ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະເໜີ ວິທະຍຸກະຈາຍສຽງຫວຽດນາມ ດ້ວຍ 16 ຄຳເວົ້າຄື: “ຄວາມກ້າຫານ - ຈຸດປະສົງ - ຮອບດ້ານ - ທັນການ - ຕົວຕົນ - Digitalization - ມີຫົວຄິດປະດິດສ້າງ - ປະສິດທິຜົນ”.
ຕາງໜ້າການນຳພັກ, ລັດ, ມອບຫຼຽນກາ ໂຮ່ຈີມິນ ໃຫ້ວິທະຍຸກະຈາຍສຽງຫວຽດນາມ; ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ, ໃນໄລຍະ 80 ປີຜ່ານມາ, “ສຽງຫວຽດນາມ” ຍາມໃດກໍດັງກ້ອງກັງວົນໄປທົ່ວ; ແມ່ນສຽງເວົ້າຂອງການເດີນທາງທີ່ລຳບາກແຕ່ພາກພູມໃຈ, ມີວິລະຊົນ ແລະ ສະຫງ່າລາສີເພື່ອຍາດເອົາເອກະລາດ - ເສລີພາບ - ຄວາມຜາສຸກຂອງປະເທດຊາດ; ແມ່ນສຽງຂອງຄວາມເຈັບປວດ, ຄວາມກຽດຊັງ, ການຕໍ່ສູ້; ເປັນສຽງແຫ່ງສັດທາ ແລະຄວາມຫວັງ; ແມ່ນສຽງຂອງຈິດໃຈແລະກຽດສັກສີຂອງມະນຸດ; ແມ່ນສຽງແຫ່ງຄວາມຮັກຊາດ ແລະ ນ້ຳໃຈຮັກຊາດ; ແມ່ນສຽງແຫ່ງຄວາມມຸ່ງມາດປາດຖະໜາ, ຮັກສາ ສັນຕິພາບ ແລະ ມິດຕະພາບ, ຄວາມສາມັກຄີສາກົນ; ແມ່ນສຽງກະຕຸກຊຸກຍູ້ ແລະ ລະດົມກຳລັງໃຈຊາວຫວຽດນາມ ໃນຫລາຍລຸ້ນຄົນ ຜ່ານບັນດາວິລະຊົນປະຕິວັດຂອງປະເທດຊາດ./.
ທີ່ມາ: https://www.vietnamplus.vn/thu-tuong-trao-huan-chuong-ho-chi-minh-tang-dai-tieng-noi-viet-nam-post1060407.vnp






(0)