ຕອນບ່າຍວັນທີ 3 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ທີ່ເຂົ້າຢ້ຽມຂ່ຳນັບ ແລະ ອວຍພອນທ່ານປະທານາທິບໍດີ ເນື່ອງໃນໂອກາດເຂົ້າຮັບຕຳແໜ່ງໃໝ່.

ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ To Lam ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Uladzimir Baravikou ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ເບລາຣຸດ (3 ກໍລະກົດ 1991 – 3 ກໍລະກົດ 2024) ແລະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ດ້ານເສດຖະກິດ - ສັງຄົມ ທີ່ ເບລາຣຸດ ບັນລຸໄດ້ໃນການພັດທະນາປະເທດຊາດໃນໄລຍະມໍ່ໆມານີ້.
ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ມິດຕະພາບພື້ນເມືອງ ແລະ ການຮ່ວມມືຫຼາຍດ້ານກັບ ເບລາຣຸດ ໄດ້ຮັບການປູກຝັງຈາກການນຳ ແລະ ປະຊາຊົນສອງປະເທດນັບແຕ່ສະໄໝໂຊວຽດ, ແລະ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງໃນໄລຍະ 30 ປີຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1992.
ຫວຽດນາມ ຍາມໃດກໍ່ຖື ເບລາຣຸດ ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຕີລາຄາສູງການຊ່ວຍເຫຼືອຂອງ ເບລາຣຸດ ທີ່ຜ່ານມາ ໃຫ້ແກ່ຫວຽດນາມ, ແລະ ມີຄວາມຕັ້ງໃຈຈະສືບຕໍ່ເພີ່ມທະວີການຮ່ວມມືຫຼາຍດ້ານກັບ ເບລາຣຸດ.
ທ່ານປະທານປະເທດ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້, ລວມທັງການຊຸກຍູ້ກົນໄກຄະນະກໍາມະການລະຫວ່າງລັດຖະບານໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມື, ຕັ້ງໜ້າຊອກຫາມາດຕະການເພີ່ມທະວີການຮ່ວມມືໃນຂົງເຂດການເມືອງ-ການທູດ, ເສດຖະກິດ-ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ, ການຮ່ວມມືທ້ອງຖິ່ນ ແລະ ອື່ນໆ.
ສ່ວນທ່ານເອກອັກຄະລັດຖະທູດ Uladzimir Baravikou ຢືນຢັນວ່າ ເບລາຣຸດ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ 2 ປະເທດ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ ແລະ ການພົວພັນແລກປ່ຽນປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ.
ທ່ານເອກອັກຄະລັດຖະທູດໄດ້ເຫັນດີເປັນເອກະສັນກັບບັນດາທິດທາງຊຸກຍູ້ການຮ່ວມມືທີ່ທ່ານປະທານປະເທດສະເໜີ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະສະພາ ແລະ ສະຫະພັນຊາວໜຸ່ມ, ເພີ່ມທະວີການແລກປ່ຽນປະຊາຊົນ, ໃນນັ້ນມີວັດທະນະທຳ ແລະ ທ່ອງທ່ຽວ, ພິເສດແມ່ນພາຍຫຼັງສັນຍາລະຫວ່າງ ຫວຽດນາມ ແລະ ເບລາຣຸດ ກ່ຽວກັບການຍົກເວັ້ນວີຊາ; ຢືນຢັນວ່າ, ທ່ານເອກອັກຄະລັດຖະທູດຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ.
ປຶກສາຫາລືກ່ຽວກັບການຮ່ວມມືຢູ່ບັນດາອົງການຈັດຕັ້ງສາກົນ ແລະບັນດາເວທີປາໄສຫຼາຍຝ່າຍ, ທ່ານປະທານາທິບໍດີ To Lam ແລະ ທ່ານເອກອັກຄະລັດຖະທູດ ເບລາຣຸດ ຖືວ່າ 2 ປະເທດຈະສືບຕໍ່ສົມທົບ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ເຊັ່ນ: ສະຫະປະຊາຊາດ, ສະຫະພັນເສດຖະກິດເອີລົບ ແລະ ອື່ນໆ ເພື່ອຜົນປະໂຫຍດລວມຂອງ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທີ່ມາ






(0)