ຕອນເຊົ້າວັນທີ 14 ກັນຍາ, ທີ່ສຳນັກງານລັດຖະບານ, ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະເໜີໃຫ້ ອິນໂດເນເຊຍ ລົງນາມໃນສັນຍາຮ່ວມມືດ້ານການຄ້າເຂົ້າສານໂດຍໄວ, ອຳນວຍຄວາມສະດວກໃຫ້ສິນຄ້າກະສິກຳ ແລະ ຜະລິດຕະພັນ Halal ຂອງ ຫວຽດນາມ ເຂົ້າເຖິງຕະຫຼາດ ອິນໂດເນເຊຍ, ໜູນຊ່ວຍ ຫວຽດນາມ ຖອນໃບເຫຼືອງ IUU.

ທ່ານນາຍົກລັດຖະມົນຕີ Pham Minh Chinh ອວຍພອນທ່ານ Prabowo Subianto ເລືອກຕັ້ງປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2024-2029 ດ້ວຍຄວາມເຊື່ອໝັ້ນຢ່າງສູງ; ຊົມເຊີຍການມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນສະພາບການທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ມຸ່ງໄປເຖິງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1955-2025). ການຢ້ຽມຢາມຍັງສະແດງໃຫ້ເຫັນຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຕັ້ງໃຈຂອງສອງປະເທດໃນການຊຸກຍູ້ການຮ່ວມມື, ການພັດທະນາແບບຍືນຍົງ, ເພື່ອ ສັນຕິພາບ , ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ທ່ານນາຍົກລັດຖະມົນຕີຊົມເຊີຍອິນໂດເນເຊຍສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ; ຊົມເຊີຍອິນໂດເນເຊຍໃນບັນດາຜົນງານທີ່ພົ້ນເດັ່ນ, ກາຍເປັນປະເທດເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນອັນດັບ 16 ໃນໂລກ, ຮັບປະກັນຄວາມປອດໄພທາງສັງຄົມ; ເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການກໍ່ສ້າງ ແລະ ພັດທະນາປະເທດ, ບັນລຸເປົ້າໝາຍກາຍເປັນປະເທດພັດທະນາ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງ (2045), ດ້ວຍບົດບາດ, ຖານະບົດບາດໃນພາກພື້ນ ແລະ ສາກົນນັບມື້ນັບເພີ່ມຂຶ້ນ.
ທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ອວຍພອນຫວຽດນາມ ໃນວັນຊາດ ແລະ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຈິດສຸດໃຈຕໍ່ຄວາມເສຍຫາຍຢ່າງໜັກໜ່ວງທີ່ເກີດຈາກພາຍຸ Typhoon Yagi. ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ນ້ຳໃຈບໍ່ກ້າຫານ ແລະ ໝັ້ນຄົງເຂັ້ມແຂງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ; ຢືນຢັນວ່າໄດ້ຕີລາຄາສູງ ແລະ ຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ໃຫ້ພັດທະນາຢ່າງແຂງແຮງກວ່າອີກໃນທຸກຂົງເຂດ.

ການນຳສອງທ່ານໄດ້ເຫັນດີເປັນເອກະສັນກັນວ່າ ໃນເກືອບ 7 ທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໂດຍປະທານໂຮ່ຈິມິນ ແລະ ປະທານປະເທດ Sukarno ໄດ້ພັດທະນາຢ່າງແຂງແຮງ ແລະ ກວ້າງຂວາງ; ພິເສດແມ່ນພາຍຫຼັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013. ຄວາມເຂົ້າໃຈທາງດ້ານການເມືອງ ແລະ ຄວາມໄວ້ເນື້ອເຊື່ອໃຈໄດ້ເຂົ້າສູ່ລວງເລິກ, ການຮ່ວມມືໃນທຸກຂົງເຂດນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ມີປະສິດທິຜົນ; ສອງຝ່າຍໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາກົນໄກຫຼາຍຝ່າຍ (ສະຫະປະຊາຊາດ, ອາຊຽນ, ການເຄື່ອນໄຫວບໍ່ຮ່ວມກຸ່ມ...).
ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະພາບບັນດາທິດທາງຕົ້ນຕໍເພື່ອຜັນຂະຫຍາຍທ່າແຮງການຮ່ວມມືໃນຂົງເຂດຕ່າງໆຢ່າງມີປະສິດທິຜົນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໂດຍໄວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ຄົບຮອບ 80 ປີ ແຫ່ງວັນຊາດ 2 ປະເທດ.
ຕາມນັ້ນແລ້ວ, ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົວພັນຂັ້ນສູງ, ທຸກຂັ້ນ ແລະ ທຸກຊ່ອງທາງ (ການນຳພັກ, ລັດ, ລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ), ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນທຸກຂົງເຂດ. 2 ຝ່າຍເຊື່ອໝັ້ນວ່າໂດຍໄວຈະບັນລຸໄດ້ຄາດໝາຍວົງເງິນການຄ້າສອງຝ່າຍ 18 ຕື້ USD; ຕົກລົງຈະສົມທົບກັນລົບລ້າງຄວາມຫຍຸ້ງຍາກ, ຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ, ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການເຂົ້າເຖິງຕະຫຼາດສິນຄ້າຂອງແຕ່ລະຝ່າຍ, ໃນນັ້ນມີບັນດາຜະລິດຕະພັນກະເສດ, ຜະລິດຕະພັນ Halal.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍ ອິນໂດເນເຊຍ ໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ສະເໜີໃຫ້ອິນໂດເນເຊຍລົງນາມໃນສັນຍາຮ່ວມມືດ້ານການຄ້າເຂົ້າສານໂດຍໄວ, ອຳນວຍຄວາມສະດວກໃຫ້ບັນດາຜະລິດຕະພັນກະເສດຂອງຫວຽດນາມ ແລະ ຜະລິດຕະພັນ Halal ເຂົ້າສູ່ຕະຫຼາດອິນໂດເນເຊຍ, ສະໜັບສະໜູນຫວຽດນາມ ໃນການຍົກອອກໃບເຫຼືອງ IUU ໃນຂົງເຂດການປະມົງ.
ທ່ານປະທານາທິບໍດີ ອິນໂດເນເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ເຕັກໂນໂລຢີສູງ, ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນປະສົບການໃນການພັດທະນາກະສິກຳ.
ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຂອງສອງປະເທດລົງທຶນເຂົ້າຕະຫຼາດຂອງແຕ່ລະປະເທດ, ພິເສດແມ່ນໃນຂົງເຂດໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນເປັນພະລັງງານ, ພັດທະນາລະບົບນິເວດພາຫະນະໄຟຟ້າ; ແລະຊຸກຍູ້ການລົງນາມໃນເອກະສານຮ່ວມມືດ້ານການແລກປ່ຽນການຝຶກອົບຮົມດ້ານວິຊາການ ແລະເສດຖະກິດດີຈີຕອນໃນໄລຍະຕົ້ນ.

ການນຳ 2 ທ່ານຍັງໄດ້ເຫັນດີລົງເລິກການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆຄື: ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ, ການຮ່ວມມືດ້ານການປະມົງ, ກໍ່ສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ໃນນັ້ນມີການຄ້າ e-commerce ຂ້າມຊາຍແດນ, ການຫັນເປັນດີຈີຕອນ; ສະກັດກັ້ນອາດຊະຍາກຳຂ້າມຊາດ ແລະ ອາດຊະຍາກຳທາງອິນເຕີເນັດ, ໜູນຊ່ວຍວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ; ເພີ່ມທະວີການແລກປ່ຽນວັດທະນະທຳ, ແລກປ່ຽນປະຊາຊົນ, ການເຊື່ອມຕໍ່ການບິນ ແລະ ການເຊື່ອມຕໍ່ກັບທ້ອງຖິ່ນ.
ການນຳສອງທ່ານຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມື, ຮັດແໜ້ນຄວາມສາມັກຄີ, ບົດບາດໃຈກາງ ແລະ ທັດສະນະລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ; ແລະ ຊຸກຍູ້ການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນຂອງອະນຸພາກພື້ນໃນພາກພື້ນ, ລວມທັງອະນຸພາກພື້ນແມ່ນ້ຳຂອງ.
ທ່ານນາຍົກລັດຖະມົນຕີ ສະເໜີ ອິນໂດເນເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະ ຜົນສຳເລັດຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ, ຊຸກຍູ້ການເຈລະຈາ COC ແທດຈິງ ແລະ ມີປະສິດທິຜົນຕາມກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຮຽກຮ້ອງອິນໂດເນເຊຍ ເອົາໃຈໃສ່, ສະໜັບສະໜູນ ແລະ ສົ່ງຜູ້ແທນຂັ້ນສູງເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2025 ແລະ ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍໂລກ 2030 (P4G) ຈະຈັດຂຶ້ນຢູ່ ຫວຽດນາມ ໃນປີ 2025.
ທີ່ມາ
(0)