ຫວຽດນາມ ເປັນຫ່ວງທີ່ສຸດ, ໂກດແຄ້ນ, ຄັດຄ້ານການກະທຳທີ່ໂຫດຮ້າຍແຮງຂອງກຳລັງປະຕິບັດກົດໝາຍຈີນຕໍ່ຊາວປະມົງ ແລະ ກຳປັ່ນຫາປາຫວຽດນາມ ທີ່ເຄື່ອນໄຫວຢູ່ໝູ່ເກາະ ຮ່ວາງຊາ.
ຕອນຄ່ຳວັນທີ 2 ຕຸລາ, ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວ VietNamNet ກ່ຽວກັບກອງກຳລັງປະຕິບັດກົດໝາຍຈີນ ສະກັດກັ້ນ, ບາດເຈັບ, ຢຶດຊັບສິນຂອງຊາວປະມົງຫວຽດນາມ ຢູ່ເຮືອຫາປາໝາຍເລກ QNg 95739 TS (ແຂວງກວາງງາຍ) ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຢູ່ ໝູ່ເກາະຮ່ວາງຊາ ຂອງຫວຽດນາມ ໃນວັນທີ 29 ກັນຍາ.
ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ. ພາບ: BNG
ໂຄສົກກະຊວງການຕ່າງປະເທດຫວຽດນາມ Pham Thu Hang ເນັ້ນໜັກວ່າ: “ການກະທຳດັ່ງກ່າວຂອງກຳລັງປະຕິບັດກົດໝາຍຈີນໄດ້ລະເມີດ ອະທິປະໄຕ ຂອງຫວຽດນາມສຳລັບໝູ່ເກາະ ຮ່ວາງຊາ ຢ່າງຮ້າຍແຮງ, ຝ່າຝືນກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982, ໄດ້ຝ່າຝືນຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງສອງປະເທດກ່ຽວກັບການພິພາດທະເລທີ່ດີກວ່າ.
ຫວຽດນາມ ເປັນຫ່ວງເປັນໄຍທີ່ສຸດ, ຄຽດແຄ້ນ ແລະ ເດັດດ່ຽວຄັດຄ້ານການກະທຳອັນໂຫດຮ້າຍຂອງກຳລັງປະຕິບັດກົດໝາຍຂອງຈີນ ຕໍ່ຊາວປະມົງ ແລະ ເຮືອຫາປາຂອງຫວຽດນາມ ທີ່ເຄື່ອນໄຫວຢູ່ ໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ, ເຊິ່ງກໍ່ໃຫ້ເກີດການບາດເຈັບ, ໄພຂົ່ມຂູ່ຕໍ່ຊີວິດ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງຊາວປະມົງຫວຽດນາມ.
ກະຊວງການຕ່າງປະເທດຫວຽດນາມ ໄດ້ຕິດຕໍ່ພົວພັນກັບສະຖານທູດຈີນປະຈຳ ຮ່າໂນ້ຍ ຢ່າງເຂັ້ມງວດ, ຄັດຄ້ານການກະທຳດັ່ງກ່າວຂອງບັນດາກຳລັງປະຕິບັດກົດໝາຍຂອງຈີນ. ຫວຽດນາມຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະຮ່ວາງຊາຢ່າງຄົບຖ້ວນ, ເລັ່ງລັດສືບສວນແລະແຈ້ງໝາກຜົນໃຫ້ຫວຽດນາມຊາບ, ແລະບໍ່ໃຫ້ມີການກະທຳທີ່ຄ້າຍຄືກັນອີກ.
Vietnamnet.vn
ທີ່ມາ: https://vietnamnet.vn/viet-nam-bat-binh-phan-doi-cach-hanh-xu-tho-bao-voi-ngu-dan-tai-hoang-sa-2328231.html
(0)