ທ່ານຮອງ ນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ປະທານຄະນະກຳມະການເອີລົບ Ursula von der Leyen. (ທີ່ມາ: VGP) |
ໃນໂອກາດເຂົ້າຮ່ວມເວທີປາໄສ Global Gateway, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ມີການພົບປະ ແລະ ເຮັດວຽກກັບປະທານຄະນະກຳມະການເອີລົບ (EC), ໄດ້ໃຫ້ການຕ້ອນຮັບປະທານທະນາຄານລົງທຶນເອີລົບ (EIB) ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງການເງິນ ຫວຽດນາມ ແລະ ທະນາຄານລົງທຶນເອີລົບ ກ່ຽວກັບການໜູນຊ່ວຍດ້ານການເງິນ 500 ລ້ານ Euro ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາເປົ້າໝາຍການຫັນເປັນຄູ່ຮ່ວມມືດ້ານພະລັງງານພຽງຢາງ. (JETP).
ທີ່ການພົບປະກັບທ່ານປະທານ EC Ursula von der Leyen, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ, ແລະ ຕີລາຄາສູງບັນດາຍຸດທະສາດ ແລະ ຂໍ້ລິເລີ່ມໃໝ່ຂອງ EU ກ່ຽວກັບການເພີ່ມທະວີການຮ່ວມມືກັບພາກພື້ນ ອາຊີ - ປາ ຊີຟິກ.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ EU ແລະ ບັນດາປະເທດສະມາຊິກ ຈະເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນດ້ານການເງິນ, ເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ ແລະ ພະລັງງານ; ບັນດາປະເທດສະມາຊິກ EU ຈະໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ ແລະ ປະຕິບັດສັນຍາ EVFTA ຢ່າງຄົບຖ້ວນ ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍ; ແລະ ຮຽກຮ້ອງໃຫ້ EC ພິຈາລະນາຍົກເລີກບັດເຫຼືອງ IUU ໃຫ້ແກ່ການສົ່ງອອກສິນທະເລຂອງຫວຽດນາມ ໂດຍໄວ ເພື່ອປະກອບສ່ວນເຂົ້າໃນຈຸດໝາຍຟື້ນຟູ ແລະ ພັດທະນາແບບຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງການເງິນ ຫວຽດນາມ ແລະ ທະນາຄານລົງທຶນເອີລົບ. (ທີ່ມາ: VGP) |
ທ່ານປະທານ EC Ursula von der Leyen ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EC ໃນການປະຕິບັດບັນດາຍຸດທະສາດ ແລະ ຂໍ້ລິເລີ່ມການຮ່ວມມືກັບພາກພື້ນ, ໄດ້ຕີລາຄາສູງຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເວທີປາໄສ, ແລະ ຍິນດີຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ 2 ຝ່າຍ, ພິເສດແມ່ນການປະຕິບັດຂອບການຄູ່ຮ່ວມມືປ່ຽນແປງໃໝ່ດ້ານພະລັງງານ (JETP).
ທ່ານນາງ Ursula von der Leyen ເນັ້ນໜັກວ່າ ຫວຽດນາມ ເປັນແບບຢ່າງດີເລີດໃນການຮ່ວມມືກັບ EU, ຂອບໃຈ ຫວຽດນາມ ທີ່ໄດ້ມານະພະຍາຍາມປະຕິບັດບັນດາຂໍ້ສະເໜີແນະຂອງ EC ກ່ຽວກັບ IUU, ຫວັງວ່າຈະແກ້ໄຂບັນຫານີ້ໂດຍໄວໃນໄລຍະຈະມາເຖິງ.
ໃນການປະຕິບັດຍຸດທະສາດປະຕູສູ່ໂລກ, ທ່ານປະທານ EC ຢືນຢັນຈະສືບຕໍ່ໃຫ້ບຸລິມະສິດການຮ່ວມມືໃນຂົງເຂດພະລັງງານທົດແທນ, ການຫັນເປັນດີຈີຕອນ, ການເຕີບໂຕສີຂຽວກັບຫວຽດນາມ.
ສອງຝ່າຍເຫັນດີເປັນເອກະພາບວ່າ, ການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນຫວຽດນາມ ແລະທະນາຄານລົງທຶນເອີຣົບ ໃນມື້ນີ້ຈະສ້າງພື້ນຖານ ແລະເງື່ອນໄຂສະດວກເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືເພື່ອຕອບສະໜອງບັນດາບັນຫາທົ່ວໂລກຢ່າງມີປະສິດທິຜົນ.
2 ຝ່າຍກໍ່ຖືວ່າ: ການເຂົ້າຮ່ວມຂອງວິສາຫະກິດເອກະຊົນ ແລະ ທຶນຮອນເອກະຊົນ ແມ່ນສຳຄັນທີ່ສຸດໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດພຽງຢາງ (JETP).
ທີ່ມາ
(0)