ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ຖືວ່າ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແມ່ນຜູ້ສະໜັບສະໜູນຢ່າງແຂງແຮງຂອງການພົວພັນອັນເລິກເຊິ່ງລະຫວ່າງປະຊາຊົນ ອາເມລິກາ ແລະ ຫວຽດນາມ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ອອກຖະແຫຼງການກ່ຽວກັບການເຖິງແກ່ມໍລະນະກຳຂອງສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ .
ຖະແຫຼງການສະບັບນີ້ໄດ້ລົງໃນເວັບໄຊຂອງສະຖານທູດ ແລະ ສະຖານກົງສຸນອາເມລິກາປະຈຳຫວຽດນາມ.
ຖະແຫຼງການຂອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ຂຽນວ່າ:
“ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຈິດສຸດໃຈມາຍັງທ່ານນາງ ຫງວຽນທິແມ້ງ ແລະ ປະຊາຊົນຫວຽດນາມ ໃນການເສຍຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ໄດ້ນຳພາ ຫວຽດນາມ ໃນຕະຫຼອດ 13 ປີຜ່ານມາ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເປັນເຈົ້າການສະໜັບສະໜູນການພົວພັນອັນເລິກເຊິ່ງລະຫວ່າງປະຊາຊົນອາເມລິກາ ແລະ ຫວຽດນາມ. ພາຍໃຕ້ການນຳພາຂອງລາວ, ການພົວພັນມິດຕະພາບແລະການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດພວກເຮົາໄດ້ຮັບການຊຸກຍູ້ແລະພັດທະນາ. ການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານຢູ່ທຳນຽບຂາວໃນປີ 2015 ເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດ.
ຍ້ອນວິໄສທັດຂອງທ່ານ, ໃນໄລຍະຢ້ຽມຢາມທາງລັດຖະກິດຢູ່ຮ່າໂນ້ຍ ປີ 2023, ຫວຽດນາມ ແລະ ອາເມລິກາ ກາຍເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ແມ່ນຄູ່ຮ່ວມມືລະດັບສູງສຸດໃນລະບົບການພົວພັນ ທາງການທູດ ຂອງ ຫວຽດນາມ.
ປະຊາຊົນຫວຽດນາມ ແລະ ອາເມລິກາ ພ້ອມກັບປະຊາຊົນໃນທົ່ວພາກພື້ນອິນໂດປາຊີຟິກ ຍາມໃດກໍ່ມີຄວາມສະຫງົບປອດໄພ ແລະ ມີໂອກາດນັບມື້ນັບດີກ່ວາອີກ ເນື່ອງຈາກສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເຮົາ. ແລະນັ້ນແມ່ນຂອບໃຈທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ.
ສະຫະລັດອາເມຣິກາ - ແລະຂ້າພະເຈົ້າເອງ, ຈະຈົດຈຳ ແລະ ທະນຸຖະໜອມຄຳໝັ້ນສັນຍາຂອງທ່ານສະເໝີໃນການປອງດອງ ແລະ ສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະ ທົ່ວໂລກ. ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈຕໍ່ບັນດາມໍລະດົກຂອງທ່ານ ແລະ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງປະຊາຊົນຫວຽດນາມ ທີ່ໄດ້ເສຍຊີວິດໄປ”./.






(0)