Vnews
ປະທານາທິບໍດີ ອິນໂດເນເຊຍ ຢ້ຽມຢາມໂຮງງານ VinFast Hai Phong
ໃນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ໄປຢ້ຽມຢາມສູນຜະລິດລົດຍົນ ແລະ ລົດຈັກໄຟຟ້າ VinFast ຢູ່ ຮ່າໂນ້ຍ ແລະ ໄດ້ຮຽນຮູ້ໂດຍກົງກ່ຽວກັບບັນດາລົດຍົນໄຟຟ້າຂອງ ຫວຽດນາມ ໂດຍກົງ. ກ່ອນໜ້ານັ້ນ, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ Pham Minh Chinh ໄດ້ມີການພົບປະກັບບັນດາວິສາຫະກິດທີ່ພວມຮ່ວມມືການຜະລິດ ແລະ ດຳເນີນທຸລະກິດຢູ່ 2 ປະເທດ, ໃນນັ້ນມີ VinFast ແລະ GSM.
(0)