
ທີ່ການພົບປະກັບທ່ານເລຂາທິການໃຫຍ່ GCC ທ່ານ Jassim Muhammad Al-Budaiwi, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ຕີລາຄາສູງບົດບາດຂອງ GCC ແລະ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ GCC ແລະ ບັນດາປະເທດສະມາຊິກ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການຮ່ວມມື ອາຊຽນ - GCC, ສອງພາກ ພື້ນ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງ ການຕ່າງປະເທດ ຫວຽດນາມ ແລະຄະນະເລຂາ GCC ໄດ້ເປີດຊ່ອງທາງການຮ່ວມມືໃໝ່ ແລະທ່າແຮງ, ເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ GCC. ທ່ານນາຍົກລັດຖະມົນຕີ ສະເໜີກະຊວງການຕ່າງປະເທດຫວຽດນາມ ແລະຄະນະເລຂາ GCC ເຫັນດີເປັນເອກະພາບໂດຍໄວກ່ຽວກັບໂຄງການຮ່ວມມືສະເພາະ ເພື່ອປະຕິບັດບົດບັນທຶກຄວາມເຂົ້າໃຈທີ່ຫາກໍ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ.
ສ່ວນທ່ານເລຂາທິການໃຫຍ່ GCC ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມ ກໍ່ຄືບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ທ່ານເລຂາທິການໃຫຍ່ GCC ສະແດງຄວາມປິຕິຊົມຊື່ນຍິນດີທີ່ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີຜູ້ທຳອິດຂອງຫວຽດນາມ ມາຢ້ຽມຢາມສໍານັກງານໃຫຍ່ GCC, ແມ່ນອາຄານປະຫວັດສາດທີ່ໄດ້ເປັນສັກຂີພິຍານໃນທຸກບາດກ້າວພັດທະນາຂອງສະພາ 42 ປີ.

ທ່ານເລຂາທິການໃຫຍ່ຢືນຢັນວ່າ ທັງ 6 ປະເທດອ່າວມີການພົວພັນອັນດີງາມກັບຫວຽດນາມ ແລະ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫລາຍຢ່າງ. ກອງເລຂາ GCC ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດສະມາຊິກໃນບັນດາຂົງເຂດເຊິ່ງ 2 ຝ່າຍມີກຳລັງແຮງ. ກ່ຽວກັບການຮ່ວມມືອາຊຽນ - GCC, ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, 2 ຝ່າຍຈະບັນລຸຜົນສຳເລັດຢ່າງແນ່ນອນ, ເພາະວ່າທັງສອງພາກພື້ນມີຄວາມໝັ້ນຄົງ, ຂະຫຍັນຂັນເຄື່ອນ, ຮັກສາສັນຕິພາບ, ມານະພະຍາຍາມຊຸກຍູ້ການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ທ່ານເລຂາທິການໃຫຍ່ GCC ກັບຄືນມາຢ້ຽມຢາມ ຫວຽດນາມ ໂດຍໄວ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືສະເພາະ. ເລຂາທິການໃຫຍ່ຂອງ GCC ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະກ່າວວ່າ ທ່ານມີຄວາມມຸ່ງຫວັງຫຼາຍຕໍ່ການເດີນທາງຄັ້ງນີ້.
ທີ່ມາ
(0)