ​ທີ່​ສອງ​ຝ່າຍ​ສາມາດ​ຮ່ວມ​ມື, ພິ​ເສດ​ແມ່ນ​ເມື່ອ​ທັງ​ສອງ​ປະ​ເທດ​ມີ​ເປົ້າ​ໝາຍ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ສຸດ​ທິ​ໃຫ້​ຮອດ​ສູນ​ໃນ​ປີ 2050.

ເນັ້ນໜັກວ່າ VSIP ແມ່ນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງ 2 ປະເທດຢ່າງປະສົບຜົນສຳເລັດ, ທ່ານນາຍົກລັດຖະມົນຕີ Lee Hsien Loong ໃຫ້ຮູ້ວ່າ: ປະຈຸບັນ ສິງກະໂປ ມີ 13 ເຂດ VSIP ຢູ່ ຫວຽດນາມ; ຫວັງ​ວ່າ​ຈະ​ມີ​ເຂດ VSIP ຫຼາຍ​ກວ່າ​ອີກ​ໃນ​ອະນາຄົດ, ດ້ວຍ​ການ​ເພີ່ມ​ທະວີ​ການ​ສ້າງ​ອົງ​ປະ​ກອບ​ໃໝ່, ສີຂຽວ, ​ເຂດ​ນຳ​ໃຊ້​ພະລັງງານ​ທົດ​ແທນ...

Chủ tịch Quốc hội Vương Đình Huệ hội kiến Thủ tướng Singapore Lý Hiển Long. (Nguồn: TTXVN)
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວູ​ດິ່ງ​ເຫ້ວ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lee Hsien Loong. (ທີ່ມາ: VNA)

ທີ່​ການ​ພົບ​ປະ, ການ​ນຳ​ສອງ​ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ແຮງ​ງານ, ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ (ອາດ​ຈະ​ພິຈາລະນາ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ແລກປ່ຽນ​ວັດທະນະທຳ) ​ແລະ ການ​ແລກປ່ຽນ​ປະຊາຊົນ...

ພິ​ເສດ, 2 ປະ​ເທດ​ແມ່ນ​ບັນດາ​ຕະຫຼາດ​ອັນ​ດັບ​ໜຶ່ງ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ຫຼາຍ​ກວ່າ​ໝູ່, ຕ້ອງ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຈາກ​ສິງກະ​ໂປ​ໄປ​ຍັງ​ສະຖານ​ທີ່​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ​ເປີດ​ກວ້າງ​ການ​ເຊື່ອມ​ຕໍ່​ກຳ​ປັ່ນ​ທ່ອງ​ທ່ຽວ ​ແລະ ​ເຮືອ​ສຳ​ລານ​ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ເປີດ​ກ້ວາງ ​ແລະ ມີ​ປະສິດທິ​ຜົນ. ​ເລື່ອງ​ເພີ່ມ​ຖ້ຽວ​ບິນ ​ແລະ ກຳ​ປັ່ນ​ທ່ອງ​ທ່ຽວ​ຜ່ານ​ສອງ​ປະ​ເທດ​ໄປ​ຍັງ​ປະ​ເທດ​ທີ 3 ຈະ​ປະກອບສ່ວນ​ຊຸກຍູ້​ເສດຖະກິດ​ຂອງ​ຫວຽດນາມ ​ແລະ ສິງກະ​ໂປ.

​ແບ່ງປັນ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຫັນ​ດີ​ນຳ​ໃຊ້ e-visa ​ໃຫ້​ພົນລະ​ເມືອງ​ທຸກ​ປະ​ເທດ, ​ເພີ່ມ​ກຳນົດ​ເວລາ​ຂອງ e-visa ຈາກ 30 ວັນ​ຂຶ້ນ​ເປັນ 90 ວັນ, ຂະຫຍາຍ​ເວລາ​ພັກ​ເຊົາ​ໃຫ້​ພົນລະ​ເມືອງ​ບັນດາ​ປະ​ເທດ​ທີ່​ຫວຽດນາມ ​ໄດ້​ຍົກ​ເວັ້ນວີ​ຊາ​ແຕ່​ຝ່າຍ​ດຽວ​ເປັນ 45 ວັນ (ເພີ່ມ 30 ວັນ)..., ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ທ່ານ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ດຳ​ເນີນ​ການ​ເຈລະຈາ ​ແລະ ບັນດາ​ຂະ​ບວນການ​ທີ່​ກ່ຽວຂ້ອງ​ໂດຍ​ໄວ ​ເພື່ອ​ໃຫ້​ສອງ​ຝ່າຍ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສຳຄັນ​ຄື: ສັນຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ເຊິ່ງກັນ​ແລະ​ກັນ​ໃນ​ດ້ານ​ອາຍາ; ສັນຍາວ່າດ້ວຍການສົ່ງຄົນຮ້າຍ; ສັນຍາ​ວ່າ​ດ້ວຍ​ການ​ຍົກຍ້າຍ​ຜູ້​ຖືກ​ຕັດສິນ; ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ຊອກ​ຫາ​ກູ້​ໄພ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ Lee Hsien Loong ສະໜັບສະໜູນສະພາແຫ່ງຊາດ 2 ປະເທດ ປະຕິບັດສັນຍາຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ (ທີ່ໄດ້ລົງນາມໃນເດືອນພຶດສະພາ 2022), ບົນພື້ນຖານນິຕິກຳ ເພື່ອແນໃສ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນລະຫວ່າງສອງອົງການນິຕິບັນຍັດ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ລະຫວ່າງ​ການ​ນຳ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ພິ​ເສດ ​ແລະ ບັນດາ​ສະມາຊິກ​ລັດຖະສະພາ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ບົດຮຽນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລັດຖະສະພາ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ສອງຝ່າຍຈະເພີ່ມທະວີການແລກປ່ຽນປະສົບການໃນການສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນທົ່ວໂລກ. ຫວຽດນາມ ປາດ​ຖະໜາ​ຢາກ​ແບ່ງປັນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການ​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ບັນດາ​ບັນຫາ​ສຳຄັນ​ຄື: ຕະຫຼາດ​ກາກ​ບອນ, ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ​ສີຂຽວ, ພາສີ​ຕ່ຳ​ສຸດ​ຂອງ​ໂລກ. ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຝຶກ​ອົບຮົມ​ພະນັກງານ.

ການ​ນຳ​ສອງ​ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ເປັນ​ເອກະ​ພາບ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ຊຸກຍູ້​ບົດບາດ​ໃຈກາງ​ຂອງ​ສະພາ​ແຫ່ງ​ຊາດ​ອາ​ຊຽນ (AIPA); ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ແກ້ໄຂການພິພາດໂດຍສັນຕິວິທີ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສຳເລັດການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລປີ 1982 (ກົດໝາຍວ່າດ້ວຍ UNCLOS).

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lee Hsien Loong ​ໄດ້​ເຊື້ອ​ເຊີນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວູ​ດິ່ງ​ເຫ້ວ ໄປ​ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ. ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຂອບ​ໃຈ​ທ່ານ​ແລະ​ກ່າວ​ວ່າ​ຈະ​ຈັດການ​ຢ້ຽມຢາມ​ສິງກະ​ໂປ​ໃນ​ເວລາ​ທີ່​ເໝາະ​ສົມ.



ທີ່ມາ

(0)

No data
No data

ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ
G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ
ແຟນເພດຍິງໃສ່ຊຸດແຕ່ງງານໄປຄອນເສີດ G-Dragon ທີ່ເມືອງ Hung Yen
ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ມໍລະດົກ

ຮູບ

ທຸລະກິດ

ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ