ເຫດການດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນ ທາງການທູດ ລະຫວ່າງ 2 ປະເທດ, ຄົບຮອບ 40 ປີແຫ່ງການປະຕິບັດການຮ່ວມຄັ້ງທຳອິດເພື່ອຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ, ແລະ ຄົບຮອບ 50 ປີແຫ່ງວັນສິ້ນສຸດສົງຄາມຢູ່ ຫວຽດນາມ.
ເຂົ້າຮ່ວມພິທີມອບ-ຮັບຄັ້ງນີ້ ມີຄະນະກຳມະການສູນກາງຊອກຫາຜູ້ຫາຍສາບສູນຫວຽດນາມ (VNOSMP), ຜູ້ຕາງໜ້າບັນດາ ກະຊວງປ້ອງກັນປະເທດ , ການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ.
ຝ່າຍອາເມລິກາ, ມີທ່ານຮອງເອກອັກຄະລັດຖະທູດຫວຽດນາມ Courtney Beale, ຜູ້ຕາງໜ້າສະຖານທູດອາເມລິກາ, ສຳນັກງານ MIA ອາເມລິກາ ປະຈຳ ຮ່າໂນ້ຍ , ບັນດານັກຮົບເກົ່າ ອາເມລິກາ ແລະ ບັນດານັກຊ່ຽວຊານ MIA ອາເມລິກາ ເຂົ້າຮ່ວມການຊອກຄົ້ນຫາຮ່ວມຄັ້ງທີ 159 (ພຶດສະພາ - ກໍລະກົດ).

ທີ່ພິທີ, ຝ່າຍຫວຽດນາມ ໄດ້ມອບຕູ້ທີ່ບັນຈຸຊາກສົບຂອງຝ່າຍອາເມລິກາ 3 ໜ່ວຍໃຫ້ຝ່າຍອາເມລິກາ. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຊອກຫາຂອງຄະນະຄົ້ນຄ້ວາຮ່ວມຫວຽດນາມ - ອາເມລິກາ ໃນເຂດນ່ານນ້ຳແຂວງ ແຄ໋ງຮ່ວາ.
ວັນທີ 23 ກໍລະກົດນີ້, ບັນດາຊາກສົບເຫຼົ່ານີ້ໄດ້ຮັບການກວດກາໂດຍນັກຊ່ຽວຊານດ້ານວິຊາການຫວຽດນາມ ແລະ ອາເມລິກາ ແລະ ໄດ້ຮັບການສະຫລຸບເບື້ອງຕົ້ນວ່າ ອາດຈະກ່ຽວພັນເຖິງທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມຢູ່ຫວຽດນາມ. ຊາກສົບຈະຖືກໂອນໄປຫ້ອງທົດລອງທາງວິທຍາສາດໃນລັດຮາວາຍ ເພື່ອວິເຄາະ ແລະລະບຸຕົວຕົນ.
ໃນການຢ້ຽມຢາມຫວຽດນາມ ເມື່ອອາທິດຜ່ານມາ, ທ່ານ Kelly McKeague, ຫົວໜ້າອົງການບັນຊີ POW/MIA ຂອງກະຊວງປ້ອງກັນປະເທດ ອາເມລິກາ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ຫວຽດນາມ, ອົງການຊອກຫາຜູ້ຫາຍສາບສູນ (VNOSMP), ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ໄດ້ສ້າງເງື່ອນໄຂສະດວກ ແລະ ສຸດຈິດສຸດໃຈໜູນຊ່ວຍຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມ.
ຢືນຢັນຈະສືບຕໍ່ປະກອບສ່ວນສຽງຂອງຕົນເພື່ອໃຫ້ລັດຖະສະພາ, ລັດຖະບານ ແລະ ເຈົ້າໜ້າທີ່ອາເມລິກາ ສືບຕໍ່ສະໜັບສະໜູນການພັດທະນາຢ່າງໝັ້ນຄົງຂອງການພົວພັນຫວຽດນາມ - ອາເມລິກາ, ຮັກສາ ແລະ ຜັນຂະຫຍາຍບັນດາໂຄງການຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.
ການເຄື່ອນໄຫວຮ່ວມມືດ້ານມະນຸດສະທຳເພື່ອຊອກຫາ ແລະ ບັນຊີທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ ໄດ້ຮັບການປະຕິບັດໂດຍ 2 ປະເທດໃນທັນທີພາຍຫຼັງສັນຍາປາຣີ ໄດ້ລົງນາມເມື່ອປີ 1973. ມາຮອດປະຈຸບັນ, ການເຄື່ອນໄຫວນີ້ບັນລຸໄດ້ໝາກຜົນດີ, ຊ່ວຍໃຫ້ ອາເມລິກາ ກຳນົດ ແລະ ສົ່ງຄືນຊາກສົບຂອງທະຫານອາເມລິກາ ເກືອບ 750 ຄົນ ທີ່ຫາຍສາບສູນໃນສົງຄາມຢູ່ ຫວຽດນາມ.
ນີ້ແມ່ນໝາກຜົນທີ່ມີຄວາມໝາຍທີ່ສຸດສຳລັບປະຊາຊົນ ແລະ ລັດຖະບານ ອາເມລິກາ, ປະກອບສ່ວນຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງ 2 ປະເທດເວົ້າລວມ.
ທີ່ມາ: https://vietnamnet.vn/viet-nam-ban-giao-cho-my-3-hom-dung-hai-cot-quan-nhan-mat-tich-trong-chien-tranh-2425762.html
(0)