ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. (ພາບ: VGP) |
ທີ່ການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr., ການນຳ 2 ທ່ານ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຟີລິບປິນ ເພື່ອຕອບສະໜອງບັນດາການຜັນແປທີ່ສັບສົນໃນ ໂລກ ແລະ ພາກພື້ນໃນໄລຍະມໍ່ໆມານີ້.
ຕາມນັ້ນແລ້ວ, ການນຳ 2 ທ່ານໄດ້ເຫັນດີມອບໝາຍໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດ ຊຸກຍູ້ການລົງນາມໃນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ ເພື່ອແນໃສ່ເພີ່ມທະວີຂໍ້ລິເລີ່ມຂອງ ຫວຽດນາມ ແລະ ຟີລິບປິນ ໃນການຜະລິດ ແລະ ນຳເຂົ້າ ແລະ ສົ່ງອອກເຂົ້າສານ.
2 ຝ່າຍກໍ່ຢືນຢັນວ່າຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນຄື: ການຮ່ວມມືດ້ານກະສິກຳ, ການຄົ້ນຄວ້າວິທະຍາສາດທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ, ພ້ອມກັນນັ້ນກໍ່ມານະພະຍາຍາມເພື່ອອຳນວຍຄວາມສະດວກໃຫ້ແກ່ສິນຄ້າຂອງ 2 ປະເທດເຂົ້າສູ່ຕະຫຼາດຢ່າງເລິກເຊິ່ງກ້ວາງຂວາງ, ປະກອບສ່ວນຢ່າງຕັ້ງໜ້າເພື່ອແນໃສ່ເພີ່ມທະວີວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ບັນລຸ 10 ຕື້ USD ໃນໄລຍະຈະມາເຖິງ.
ການນຳສອງທ່ານຢືນຢັນວ່າ ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານປະທານາທິບໍດີ Marcos Jr. ຈະສ້າງກຳລັງແຮງອັນໃໝ່ເພື່ອພັດທະນາການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Yoko Widodo. (ທີ່ມາ: VNA) |
ທີ່ການພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ການນຳ 2 ທ່ານ ຢືນຢັນວ່າ ຈະຕັ້ງໜ້າສົມທົບກັນ ແລະ ແລກປ່ຽນບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ; ປະຕິບັດບັນດາຂໍ້ຕົກລົງ ແລະ ສົນທິສັນຍາທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ແລະ ຊຸກຍູ້ການໃຫ້ສັດຕະຍາບັນສັນຍາວ່າດ້ວຍການຈຳກັດເຂດເສດຖະກິດຈຳເພາະ, ປະກອບສ່ວນນຳຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ.
ການນຳສອງທ່ານຢືນຢັນຈະສົມທົບກັນຢ່າງຕັ້ງໜ້າເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ; ເຫັນດີມອບໝາຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງເຈລະຈາ ແລະ ລົງນາມໃນສັນຍາການຄ້າໄລຍະຍາວກ່ຽວກັບການນໍາເຂົ້າ ແລະ ສົ່ງອອກເຂົ້າລະຫວ່າງສອງປະເທດ; ແລະ ເປີດກວ້າງການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດ ເຊິ່ງທັງສອງຝ່າຍມີຄວາມເຂັ້ມແຂງໃຫ້ແກ່ຕະຫຼາດຂອງກັນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍ ອິນໂດເນເຊຍ ປະສົບຜົນສຳເລັດໃນບົດບາດເປັນປະທານອາຊຽນ 2023. ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳ 2 ທ່ານເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ອາຊຽນ, ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lee Hsien Loong. (ທີ່ມາ: VGP) |
ໃນການພົບປະກັບທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong, 2 ຝ່າຍໄດ້ຕີລາຄາສູງການນຳສອງປະເທດເພີ່ມທະວີການພົບປະກວດກາ ແລະ ປຶກສາຫາລືກ່ຽວກັບທິດທາງລົບລ້າງຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ ແລະ ສ້າງຄວາມສະດວກໃຫ້ແກ່ການຮ່ວມມືໃນທຸກຂົງເຂດ. ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືບັນດາທິດທາງຍົກລະດັບການພົວພັນສອງປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະທີ່ເໝາະສົມ.
ຕີລາຄາສູງບັນດາການປະກອບສ່ວນອັນດີງາມຂອງບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIPs), ການນຳ 2 ທ່ານໄດ້ເຫັນດີມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດຄົ້ນຄວ້າຄວາມເປັນໄປໄດ້ຂອງການສ້າງຕັ້ງສະມາຄົມບັນດາສວນອຸດສາຫະກຳຂອງ 2 ປະເທດ, ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງ VSIP ຕາມຮູບແບບສະຫຼາດ, ຂຽວ, ຍືນຍົງ, ສົມທົບກັນພັດທະນາລະບົບສວນອຸດສາຫະກຳ - ອຸດສາຫະກຳ.
ສອງຝ່າຍຍັງເຫັນດີເປັນເອກະສັນຈະຮ່ວມມືສ້າງຖານຂໍ້ມູນຮ່ວມຂອງສອງປະເທດໂດຍໄວ ເພື່ອຊຸກຍູ້ຂະບວນການຫັນເປັນດີຈີຕອນຂອງເສດຖະກິດສອງປະເທດ.
ການນຳ 2 ທ່ານໄດ້ປຶກສາຫາລືບັນດາບຸລິມະສິດ ແລະ ບັນດາຈຸດສຳຄັນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສິງກະໂປ. ທ່ານນາຍົກລັດຖະມົນຕີ Lee Hsien Loong ຕີລາຄາສູງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຫວຽດນາມ ໃນຂົງເຂດພະລັງງານທົດແທນ, ພິເສດແມ່ນພະລັງງານລົມ ແລະ ແສງຕາເວັນ. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບໃຈສິງກະໂປ ທີ່ໄດ້ອະນຸຍາດໃຫ້ສະໜອງໄຟຟ້າສະອາດຈາກຫວຽດນາມ ໄປຍັງຕະຫລາດສິງກະໂປ.
ສອງຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີບັນດາການພົບປະແລກປ່ຽນຊາວໜຸ່ມ 2 ປະເທດ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ວັດທະນາຖາວອນລະຫວ່າງປະຊາຊົນສອງປະເທດ.
ທີ່ມາ
(0)