ກ່າວຄຳເຫັນທີ່ພິທີປະກາດແຜນການຟື້ນຟູຖ້ຽວບິນຢູ່ຕະຫຼາດຫວຽດນາມ ຮ່ວມກັນໂດຍບໍລິສັດການບິນໄທ ແລະ ບໍລິສັດການບິນ Huong Giang Aviation Services Co., Ltd (HG Aviation) ໄດ້ດຳເນີນໃນຕອນບ່າຍວັນທີ 25/10 ຢູ່ຮ່າໂນ້ຍ, ທ່ານຫົວໜ້າກົມ ທ່ອງທ່ຽວ ແຫ່ງຊາດ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ແລະ ໄທ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, 2 ຝ່າຍຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສການທ່ອງທ່ຽວຫຼາຍຝ່າຍ.
ຫວຽດນາມ - ໄທ ຊຸກຍູ້ການຂຸດຄົ້ນການທ່ອງທ່ຽວ. ຄາດວ່າປີ 2024 ຈະມີນັກທ່ອງທ່ຽວໄທມາຢ້ຽມຢາມຫວຽດນາມປະມານ 1-1,5 ລ້ານເທື່ອຄົນ.
ບັນດາຂະແໜງການທ່ອງທ່ຽວຂອງສອງປະເທດໄດ້ຜັນຂະຫຍາຍຫຼາຍໂຄງການຮ່ວມມື ແລະ ສົມທົບກັນໃນບັນດາການເຄື່ອນໄຫວດ້ານການຕະຫຼາດເພື່ອດຶງດູດນັກທ່ອງທ່ຽວຈາກປະເທດທີ 3 ມາທ່ອງທ່ຽວທັງຫວຽດນາມ ແລະ ໄທ....
ທ່ານ Nguyen Trung Khanh ເນັ້ນໜັກວ່າ: ການທ່ອງທ່ຽວມີບົດບາດສຳຄັນໃນການເຕີບໂຕ ດ້ານເສດຖະກິດ ຂອງໄທ ກໍ່ຄືຫຼາຍປະເທດໃນພາກພື້ນ ອາຊຽນ. ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຮໍ່າຮຽນປະສົບການຫຼາຍຢ່າງຈາກໄທ ໃນການພັດທະນາຜະລິດຕະພັນ ແລະ ການສົ່ງເສີມຈຸດໝາຍປາຍທາງ.
ໃນ 10 ເດືອນຕົ້ນປີ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນປະມານ 10 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວໄທປະມານ 500.000 ຄົນ. ໃນຂະນະນັ້ນ, ມີນັກທ່ອງທ່ຽວຫວຽດນາມ ໄປທ່ຽວໄທປະມານ 900.000 ຄົນ.
ແຕ່ວັນທີ 29 ຕຸລານີ້, ບໍລິສັດການບິນໄທຈະດຳເນີນຖ້ຽວບິນລະຫວ່າງບາງກອກ (ໄທ) ແລະ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ (ຫວຽດນາມ) ດ້ວຍຄວາມຖີ່ 4 ຖ້ຽວຕໍ່ມື້, ໂດຍສະໜອງການບໍລິການຊັ້ນທຸລະກິດ ແລະ ຊັ້ນເສດຖະກິດ.
ທ່ານ Nguyen Trung Khanh ໃຫ້ຮູ້ວ່າ: ຂະແໜງທ່ອງທ່ຽວຫວຽດນາມ ໄດ້ຖອດຖອນບົດຮຽນຫຼາຍຢ່າງຈາກໄທ.
ທ່ານຫົວໜ້າກົມທ່ອງທ່ຽວແຫ່ງຊາດເນັ້ນໜັກວ່າ: ການບິນໄທກັບຫວຽດນາມຄືນໃໝ່ແມ່ນມີຄວາມໝາຍສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕດ້ານເສດຖະກິດ, ການທ່ອງທ່ຽວລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນນັກທ່ອງທ່ຽວທັງສອງທິດແລະກັບປະເທດທີສາມ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ 2 ຝ່າຍຈະສົມທົບກັນຜັນຂະຫຍາຍບັນດາຜະລິດຕະພັນການທ່ອງທ່ຽວລະຫວ່າງພາກພື້ນ, ເຊື່ອມຕໍ່ສອງປະເທດເປັນຈຸດໝາຍປາຍທາງໜຶ່ງ, ອີງໃສ່ຈຸດແຂງຂອງການທ່ອງທ່ຽວຂອງ 2 ປະເທດເພື່ອສົມທົບກັນຊຸກຍູ້ຕະຫຼາດ, ດຶງດູດແຂກທ່ອງທ່ຽວຈາກປະເທດທີ 3 ມາຢ້ຽມຢາມ ໄທ ແລະ ຫວຽດນາມ ກໍ່ຄືບັນດາປະເທດໃນພາກພື້ນ ດ້ວຍຖ້ຽວບິນຂອງ Thai Airways.
ທ່ານ ໂງມິງດຶກ, ປະທານບໍລິສັດການບິນ HG ໃຫ້ຮູ້ວ່າ: ເພື່ອຊຸກຍູ້ການທ່ອງທ່ຽວລະຫວ່າງສອງຝ່າຍ, ບໍລິສັດການບິນໄທຈະມີນະໂຍບາຍບຸລິມະສິດ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາວິສາຫະກິດທ່ອງທ່ຽວຫວຽດນາມ, ພິເສດແມ່ນບັນດາອົງການທ່ອງທ່ຽວ, ມີບັນດາໂຄງການທ່ອງທ່ຽວທີ່ສົມເຫດສົມຜົນໃຫ້ແກ່ນັກທ່ອງທ່ຽວຫວຽດນາມ.
ນອກຈາກນັ້ນ, ບໍລິສັດຈະເພີ່ມທະວີການສົ່ງເສີມ, ຍົກລະດັບຄຸນນະພາບການບໍລິການ, ແລະໃຫ້ບໍລິການລູກຄ້າ. ນອກຈາກຕະຫຼາດດັ້ງເດີມ, ບໍລິສັດຈະມຸ່ງໄປເຖິງການພັດທະນາຕະຫຼາດ MICE (ການທ່ອງທ່ຽວສົມທົບກັບກອງປະຊຸມ, ສໍາມະນາ, ແລະເຫດການ).
ທ່ານ ໄກໂຄດ ຈັນທະສິງ, ຜູ້ອຳນວຍການຝ່າຍການຄ້າຂອງສາຍການບິນໄທ ໃຫ້ຮູ້ວ່າ: ການເປີດຖ້ຽວບິນຄືນໃໝ່ຈະຊ່ວຍໃຫ້ຈຳນວນຜູ້ໂດຍສານລະຫວ່າງສອງປະເທດເຕີບໂຕຢ່າງແຂງແຮງໃນໄລຍະຈະມາເຖິງ. ໃນປີ 2024, ຄາດວ່າຈະມີນັກທ່ອງທ່ຽວໄທມາຫວຽດນາມປະມານ 1-1,5 ລ້ານເທື່ອຄົນ.
ທີ່ມາ






(0)