ທ່ານຮອງ ນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ລົງນາມໃນຄຳໝັ້ນສັນຍາເລກທີ 36/QD-TTg ກ່ຽວກັບການວາງແຜນໂຄງລ່າງດ້ານຂໍ້ມູນຂ່າວສານ ແລະ ການສື່ສານໄລຍະ 2021-2030, ມີວິໄສທັດຮອດປີ 2050.
ພິເສດ, ໃນແຜນການກຳນົດວ່າ ຮອດປີ 2025, ຫວຽດນາມ ຈະກາຍເປັນ 20 ປະເທດໃຫຍ່ ໃນໂລກ ໃນການຫັນອິນເຕີເນັດເປັນ IPv6; ສູ້ຊົນໃຫ້ເຂດເຕັກໂນໂລຊີສູງ 100%, ເຂດເຕັກໂນໂລຊີຂໍ້ມູນຂ່າວສານເຂັ້ມແຂງ, ສູນຄົ້ນຄ້ວາ, ພັດທະນາ ແລະ ນະວັດຕະກຳສາມາດເຂົ້າເຖິງອິນເຕີເນັດດ້ວຍຄວາມໄວຕ່ຳສຸດ 1Gb/s ໃນປີ 2025; ຜັນຂະຫຍາຍ ແລະ ລົງທຶນໃສ່ສາຍເຄເບີນໂທລະຄົມມະນາຄົມສາກົນຕື່ມອີກ 2-4 ແຫ່ງ.
ພ້ອມກັນນັ້ນ, ຕາມແຜນການ, ຮອດປີ 2025, ຫວຽດນາມ ຈະສ້າງຕັ້ງ ແລະ ນຳໃຊ້ສູນຂໍ້ມູນແຫ່ງຊາດເປັນພື້ນຖານໂຄງລ່າງເພື່ອຮັບໃຊ້ບັນດາຖານຂໍ້ມູນແຫ່ງຊາດ ແລະ ບັນດາຖານຂໍ້ມູນຮ່ວມອື່ນໆຕາມກົດໝາຍກຳນົດ; ສ້າງກຸ່ມສູນຂໍ້ມູນອະເນກປະສົງແຫ່ງຊາດຢ່າງໜ້ອຍ 3 ກຸ່ມ; ປະກອບເປັນກຸ່ມສູນຂໍ້ມູນອະເນກປະສົງຂອງພາກພື້ນ. 100% ບັນດາອົງການ ລັດຖະບານ ຈະນຳໃຊ້ລະບົບນິເວດຄອມພິວເຕີ cloud ເພື່ອຮັບໃຊ້ລັດຖະບານດິຈິຕອລ ແລະ 70% ວິສາຫະກິດຫວຽດນາມ ຈະນຳໃຊ້ບັນດາການບໍລິການ cloud computing ໂດຍວິສາຫະກິດພາຍໃນປະເທດ.
ລັດຖະບານກໍ່ໃຫ້ຮູ້ວ່າ: ການພັດທະນາອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານແມ່ນອີງໃສ່ບັນດາເຕັກໂນໂລຢີດີຈີຕອນຄື: ປັນຍາປະດິດ, ຂໍ້ມູນໃຫຍ່, Blockchain, Cloud Computing, ອິນເຕີເນັດຂອງສິ່ງຂອງ... ອຸດສາຫະກຳເຕັກໂນໂລຊີດີຈີຕອນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍໄດ້ເອົາໃຈໃສ່ຫັນປ່ຽນຈາກການປະກອບ ແລະ ປຸງແຕ່ງມາເປັນຜະລິດຕະພັນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມ.
ພູທອນ
ທີ່ມາ






(0)