ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ການພັດທະນາຂອງ ອາຊຽນ ບໍ່ສາມາດປາດສະຈາກການປະກອບສ່ວນອັນດີຂອງ ອົດສະຕາລີ, ພິເສດແມ່ນບັນດາວິສາຫະກິດເອກະຊົນ.
ຕອນເຊົ້າວັນທີ 11 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຍຸດທະສາດ ເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ 2040 ຂອງອົດສະຕາລີ ຄົບຮອບ 1 ປີ.
ໃນປີຜ່ານມາ, ຕາມທ່ານນາຍົກລັດຖະມົນຕີ Anthony Albanese, ອົດສະຕາລີ ໄດ້ສົ່ງຄະນະນັກທຸລະກິດ 220 ຄົນ ໄປປະເທດອາຊີຕາເວັນອອກສ່ຽງໃຕ້ ເພື່ອຊອກກາລະໂອກາດລົງທຶນ, ສ້າງຕັ້ງກອງທຶນໜູນຊ່ວຍການລົງທຶນ 2 ຕື້ AUD, ດ້ວຍເຫດນີ້, ມູນຄ່າ FDI ພາກພື້ນ ເພີ່ມຂຶ້ນກວ່າ 1 ຕື້ AUD ດ້ວຍການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງ 3 ສູນສົ່ງເສີມການລົງທຶນທີ່ສ້າງຕັ້ງໃໝ່ ຫຼື ໃກ້ຈະສ້າງຕັ້ງຢູ່ນະຄອນ ໂຮ່ຈີມິນ, ສິງກະໂປ.
ອົດສະຕາລີ ຍັງໄດ້ໃຫ້ທຶນການສຶກສາ 130 ທຶນໃຫ້ແກ່ພາກພື້ນ, ໄດ້ຜັນຂະຫຍາຍແຜນການໜູນຊ່ວຍບັນດາພາກພື້ນແມ່ນ້ຳຂອງ 22,5 ລ້ານໂດລາ ແລະ ເພີ່ມໄລຍະເວລາວີຊາໃຫ້ແກ່ບັນດາວິສາຫະກິດອາຊຽນ ຈາກ 3 ຫາ 5 ປີ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ 2040 ຂອງ ອົດສະຕາລີ, ເນັ້ນໜັກວ່າ ການພັດທະນາຂອງ ອາຊຽນ ບໍ່ສາມາດປາດສະຈາກການປະກອບສ່ວນທາງບວກຂອງ ອົດສະຕາລີ, ພິເສດແມ່ນວິສາຫະກິດພາກເອກະຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ອົດສະຕາລີ ເອົາໃຈໃສ່ພັດທະນາການຄ້າໃຫ້ສົມດູນ, ລົງທຶນເຂົ້າບັນດາໂຄງການເຊື່ອມຈອດພື້ນຖານໂຄງລ່າງ ແລະ ຂົນສົ່ງ, ປະຕິບັດການຮ່ວມມືໃນບັນດາຂົງເຂດດັ້ງເດີມ ເປັນຕົ້ນແມ່ນບັນດາຂົງເຂດໃໝ່ຄື ເສດຖະກິດດີຈີຕອນ, ເສດຖະກິດຂຽວ ແລະ ນະວັດຕະກຳ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ອົດສະຕຣາລີ ເອົາໃຈໃສ່ເປີດກວ້າງການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ການຮ່ວມມືດ້ານແຮງງານ ແລະ ການຮ່ວມມືຊາວໜຸ່ມ ເພື່ອສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນດ້ານເສດຖະກິດ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ໃນປີ 2021./.
ທີ່ມາ: https://kinhtedothi.vn/thu-tuong-hoan-nghenh-chien-luoc-kinh-te-dong-nam-a-2040-cua-australia.html






(0)