ໜັງສືພິມ Reuters ໃນມື້ວານນີ້ ໄດ້ອ້າງຄຳເວົ້າຂອງແຫຼ່ງຂ່າວ ທີ່ກ່າວວ່າ ຂໍ້ຕົກລົງຢຸດຍິງ ແລະປ່ອຍຕົວປະກັນໃນເຂດ Gaza ລະຫວ່າງກຸ່ມຮາມາສ ແລະອິສຣາແອລ ອາດຈະໄດ້ຮັບການລົງນາມໃນສອງສາມມື້ຂ້າງໜ້ານີ້ ຍ້ອນຄວາມຄືບໜ້າໃນການເຈລະຈາ ໂດຍສະຫະລັດ, ອີຢິບ ແລະກາຕາ.
ໃນຕົ້ນອາທິດນີ້, ລັດຖະມົນຕີການຕ່າງປະເທດອິດສະຣາແອນ Israel Katz ກ່າວວ່າ ສອງຝ່າຍໄດ້ໃກ້ຊິດກັບຂໍ້ຕົກລົງທີ່ເຄີຍມີມາ, ແລະ Hamas ກ່າວອີກໜຶ່ງມື້ຕໍ່ມາວ່າ ການເຈລະຈາແມ່ນຈິງຈັງ ແລະ ມີການເຄື່ອນໄຫວ.
ລັດຖະບານສະຫະລັດກຳລັງເພີ່ມທະວີຄວາມພະຍາຍາມເພື່ອບັນລຸຂໍ້ຕົກລົງກ່ອນທີ່ປະທານາທິບໍດີ Joe Biden ອອກຈາກຕຳແໜ່ງໃນເດືອນໜ້າ. ຜູ້ອຳນວຍການອົງການ CIA ທ່ານ William Burns ໄດ້ເດີນທາງໄປຮອດນະຄອນ Doha ປະເທດກາຕາໃນວັນທີ 18 ທັນວານີ້ ເພື່ອພົບປະກັບ ນາຍົກລັດຖະມົນຕີ Mohammed bin Abdulrahman Al Thani ເພື່ອແກ້ໄຂຄວາມແຕກຕ່າງທີ່ຍັງເຫຼືອລະຫວ່າງ Hamas ແລະ Israel.
ສວຍໃຊ້ຄວາມວຸ້ນວາຍຢູ່ຊີຣີ, ອິດສະຣາແອນຢາກເລັ່ງການຍຶດເອົາເຂດ Golan Heights?
ທຳນຽບຂາວ ແລະ ກະຊວງການຕ່າງປະເທດ ມີຄວາມລະມັດລະວັງໃນແງ່ດີ, ໂດຍໄດ້ເຂົ້າໃກ້ຂໍ້ຕົກລົງກ່ອນໜ້ານີ້ ແຕ່ມັນໄດ້ລົ້ມລະລາຍ. ທ່ານ Matthew Miller ໂຄສົກກະຊວງການຕ່າງປະເທດກ່າວວ່າ "ສະຫະລັດສາມາດເຮັດໄດ້ທັງ ໝົດ ແມ່ນຊຸກຍູ້ແລະພະຍາຍາມຊອກຫາການປະນີປະນອມ, ແຕ່ພວກເຮົາບໍ່ສາມາດບັງຄັບໃຫ້ຝ່າຍຕ່າງໆເລືອກໄດ້. ພວກເຂົາຕ້ອງຕັດສິນໃຈດ້ວຍຕົນເອງ".
ຕາມເຈົ້າໜ້າທີ່ສາທາລະ ນະສຸກ ຂອງປາແລັດສະໄຕນ໌, ການປະທະກັນເປັນເວລາ 14 ເດືອນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 45,000 ຄົນຢູ່ເຂດກາຊາ ແລະໄດ້ເຮັດໃຫ້ຜູ້ຢູ່ອາໄສເກືອບທັງໝົດຕ້ອງອົບພະຍົບ. ອິສຣາແອລເຊື່ອວ່າຍັງມີຕົວປະກັນ 96 ຄົນຖືກຈັບຢູ່ເຂດກາຊາ, ໃນນັ້ນຢ່າງໜ້ອຍ 34 ຄົນໄດ້ເສຍຊີວິດ.
ກອງກຳລັງອິສຣາແອນຢູ່ໃກ້ກັບເຂດຊາຍແດນກາຊາໃນວັນທີ 16 ທັນວານີ້
ທີ່ມາ: https://thanhnien.vn/ro-tin-sap-dat-thoa-thuan-ngung-ban-tai-gaza-185241218235910934.htm
(0)