ກປ.ອອນໄລ - ວັນທີ 14 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ໄດ້ຈັດຕັ້ງການປະຕິບັດແຜນການເຄື່ອນໄຫວວຽກງານ ການທູດ ວິທະຍາສາດ ແລະເຕັກໂນໂລຢີຮອດປີ 2030 ຂອງກະຊວງການຕ່າງປະເທດ ເພື່ອປະຕິບັດມະຕິ 57-NQ/TW ກ່ຽວກັບບັນດາບາດກ້າວພັດທະນາວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກໍາ, ການຫັນເປັນດີຈີຕອນແຫ່ງຊາດ.
ທ່ານ Doan Khac Hoang, ທີ່ປຶກສາ-ລັດ ຖະມົນຕີ ສະຖານທູດ ໄດ້ສະເໜີບາງຈຸດເດັ່ນຂອງແຜນງານ, ໃນນັ້ນ ໄດ້ກຳນົດ 3 ຫຼັກການຕົ້ນຕໍຄື: ຄວາມຢືດຢຸ່ນ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ; ການດູດຊຶມເລືອກ; ຊຸກຍູ້ການເຂົ້າຮ່ວມຂອງທັງລັດ ແລະ ວິສາຫະກິດທີ່ມີປະຊາຊົນເປັນໃຈກາງ.
ໃນການວາງທິດທາງການຮ່ວມມືສາກົນດ້ານ ວິທະຍາສາດ ເຕັກໂນໂລຢີຂອງ ຫວຽດນາມ, ສະຫະພັນລັດເຊຍ ໄດ້ຈັດອັນດັບໜຶ່ງໃນກຸ່ມທີ 1 ພ້ອມກັບບັນດາປະເທດພັດທະນາແລ້ວ. ສະນັ້ນ, ວຽກງານການທູດວິທະຍາສາດໃນຂົງເຂດແມ່ນມີຄວາມໝາຍອັນໃຫຍ່ຫຼວງ ແລະ ຕ້ອງບັນລຸໄດ້ຄຳແນະນຳໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ.
ທີ່ການພົບປະ, ທ່ານຫົວໜ້າກົມວິທະຍາສາດ ແລະ ເຕັກໂນໂລຊີສະຖານທູດຫວຽດນາມ ຫງວຽນຫງອກແອງ ໄດ້ແນະນຳທິດທາງ ແລະ ຍຸດທະສາດຂອງລັດເຊຍ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ, ຜ່ານນັ້ນປະກອບຄຳເຫັນກ່ຽວກັບຄວາມສາມາດບົ່ມຊ້ອນທີ່ ຫວຽດນາມ ສາມາດຂຸດຄົ້ນ ແລະ ພັດທະນາຢ່າງເລິກເຊິ່ງກ່ວາອີກ. ຕາມນັ້ນແລ້ວ, ເຖິງວ່າຫວຽດນາມມີທ່າອ່ຽງພັດທະນາວິທະຍາສາດໂດຍພື້ນຖານເມື່ອທຽບໃສ່ທິດທາງທີ່ຕັ້ງໜ້າ, ສະຫະພັນລັດເຊຍ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ປອດໄພ ແລະ ເຊື່ອຖືໄດ້ຂອງຫວຽດນາມ. ນີ້ຖືເປັນພິເສດແມ່ນພິຈາລະນາເຖິງຄວາມຈຳເປັນຕ້ອງຮັບປະກັນ ອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດໃນການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ທັງຮັບປະກັນທີ່ຕັ້ງທີ່ເປັນທຳຂອງຫວຽດນາມ ໃນບັນດາໂຄງການຮ່ວມ.
ຕາມການລາຍງານຂອງຫົວໜ້າກົມການສຶກສາຂອງສະຖານທູດ, ທ່ານ Mai Nguyen Tuyet Hoa ໃຫ້ຮູ້ວ່າ, ນອກຈາກບັນດາສູນຄົ້ນຄວ້າວິທະຍາສາດທີ່ມີມາແຕ່ດົນນານແລ້ວ, ວຽກງານຄົ້ນຄວ້າຍັງໄດ້ຮັບການເອົາໃຈໃສ່ຢ່າງໃຫຍ່ຫຼວງຢູ່ບັນດາມະຫາວິທະຍາໄລໃນທົ່ວສະຫະພັນ, ພິເສດແມ່ນບັນດາໂຄງການຄັດເລືອກຂອງລັດຖະບານກາງ “ບຸລິມະສິດ” ເພື່ອໜູນຊ່ວຍບັນດາມະຫາວິທະຍາໄລ.
ດ້ວຍຈຳນວນນັກສຶກສາຫວຽດນາມ, ນັກສຶກສາປະລິນຍາຕີ, ນັກຄົ້ນຄ້ວາທີ່ພວມຮໍ່າຮຽນຢູ່ລັດເຊຍໃນແຕ່ລະປີດ້ວຍຫຼາຍຮູບຫຼາຍແບບ, ນີ້ກໍ່ແມ່ນກາລະໂອກາດອັນດີທີ່ຕ້ອງໄດ້ຍາດມາໄດ້ເພື່ອໃຫ້ນັກສຶກສາຫວຽດນາມ ເຂົ້າເຖິງໄວ ແລະ ເຂົ້າຮ່ວມບັນດາໂຄງການຄົ້ນຄວ້າວິທະຍາສາດລະດັບສູງ.
ອັດຕາສ່ວນຂອງນັກສຶກສາຫວຽດນາມ ທີ່ຮຽນ STEM (ວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ) ກວມເອົາປະມານ 30% ຂອງຈຳນວນນັກສຶກສາສາກົນຢູ່ ລັດເຊຍ. ນີ້ແມ່ນອັດຕາທີ່ດີທີ່ສຸດ, ຫວຽດນາມ ຕ້ອງຍາດແຍ່ງເອົາເງື່ອນໄຂດ້ານການເມືອງທີ່ສະດວກໃນປະຈຸບັນເພື່ອຮັກສາ ແລະ ເພີ່ມທະວີອັດຕານີ້, ກໍ່ສ້າງບັນດາຄະນະນັກວິທະຍາສາດທີ່ໄດ້ຮັບການບຳລຸງສ້າງທີ່ມີປະສົບການຄົ້ນຄວ້າລະດັບສູງ ແລະ ການຮ່ວມມືສາກົນ.
ສ່ວນທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເນັ້ນໜັກວ່າ: ປະຈຸບັນ ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ, ໃນນັ້ນ ລັດເຊຍ ມີຈຸດພິເສດດ້ານຄວາມປອດໄພໃນການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເມື່ອທຽບໃສ່ຫຼາຍປະເທດ. ສະນັ້ນ, ເພື່ອຮັບຮູ້ ແລະ ຍົກສູງປະສິດທິຜົນການຮ່ວມມື, ປັດໄຈສຳຄັນແມ່ນຄວາມຮັບຮູ້ກ່ຽວກັບບົດບາດຂອງບັນດາຜູ້ເຮັດວຽກງານການທູດວິທະຍາສາດ.
ເຖິງວ່າການນຳໃຊ້ບໍ່ແມ່ນຈຸດແຂງກໍ່ຕາມ, ແຕ່ຜົນສຳເລັດທີ່ນຳໃຊ້ຂອງວິທະຍາສາດລັດເຊຍ ໄດ້ຮັບການຮັບຮູ້ຈາກໂລກ ແລະ ຫວຽດນາມ, ຫວ່າງມໍ່ໆມານີ້ ແມ່ນວັກແຊງຕ້ານພະຍາດໂຄວິດ-19 ແລະ ຢາປິ່ນປົວມະເຮັງໃໝ່ທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບອະນຸຍາດ. ລະບົບຂອງມະຫາວິທະຍາໄລແລະສະຖາບັນວິທະຍາສາດລັດເຊຍສະເຫມີຮັກສາການຈັດອັນດັບສູງໃນການຈັດອັນດັບໂລກ.
ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຊີ້ແຈ້ງວ່າ: ຄວາມຫຍຸ້ງຍາກໃນໄລຍະໃໝ່ສາມາດກາຍເປັນກາລະໂອກາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືໃນການຖ່າຍທອດເຕັກໂນໂລຢີ. ກ່ຽວກັບບັນດາຂົງເຂດສຳຄັນທີ່ຕ້ອງການຄົ້ນຄ້ວາເລິກເຊິ່ງ ເພື່ອໃຫ້ລັດຖະບານ ແລະ ບັນດາກະຊວງ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຊີ້ແຈ້ງວ່າ: ພະລັງງານນິວເຄຼຍ, ເຕັກໂນໂລຊີອະວະກາດ ແລະ ດາວທຽມ, ວິທະຍາສາດພື້ນຖານ, ອຸດສາຫະກຳປ້ອງກັນປະເທດ, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເນັ້ນໜັກເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ກອງປະຊຸມຄັ້ງນີ້ກ່ຽວກັບການຈັດຕັ້ງປະຕິບັດການທູດວິທະຍາສາດຈະແນະນຳຂໍ້ລິເລີ່ມອື່ນໆເພື່ອແນໃສ່ປະຕິບັດວຽກງານສະເພາະ, ສ້າງນະວັດຕະກຳດ້ານຄຸນນະພາບໃນຄວາມຮັບຮູ້ ແລະ ການກະທຳຂອງຜູ້ເຮັດວຽກງານການທູດວິທະຍາສາດ, ຊຸກຍູ້ວິທະຍາສາດ ແລະ ຊ່ວຍໃຫ້ວິທະຍາສາດເປັນທິດທາງສຳຄັນໃນການທູດ./.
ທີ່ມາ: https://www.vietnamplus.vn/trien-khai-cong-tac-ngoai-giao-khoa-hoc-cong-nghe-tai-lien-bang-nga-post1077082.vnp






(0)