ຕະຫຼາດຫຼັກຊັບ ຮ່າໂນ້ຍ (HNX) ຫາກໍ່ໄດ້ອອກເອກະສານປະກາດຂໍ້ມູນກ່ຽວກັບຜົນການສະໜອງພັນທະບັດພາກເອກະຊົນຂອງທະນາຄານຫຸ້ນສ່ວນເຕັກໂນໂລຊີ ແລະ ການຄ້າ ຫວຽດນາມ ( Techcombank - HoSE: TCB).
ຕາມນັ້ນແລ້ວ, Techcombank ໄດ້ອອກພັນທະບັດ 2 lots ດ້ວຍລະຫັດ TCBL2325009 ໃນວັນທີ 19 ພະຈິກ ແລະ ພັນທະບັດທີ່ມີລະຫັດ TCBL2325008 ໃນວັນທີ 18 ພະຈິກ.
ພັນທະບັດ 2 ສະບັບຂ້າງເທິງນີ້ ແຕ່ລະສະບັບມີປະລິມານ 2.000 ພັນທະບັດ, ດ້ວຍມູນຄ່າໃບຕາ 1 ຕື້ດົ່ງ/ພັນທະບັດ, ເທົ່າກັບວົງເງິນອອກທັງໝົດ 2.000 ຕື້ດົ່ງ. ຕະຫຼາດຈຳໜ່າຍແມ່ນຕະຫຼາດພາຍໃນ, ມີກຳນົດເວລາ 2 ປີ ແລະ ອັດຕາດອກເບ້ຍ 4,7%/ປີ. ດັ່ງນັ້ນ, Techcombank ໄດ້ຜັນຂະຫຍາຍບ້ວງເງິນກູ້ຢືມ 4.000 ຕື້ດົ່ງຈາກ 2 ພັນທະບັດທີ່ກ່າວມານີ້.
ຂໍ້ມູນກ່ຽວກັບ 2 ພັນທະບັດສໍາເລັດການລະດົມໂດຍ Techcombank.
ນີ້ແມ່ນການອອກພັນທະບັດຄັ້ງທີ 8 ຂອງທະນາຄານແຫ່ງນີ້ໃນປີນີ້. ກ່ອນໜ້ານີ້, ໃນທ້າຍເດືອນຕຸລາຜ່ານມາ, ທະນາຄານ Techcombank ຍັງໄດ້ຜັນຂະຫຍາຍພັນທະບັດ 1.500 ພັນທະບັດ TCBL2325007 ດ້ວຍມູນຄ່າໃບໜ້າ 1 ຕື້ດົ່ງ/ພັນທະບັດ, ເທົ່າກັບຍອດມູນຄ່າການອອກຈຳໜ່າຍທັງໝົດ 1.500 ຕື້ດົ່ງ. ພັນທະບັດຍັງຖືກອອກໃນຕະຫຼາດພາຍໃນປະເທດ ດ້ວຍອັດຕາດອກເບ້ຍ 5%/ປີ.
ພັນທະບັດທີ່ Techcombank ວາງອອກໃນປີນີ້ທັງໝົດມີໄລຍະ 2-3 ປີ, ດ້ວຍມູນຄ່າໃບໜ້າ 1 ຕື້ດົ່ງ/ພັນທະບັດ, ແລະ ອອກໃນຕະຫຼາດພາຍໃນປະເທດ ດ້ວຍອັດຕາດອກເບ້ຍແຕ່ 4,7% - 7,2%.
ໃນນັ້ນ, ພັນທະບັດທີ່ມີມູນຄ່າຫຼາຍກວ່າໝູ່ທີ່ທະນາຄານອອກຈຳໜ່າຍໃນປີນີ້ແມ່ນ TCBL2326003 ດ້ວຍຍອດມູນຄ່າການອອກຈຳໜ່າຍທັງໝົດ 5.000 ຕື້ດົ່ງ. ດັ່ງນັ້ນ, ຜ່ານການອອກພັນທະບັດ 8 ສະບັບ, Techcombank ໄດ້ລະດົມທຶນໄດ້ 19.500 ຕື້ດົ່ງ.
ຄຽງຄູ່ກັນນັ້ນ, ປີນີ້, ທະນາຄານຍັງໄດ້ດຳເນີນການຊື້ພັນທະບັດຄືນໃໝ່ 7 ຊຸດໃນປີ 2022 ແລະ ຄາດວ່າຈະແກ່ຍາວໃນປີ 2025, ດ້ວຍມູນຄ່າໃບໜ້າແມ່ນ 1 ຕື້ດົ່ງ/ພັນທະບັດ. Techcombank ໃຊ້ປະມານ 6,100 ຕື້ດົ່ງເພື່ອຊື້ພັນທະບັດເຫຼົ່ານີ້ຄືນ.
ຕາມຂໍ້ມູນຈາກ HNX ແລ້ວ, ໃນ 6 ເດືອນຕົ້ນປີ 2023, Techcombank ໄດ້ໃຊ້ເງິນປະມານ 444 ຕື້ດົ່ງເພື່ອຈ່າຍດອກເບັ້ຍພັນທະບັດ ແລະ 5.000 ຕື້ດົ່ງເພື່ອຊຳລະຕົ້ນທຶນພັນທະບັດ .
ທີ່ມາ






(0)