ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ຍີ່ປຸ່ນ ຈະເຄື່ອນໄຫວໜູນຊ່ວຍ ODA ລຸ້ນໃໝ່ໃຫ້ຫວຽດນາມ ດ້ວຍບັນດາຂັ້ນຕອນທີ່ງ່າຍດາຍ, ສຸມໃສ່ບັນດາໂຄງການສຳຄັນ “ຫັນສະພາບການ ແລະ ປ່ຽນແປງລັດ”.
ຕອນບ່າຍວັນທີ 18/4, ຢູ່ສຳນັກງານ ລັດຖະບານ , ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ເພື່ອປຶກສາຫາລືຫຼາຍບັນຫາເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.
ຂອບໃຈຄະນະຜູ້ແທນຍີ່ປຸ່ນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງການຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຫວຽດນາມ ໃນປີ 2025, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ການເຕີບໂຕສີຂຽວແມ່ນບັນຫາຮ່ວມຂອງບັນດາປະເທດໃນໂລກ, ໃນນັ້ນມີ ຫວຽດນາມ ແລະ ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍມານະພະຍາຍາມລົງເລິກການພົວພັນມິດຕະພາບທີ່ເປັນມູນເຊື້ອ, ບົນພື້ນຖານຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້ການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
2 ຝ່າຍເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດການເມືອງ, ການທູດ, ເສດຖະກິດ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ຫັນເປັນດິຈິຕອນ, ຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ຕ້ານການກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ, ປັບປຸງຄວາມສາມາດ ແລະ ເສີມຂະຫຍາຍບົດບາດຂອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ; ພິເສດ, ການຄ້າສອງຝ່າຍພວມພັດທະນາຢ່າງສົມກຽດ, ສະເໜີໃຫ້ສອງຝ່າຍຍັງເປີດກວ້າງຕະຫຼາດໃຫ້ບັນດາຜະລິດຕະພັນຂອງກັນອີກດ້ວຍ.
ແຈ້ງໃຫ້ຊາບວ່າ, ບັນດາໂຄງການຮ່ວມມືກັບ ຍີ່ປຸ່ນ ຫວຽດນາມ ພວມຜັນຂະຫຍາຍຢ່າງຕັ້ງໜ້າ; ຫວຽດນາມ ວາງແຜນຈະເລີ່ມກໍ່ສ້າງບັນດາໂຄງການທີ່ເປັນສັນຍາລັກແຫ່ງການພົວພັນລະຫວ່າງສອງປະເທດຄື: ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ໂຮງໝໍ Cho Ray; ເພີ່ມທະວີການຮ່ວມມືດ້ານພະລັງງານໃນຂອບເຂດປະຊາຄົມການປ່ອຍອາຍພິດສຸດທິ ອາຊີ (AZEC)..., ທ່ານນາຍົກລັດຖະມົນຕີ ຫວັງວ່າ ຍີ່ປຸ່ນ ຈະໜູນຊ່ວຍແຫຼ່ງທຶນ ແລະ ເຕັກໂນໂລຢີ, ຊຸກຍູ້ບັນດາວິສາຫະກິດ ຍີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ; ແລະ ພ້ອມກັນນັ້ນ, ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກຢູ່ໂຄງການກັ່ນຕອງ ແລະ ປິໂຕຣເຄມີ Nghi Son - ສັນຍາລັກແຫ່ງການຮ່ວມມືລະຫວ່າງ 3 ປະເທດຫວຽດນາມ - ກູເວດ - ຍີ່ປຸ່ນ.
ສະແດງຄວາມຂອບອົກຂອບໃຈ ແລະ ເນັ້ນໜັກວ່າ ODA ຂອງລັດຖະບານ ຍີ່ປຸ່ນ ໄດ້ມີຜົນດີຕໍ່ການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ ໃນຊຸມປີມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວັງວ່າ ຍີ່ປຸ່ນ ຈະຕັ້ງໜ້າໜູນຊ່ວຍ ODA ຮຸ່ນໃໝ່ໃຫ້ ຫວຽດນາມ ດ້ວຍບັນດາຂັ້ນຕອນທີ່ງ່າຍດາຍກວ່າ, ສຸມໃສ່ບັນດາໂຄງການສຳຄັນ “ຫັນສະພາບການ ແລະ ປ່ຽນແປງລັດ”.
ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ອວຍພອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຸດຍອດ P4G ປະສົບຜົນສຳເລັດ; ຖືວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່ - ຍຸກແຫ່ງການພັດທະນາປະເທດຊາດໄປສູ່ຄວາມຮັ່ງມີ, ວັດທະນາຖາວອນ, ສະນັ້ນ ຍີ່ປຸ່ນ ຈະຍັງຄົງເປັນຄູ່ຮ່ວມມືດີທີ່ສຸດຂອງຫວຽດນາມ ໃນຂະບວນການນີ້.
ທ່ານເອກອັກຄະລັດຖະທູດກ່າວວ່າ, ສອງປະເທດມີຫຼາຍຂົງເຂດຮ່ວມມື, ການພົວພັນນີ້ຈະໄດ້ຮັບການພັດທະນາບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ພວມພັດທະນາຢ່າງຕັ້ງໜ້າ. ຍີ່ປຸ່ນຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບຫວຽດນາມ.
ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະສຸມໃສ່ໜູນຊ່ວຍຫວຽດນາມ ພັດທະນາພື້ນຖານໂຄງລ່າງຍຸດທະສາດຄື: ໂຄງການທາງລົດໄຟຄວາມໄວສູງ, ເສັ້ນທາງລົດໄຟໃນຕົວເມືອງ ແລະ ອື່ນໆ; ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານຢ່າງລະອຽດກວ່າເພື່ອໃຫ້ການຮ່ວມມືບັນລຸໄດ້ໝາກຜົນທີ່ດີທີ່ສຸດ.
ຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ທີ່ໄດ້ກຳນົດທິດແກ້ໄຂຄວາມຫຍຸ້ງຍາກໃນບັນດາໂຄງການສຳຄັນທີ່ ຍີ່ປຸ່ນ ພວມປະຕິບັດຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວັງວ່າລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຈະສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ພິເສດແມ່ນບັນດາລະບຽບການຮັບປະກັນການສະໜອງໄຟຟ້າ; ແລະຫວັງວ່າຫວຽດນາມຈະເປີດປະຕູໃຫ້ແກ່ການນຳເຂົ້າໝາກໄມ້ຂອງຍີ່ປຸ່ນເຂົ້າຫວຽດນາມ.
ທ່ານເອກອັກຄະລັດຖະທູດກໍ່ຖືວ່າ: ຍີ່ປຸ່ນ ພວມຕັ້ງໜ້າປັບປຸງສະພາບແວດລ້ອມເພື່ອສາມາດຮັບເອົາໄດ້ ແລະ ຫວັງວ່າຈະມີຊາວ ຫວຽດນາມ ມາເຮັດວຽກຢູ່ ຍີ່ປຸ່ນ ນັບມື້ນັບຫຼາຍຂຶ້ນ./.
ທີ່ມາ
(0)