1. ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Seri Anwar Ibrahim, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ To Lam ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຢ້ຽມຢາມມາເລເຊຍ ແຕ່ວັນທີ 21 – 23 ພະຈິກ 2024.
2. ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ To Lam ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີມາເລເຊຍ Dato' Seri Anwar Ibrahim; ພົບປະກັບທ່ານປະທານສະພາຕ່ຳ Tan Sri Dato' Dr Johari bin Abdul; ປະທານສະພາສູງ Dato' Awang Bemee Awang Ali Basah; ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພັດທະນາຊົນນະບົດ, ປະທານອົງການສະຫະປະຊາຊາດມາເລເຊຍ (UMNO) Dato' Seri Dr Ahmad Zahid Hamidi; ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ຢູ່ມາເລເຊຍ ແລະ ຢ້ຽມຢາມບັນດາສູນ ເສດຖະກິດ ແລະ ວັດທະນະທຳຢູ່ ມາເລເຊຍ.
3. ທີ່ການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato' Seri Anwar Ibrahim, ໃນບັນຍາກາດແຫ່ງຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ, ການນຳ 2 ທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືອັນກວ້າງຂວາງລະຫວ່າງ ຫວຽດນາມ ແລະ ມາເລເຊຍ ທີ່ໄດ້ຜ່ານໄລຍະກວ່າ 50 ປີແຫ່ງການກໍ່ສ້າງ ແລະ ພັດທະນາ (1973 – 2024), ຜ່ານຜ່າບັນດາວິກິດການທາງປະຫວັດສາດ ແລະ ເຕີບໃຫຍ່ເຂັ້ມແຂງ. ນັບແຕ່ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງເລິກເຊິ່ງ, ບັນລຸໄດ້ບັນດາຜົນງານທີ່ສຳຄັນຂອງສອງຝ່າຍ ແລະ ຫຼາຍຝ່າຍ, ບົນພື້ນຖານຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມີວິໄສທັດຄວາມໝັ້ນຄົງ, ວັດທະນາຖາວອນ, ພັດທະນາແບບຍືນຍົງໃນພາກພື້ນ ແລະ ຄວາມຄ້າຍຄືກັນດ້ານວັດທະນະທຳ ແລະ ປະຫວັດສາດຂອງປະຊາຊົນສອງປະເທດ.
4. ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ ແລະ ໄດ້ຮັບຮູ້ວ່າ ການພົວພັນ ຫວຽດນາມ - ມາເລເຊຍ ພວມຢູ່ໃນໄລຍະເຕີບໂຕ ໂດຍມີຫຼາຍກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນເໝາະສົມເພື່ອກ້າວຂຶ້ນສູ່ລະດັບສູງໃໝ່, ການນຳສອງປະເທດໄດ້ຕັດສິນໃຈຍົກລະດັບການພົວພັນ ຫວຽດນາມ - ມາເລເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປັນຂີດໝາຍປະຫວັດສາດຂອງການຢ້ຽມຢາມຄັ້ງນີ້.
5. ໂດຍຖະແຫຼງການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລັດຖະບານສອງປະເທດຢືນຢັນຄຳໝັ້ນສັນຍາສະໜັບສະໜູນເຊິ່ງກັນ ແລະ ກັນບົນເສັ້ນທາງພັດທະນາຂອງຕົນ, ສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ ບົນພື້ນຖານເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ. ທິດທາງ ແລະ ມາດຕະການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນສອດຄ່ອງກັບສະພາບເສດຖະກິດ - ສັງຄົມ, ກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ ແລະ ຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງແຕ່ລະປະເທດ.
6. ສອງຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບທິດທາງເພື່ອຮັດແໜ້ນການພົວພັນໃນທຸກຂົງເຂດ, ພິເສດແມ່ນບັນດາມາດຕະການເພີ່ມທະວີການເຊື່ອມຈອດ, ລົບລ້າງຄວາມຫຍຸ້ງຍາກ ແລະ ເປີດກວ້າງການຮ່ວມມື; ເປີດໜ້າໃໝ່ໃນການຮ່ວມມືສອງຝ່າຍເພື່ອສັນຕິພາບ, ສະຖຽນລະພາບ, ສະຖຽນລະພາບ, ຄວາມສາມັກຄີ ແລະ ຄວາມວັດທະນາຖາວອນ; ແລະເພື່ອປະຊາຄົມອາຊຽນທີ່ເປັນເອກະພາບ, ເປັນເຈົ້າຕົນເອງ ແລະ ຮັ່ງມີ, ໂດຍມີບັນດາເສົາຄ້ຳຕົ້ນຕໍລວມມີ:
ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນ, ປະກອບສ່ວນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ການພັດທະນາ: ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ບັນດາຊ່ອງທາງເພື່ອຮັດແໜ້ນການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຂອງມາເລເຊຍ ເປັນຕົ້ນແມ່ນລະຫວ່າງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ; ຜັນຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍສຶກສາ ແລະ ສ້າງກົນໄກຮ່ວມມືທີ່ເໝາະສົມກັບຄວາມຕ້ອງການຮ່ວມມືໃນສະພາບການໃໝ່;
- ຮັດແໜ້ນການພົວພັນດ້ານເສດຖະກິດກ້າວໄປສູ່ການເຕີບໂຕແບບຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ: ຊຸກຍູ້ການເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດໂດຍຜ່ານການຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ USD ໂດຍໄວ, ໃນທິດທາງທີ່ສົມດູນ ແລະ ມີຜົນປະໂຫຍດຮ່ວມກັນ; ແລກປ່ຽນຂໍ້ມູນກ່ຽວກັບລະບຽບ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງບັນດາລາຍການນຳເຂົ້າ ແລະ ສົ່ງອອກທີ່ມີທ່າແຮງຂອງແຕ່ລະປະເທດ; ເພີ່ມທະວີການຮ່ວມມືພັດທະນາອຸດສາຫະກຳ Halal; ຊຸກຍູ້ວິສາຫະກິດຂອງປະເທດໜຶ່ງເປີດກວ້າງການລົງທຶນເຂົ້າຕະຫຼາດຂອງປະເທດໜຶ່ງ; ໃຫ້ຄຳໝັ້ນສັນຍາຮັບປະກັນຜົນປະໂຫຍດຈາກການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ ແລະ ພິຈາລະນາສ້າງກົນໄກຮ່ວມມືພັດທະນາການຮ່ວມມືໃນຂົງເຂດຊ້ອນແຝງ, ຖ້າມີ;
ເພີ່ມທະວີການຮ່ວມມືໃນຂົງເຂດໃໝ່ (ເຊັ່ນ ເສດຖະກິດສີຂຽວ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ການຫັນປ່ຽນດີຈີຕອນ, ພະລັງງານຂຽວ...) ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃນບັນດາຂົງເຂດສຳຄັນອື່ນໆ (ການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ແຮງງານ, ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການເຊື່ອມໂຍງປະຊາຊົນ ແລະ ອື່ນໆ).
- ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບລວມ: ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນອາຊຽນ, ສະຫະປະຊາຊາດ, ການເຄື່ອນໄຫວບໍ່ຮ່ວມກຸ່ມ, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC)…; ຊຸກຍູ້ການພັດທະນາຢ່າງແຂງແຮງ ແລະ ຄວາມກ້າວໜ້າຂອງອາຊຽນ ໃນຊຸມປີຕໍ່ໜ້າ ເພື່ອບັນລຸວິໄສທັດປະຊາຄົມອາຊຽນ 2045 ແລະ ຕໍ່ໜ້າ; ສະໜັບສະໜູນການຮ່ວມມືໃນອະນຸພາກພື້ນ ແລະ ການເຊື່ອມຕໍ່, ລວມທັງອະນຸພາກພື້ນແມ່ນ້ຳຂອງ.
7. ເພື່ອຈັດຕັ້ງປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການນຳ 2 ປະເທດ ໄດ້ຕົກລົງມອບໝາຍໃຫ້ກະຊວງການຕ່າງປະເທດ 2 ປະເທດ ສົມທົບກັບກະຊວງ/ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ສ້າງແຜນການເຄື່ອນໄຫວ ຈັດຕັ້ງປະຕິບັດບັນດາເສົາຄ້ຳທີ່ກ່າວມາຂ້າງເທິງ ເພື່ອປຶກສາຫາລືໃນກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ໂດຍການເປັນປະທານຮ່ວມຂອງ ລັດຖະມົນຕີການຕ່າງປະເທດຂອງສອງປະເທດ. 2 ຝ່າຍກໍ່ໄດ້ເຫັນດີເປັນເອກະສັນກວດກາຄືນ ແລະ ເຈລະຈາບັນດາສັນຍາຮ່ວມມືໃໝ່ໃນເວລາອັນເໝາະສົມ ເພື່ອສ້າງກຳລັງແຮງ ແລະ ພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນອະນາຄົດ.
8. ທ່ານເລຂາທິການໃຫຍ່ To Lam ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນບົດບາດຂອງມາເລເຊຍ ໃນຖານະເປັນປະທານອາຊຽນ 2025, ພ້ອມທັງຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ທີ່ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ມາເລເຊຍ ແລະ ບັນດາປະເທດສະມາຊິກ ອາຊຽນ ມຸ່ງໄປເຖິງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ຜ່ານການຊຸກຍູ້ການເຕີບໂຕລວມ, ພັດທະນາແບບຍືນຍົງ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ. 2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເຂົ້າໃນຄວາມສາມັກຄີ, ເປັນໃຈກາງ ແລະ ຄວາມໝັ້ນຄົງຂອງອາຊຽນ. ສອງຝ່າຍຍັງໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງຕົນໃນການຊຸກຍູ້ການພັດທະນາປະຊາຄົມອາຊຽນຢ່າງສະເໝີພາບ, ຮອບດ້ານ ແລະ ຍືນຍົງ ໂດຍຜ່ານການເຊື່ອມຕໍ່ການພັດທະນາອະນຸພາກພື້ນກັບການພັດທະນາຮອບດ້ານຂອງອາຊຽນ.
9. ບັນດາການນຳໄດ້ຢ້ຳຄືນຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ໂດຍບໍ່ມີການນາບຂູ່ຫຼືໃຊ້ກຳລັງ, ອີງຕາມຫຼັກການທີ່ໄດ້ຮັບການຮັບຮອງຈາກກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982).
10. ການນຳ 2 ທ່ານຢືນຢັນຄືນຄວາມສຳຄັນຂອງທຸກຝ່າຍກ່ຽວກັບການປະຕິບັດຄວາມອົດກັ້ນ, ບໍ່ປະຕິບັດບັນດາການເຄື່ອນໄຫວທີ່ອາດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ຮຽກຮ້ອງໃຫ້ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຈລະຈາປະມວນກົດໝາຍການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS ປີ 1982.
11. ທ່ານເລຂາທິການໃຫຍ່ To Lam ໄດ້ຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ເຄົາລົບນັບຖືຕໍ່ຄະນະຜູ້ແທນ. ທ່ານເລຂາທິການໃຫຍ່ To Lam ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Dato' Seri Anwar Ibrahim ມາຢ້ຽມຢາມຫວຽດນາມ ອີກເທື່ອໜຶ່ງໃນເວລາສະດວກສະບາຍເຊິ່ງກັນແລະກັນ. ນາຍົກລັດຖະມົນຕີ Dato' Seri Anwar Ibrahim ຍອມຮັບຄຳເຊີນຢ່າງມີຄວາມສຸກ.
(0)