Vietnam.vn - Nền tảng quảng bá Việt Nam

ຫວຽດນາມ ຕີ​ລາຄາ​ສູງ​ການ​ພົວພັນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຈີ​ເລ

2 ຝ່າຍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ຂອງ​ທັງ​ສອງ​ຝ່າຍ, ຍາດ​ແຍ່ງ​ເອົາ​ທ່າ​ໄດ້​ປຽບ​ຈາກ​ສັນຍາ CPTPP, ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ກັນ​ແລະ​ກັນ.

VietnamPlusVietnamPlus07/07/2025

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Gabriel Boric. (ພາບ: ເຢືອງ/VNA)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Gabriel Boric. (ພາບ: ເຢືອງ/VNA)

ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 7 ກໍລະກົດ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ BRICS ​ເປີດ​ກວ້າງ​ຢູ່ Rio de Janeiro, ປະ​ເທດ ບຣາຊິນ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ ຈີ​ເລ Gabriel Boric Font.

ໃນ​ບັນຍາກາດ​ທີ່​ສະໜິດສະໜົມ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຈີ​ເລ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສາມັກຄີ, ສະໜັບສະໜູນ​ຫວຽດນາມ ​ໃນ​ວິວັດ​ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ເປັນ​ເອກະ​ພາບ, ສ້າງ​ຕັ້ງ​ການ​ພົວພັນ ​ທາງ​ການ​ທູດ ​ກັບ ຫວຽດນາມ ​ເມື່ອ​ປີ 1971.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ To Lam, ປະ​ທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Tran Thanh Man ເຖິງ​ປະ​ທານ Gabriel Boric Font.

ສ່ວນທ່ານປະທານ Gabriel Boric Font ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດສະຫາຍທີ່ສະໜິດສະໜົມ ແລະ ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຈີເລ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ຈີເລ Salvador Allende ທີ່ໄດ້ລ້ຽງດູມາຫຼາຍລຸ້ນຄົນ.

2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຈີ​ເລ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ (​ເດືອນ​ພະຈິກ 2024), ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ຈີ​ເລ ຢ່າງ​ເລິກ​ເຊິ່ງ.

ການ​ນຳ​ສອງ​ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ຊີ້​ນຳ​ບັນດາ​ກະຊວງ, ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ, ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ຂອງ​ສອງ​ປະ​ເທດ, ຍາດ​ແຍ່ງ​ເອົາ​ທ່າ​ແຮງ​ຂອງ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (CPTPP).

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ ຈີເລ ສ້າງເງື່ອນໄຂສະດວກ ແລະ ມີນະໂຍບາຍພິເສດເພື່ອໃຫ້ວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢ່າງມີປະສິດທິຜົນຢູ່ ຈີເລ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຢູ່ ຈີເລ.

ແບ່ງປັນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີ Pham Minh Chinh, ທ່ານ​ປະທານ​ປະ​ເທດ ຈີ​ເລ Gabriel Boric Font ຫວັງ​ວ່າ 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການທ່ອງທ່ຽວ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ttxvn-ນາຍົກລັດຖະມົນຕີ-ຟາມ-ມິນ-ຊິນ-ມີ-ຊິລີ-ປະທານ-ກາບຣີລ-ໂບຣິກ-8136299.jpg

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ Gabriel Boric. (ພາບ: ເຢືອງ/VNA)

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ສົ່ງ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ​ເຖິງ​ທ່ານ​ປະທານ​ປະ​ເທດ ຈີ​ເລ ມາ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ ​ໃນ​ເດືອນ 10/2025./.

(TTXVN/Vietnam+)

ທີ່ມາ: https://www.vietnamplus.vn/viet-nam-coi-trong-quan-he-va-thuc-day-hop-tac-nhieu-mat-voi-chile-post1048432.vnp


(0)

No data
No data

​ເຂົ້າ​ໜຸ່ມ​ມີ​ໄຕ​ພວມ​ຈູດ​ໄຟ, ຟົດ​ຟື້ນ​ດ້ວຍ​ຈັງຫວະ​ການ​ຕຳ​ຂອງ​ສັດຕູ​ພືດ​ເພື່ອ​ປູກ​ພືດ​ໃໝ່.
ພາບຫຍໍ້ຂອງແຂ້ແຂ້ຢູ່ຫວຽດນາມ, ປະຈຸບັນຕັ້ງແຕ່ສະ ໄໝ ໄດໂນເສົາ
ໃນ​ຕອນ​ເຊົ້າ​ນີ້, Quy Nhon ໄດ້​ຕື່ນ​ຂຶ້ນ​ໃນ​ຄວາມ​ເສຍ​ຫາຍ.
ວິລະ​ຊົນ​ກຳມະກອນ​ໄທ​ຮຸງ​ໄດ້​ຮັບ​ຫຼຽນ​ໄຊ​ມິດຕະພາບ​ໂດຍ​ກົງ​ໂດຍ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢູ່​ວັງ Kremlin.

ມໍລະດົກ

ຮູບ

ທຸລະກິດ

ວິລະ​ຊົນ​ກຳມະກອນ​ໄທ​ຮຸງ​ໄດ້​ຮັບ​ຫຼຽນ​ໄຊ​ມິດຕະພາບ​ໂດຍ​ກົງ​ໂດຍ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢູ່​ວັງ Kremlin.

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ