ການອອກຖະແຫຼງການຮ່ວມລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນການພັດທະນາທີ່ມີຄວາມໝາຍ, ສອດຄ່ອງກັບຜົນປະໂຫຍດ, ຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງ 2 ຝ່າຍ.

ຕາມນັກຂ່າວພິເສດ VNA ແລ້ວ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ການໂຕ້ວາທີລະດັບສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຢູ່ນະຄອນນິວຢອກ, ຕອນບ່າຍວັນທີ 23 ກັນຍານີ້ຕາມເວລາທ້ອງຖິ່ນ. ເລຂາທິການໃຫຍ່ ແລະປະທານປະເທດ To Lam ພົບປະກັບ ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi.
ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຂອບອົກຂອບໃຈລັດຖະບານອິນເດຍ ທີ່ໄດ້ສະໜອງເຄື່ອງຊ່ວຍເຫຼືອສຸກເສີນ 35 ໂຕນ ມູນຄ່າ 1 ລ້ານ USD ໜູນຊ່ວຍບັນດາເຂດຖືກຜົນກະທົບຈາກພະຍຸເລກ 3 (Yagi) ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ສະແດງໃຫ້ເຫັນຈິດໃຈອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.
ທ່ານເລຂາທິການໃຫຍ່ ແລະປະທານປະເທດ To Lam ໄດ້ສົ່ງຄຳອວຍພອນເຖິງປະທານາທິບໍດີ Droupadi Murmu, ຊົມເຊີຍທ່ານ Narendra Modi ທີ່ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນນາຍົກລັດຖະມົນຕີອິນເດຍ ສະໄໝທີ 3 ຕິດຕໍ່ກັນ, ພ້ອມທັງອວຍພອນອິນເດຍບັນດາຜົນສຳເລັດໃນດ້ານເສດຖະກິດ - ສັງຄົມ, ວິທະຍາສາດ - ເຕັກໂນໂລຊີ ແລະ ວຽກງານການຕ່າງປະເທດໃນໄລຍະຜ່ານມາ.
ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ.
ການອອກຖະແຫຼງການຮ່ວມຂອງສອງປະເທດກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມອິນເດຍ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິ້ງ ມີເນື້ອໃນໃໝ່ ແລະ ສຳຄັນຫຼາຍດ້ານ, ແມ່ນການພັດທະນາທີ່ມີຄວາມໝາຍ, ສອດຄ່ອງກັບຜົນປະໂຫຍດ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາດຖະໜາຂອງສອງຝ່າຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນບັນດາໝາກຜົນການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ແຜນການເຄື່ອນໄຫວປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2024 – 2028, ສືບຕໍ່ຮັດແໜ້ນການພົວພັນເຂົ້າສູ່ລວງເລິກຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊຸກຍູ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ຄວາມໝັ້ນຄົງ. ການບິນ ແລະ ແລກປ່ຽນປະຊາຊົນ...; ເຊື່ອໝັ້ນວ່າໃນໄວໆນີ້ 2 ປະເທດຈະບັນລຸເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 20 ຕື້ USD/ປີ ແລະ ເພີ່ມຂຶ້ນກວ່າ 30 ຕື້ USD ໃນປີ 2030, ເພີ່ມຂຶ້ນທົບສອງເທົ່າຂອງປີ 2023.

ກ່ຽວກັບການຮ່ວມມືໃນພາກພື້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຢືນຢັນວ່າ ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາປະເທດ ອາຊຽນ ເພື່ອລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອິນເດຍ; ຫວັງວ່າ ອິນເດຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນ ແລະ ບົດບາດໃຈກາງຂອງ ອາຊຽນ, ໜູນຊ່ວຍ ອາຊຽນ ໃນການກໍ່ສ້າງປະຊາຄົມ, ແລະ ຮ່ວມມືເພື່ອຕອບສະໜອງບັນດາສິ່ງທ້າທາຍລວມ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນກົນໄກຂອງສະຫະປະຊາຊາດ, ອາຊຽນ ແລະ ອາຊຽນ, ຢຶດໝັ້ນຫຼັກການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບໃນການເດີນທະເລ ແລະ ການບິນ, ແກ້ໄຂຂໍ້ພິພາດໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS ປີ 1982.
ທ່ານນາຍົກລັດຖະມົນຕີ ອິນເດຍ Modi ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງການນຳສູງສຸດຂອງ ຫວຽດນາມ; ເຊື່ອໝັ້ນວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ຈະພ້ອມກັບການນຳຫວຽດນາມ ສືບຕໍ່ພັດທະນາປະເທດ ແລະ ເພີ່ມທະວີການພົວພັນ ຫວຽດນາມ - ອິນເດຍ; ຢືນຢັນວ່າ, ອິນເດຍ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ຕື່ມອີກ.
ທ່ານນາຍົກລັດຖະມົນຕີ Modi ຖືວ່າ: ອິນເດຍ ຈະສືບຕໍ່ເພີ່ມທະວີນະໂຍບາຍ “ທິດຕາເວັນອອກ” ຂອງຕົນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນກວ່າ ແລະ ມີປະສິດທິຜົນ, ພິເສດແມ່ນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການເຊື່ອມຕໍ່ດິຈິຕອນ, ເສດຖະກິດດິຈິຕອນ, ພື້ນຖານໂຄງລ່າງແບບຍືນຍົງ, ພະລັງງານທົດແທນ ແລະ ຄວາມປອດໄພທາງທະເລ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ To Lam ໄດ້ຢ້ຳຄືນຄຳເຊີນຂອງທ່ານປະທານາທິບໍດີ ອິນເດຍ Droupadi Murmu ມາຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີ Modi ໄດ້ເຊື້ອເຊີນທ່ານເລຂາທິການໃຫຍ່ ແລະ ປະທານາທິບໍດີ To Lam ມາຢ້ຽມຢາມ ອິນເດຍ ໂດຍໄວ.
ທີ່ມາ
(0)