ທ່ານນາຍົກລັດຖະມົນຕີ Pham Minh Chinh ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet. (ທີ່ມາ: VNA) |
ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Hun Manet ອີກຄັ້ງໜຶ່ງທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊົມເຊີຍທ່ານນາຍົກລັດຖະມົນຕີ Hun Manet ສືບຕໍ່ບັນດາຜົນງານອັນໃຫຍ່ຫຼວງໃນການຮັກສາສະຖຽນລະພາບ, ຊຸກຍູ້ການພັດທະນາ ເສດຖະກິດ - ສັງຄົມ , ປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.
2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ໂດຍຜ່ານການພົບປະລະຫວ່າງການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ, ແລະ ໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ດີທີ່ສຸດໃຫ້ແກ່ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງ.
2 ຝ່າຍເຫັນດີເປັນເອກະສັນປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມື ແລະ ເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ, ປະກອບສ່ວນສະໜັບສະໜູນເຊິ່ງກັນ ແລະ ກັນໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ; ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາການເຄື່ອນໄຫວຮ່ວມມືດ້ານການລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດຂອງ 2 ປະເທດ, ພິເສດແມ່ນບັນດາຂົງເຂດຄື: ການຄ້າຊາຍແດນ, ການຮ່ວມມືພັດທະນາເສດຖະກິດຢູ່ເຂດຊາຍແດນ, ປະຕິບັດແນວຄວາມຄິດການຮ່ວມມືດ້ານການທ່ອງທ່ຽວ “ໜຶ່ງແລວທາງໜຶ່ງເສັ້ນທາງ, ສາມຈຸດໝາຍ” ລະຫວ່າງ ກຳປູເຈຍ, ລາວ-ຫວຽດນາມ; ພ້ອມກັນນັ້ນ, ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ ດຳເນີນທຸລະກິດ ແລະ ດຳລົງຊີວິດຢ່າງໝັ້ນຄົງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດຕິດພັນລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ການນຳຂັ້ນສູງຂອງຫວຽດນາມ ມາຍັງພະມະຫາກະສັດ, ພະລາຊີນີ, ສົມເດັດ ເຊໂຈ ຮຸນແຊນ, ປະທານພັກປະຊາຊົນກຳປູເຈຍ (CPP), ແລະ ບັນດາການນຳຂັ້ນສູງ ແລະ ອະດີດການນຳກຳປູເຈຍ.
ທີ່ມາ
(0)