(VOVWORLD) -ວັນທີ 25 ຕຸລາ, ກຸ່ມບໍລິ ສັດ Vietravel ແລະ ກຸ່ມບໍລິສັດ Vingroup ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານເພື່ອຊຸກຍູ້ການຫັນເປັນສີຂຽວຢ່າງແຂງແຮງໃນວິວັດທະນາການດຳເນີນທຸລະກິດ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງບັນດາເຄື່ອງໝາຍການຄ້າຫວຽດນາມ ໃນເວທີສາກົນ.
ພາຍໃຕ້ຂໍ້ຕົກລົງຮ່ວມມືຮອບດ້ານ, ສອງຝ່າຍຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາບໍລິສັດໃນລະບົບນິເວດ ເພື່ອສົ່ງເສີມ ການທ່ອງທ່ຽວ ແລະການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ, ສະໜອງປະສົບການສີຂຽວໃຫ້ແກ່ນັກທ່ອງທ່ຽວ ແລະສ້າງຊີວິດແບບຍືນຍົງ.

ຜູ້ນຳກຸ່ມບໍລິສັດ Vietravel ແລະບໍລິສັດ Vingroup ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ
ພິເສດແມ່ນໃນຂົງເຂດທ່ອງທ່ຽວສີຂຽວ, Vietravel ແລະ Vingroup ຈະຄົ້ນຄວ້າເພື່ອນຳເອົາລົດໄຟຟ້າ VinFast ແລະ ລົດເມໄຟຟ້າ VinBus ເຂົ້າມາໃຫ້ບໍລິການຂົນສົ່ງນັກທ່ອງທ່ຽວ. ບໍລິສັດຫຸ້ນສ່ວນ Green and Smart Mobility (GSM), ບໍລິສັດຫຸ້ນສ່ວນການຄ້າ ແລະບໍລິການ FGF - For Green Future - ຄູ່ຮ່ວມມືຂອງ Vingroup ຍັງຈະສົມທົບກັບ Vietravel ເພື່ອນຳໃຊ້ບໍລິການລົດສີຂຽວໃນການທ່ອງທ່ຽວ, ຖ້ຽວບິນ ແລະ ຜະລິດຕະພັນການທ່ອງທ່ຽວທີ່ເໝາະສົມ. ນອກຈາກນັ້ນ, Vinpearl ແລະ VinWonders ຍັງຈະຄົ້ນຄວ້າເພື່ອສະໜອງຊຸດບໍລິການການທ່ອງທ່ຽວແບບປອດຂີ້ເຫຍື້ອພລາສຕິກ, ສ້າງປະສົບການທີ່ແຕກຕ່າງໃຫ້ແກ່ລູກຄ້າ Vietravel.

ກຸ່ມບໍລິສັດ Vietravel ແລະບໍລິສັດ Vingroup ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາບໍລິສັດໃນລະບົບນິເວດ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ.
ໃນຂົງເຂດເຄື່ອນໄຫວສີຂຽວ, Vietravel ສະໜັບສະໜູນຍຸດທະສາດຫັນປ່ຽນສີຂຽວຂອງ Vingroup, ໂດຍສະເພາະແມ່ນໂຄງການ “ນ້ຳໃຈຫວຽດນາມ ເຂັ້ມແຂງ - ເພື່ອອະນາຄົດສີຂຽວ”. ສອງຝ່າຍຈະສົມທົບກັນຈັດຕັ້ງການທົດລອງລົດໄຟຟ້າ, ສ້າງສະຖານີສາກໄຟ, ຊຸກຍູ້ໃຫ້ພະນັກງານນຳໃຊ້ພາຫະນະສີຂຽວ, ເປັນມິດກັບສິ່ງແວດລ້ອມໃນທຸກໆການເດີນທາງ.
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນກວກກີ, ປະທານຄະນະກຳມະການບໍລິຫານກຸ່ມບໍລິສັດ Vietravel ແບ່ງປັນວ່າ: “ການລົງນາມໃນບົດບັນທຶກຊ່ວຍຈຳແມ່ນບາດກ້າວຍຸດທະສາດຮອບດ້ານ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງສອງກຸ່ມໃນການເຊື່ອມຈອດລະບົບນິເວດການທ່ອງທ່ຽວຈາກ Vietravel ແລະ ໂຄງການຫັນເປັນສີຂຽວຈາກ Vingroup. ສຳລັບການທ່ອງທ່ຽວບໍ່ພຽງແຕ່ແມ່ນທ່າອ່ຽງສີຂຽວເທົ່ານັ້ນ. ຍຸດທະສາດພັດທະນາໄລຍະຍາວ ໂດຍມີເປົ້າໝາຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກການເຄື່ອນໄຫວທ່ອງທ່ຽວ ດັ່ງນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຜ່ານການຮ່ວມມືນີ້, Vietravel ແລະ Vingroup ຈະສ້າງຄຸນຄ່າໃໝ່ຫຼາຍຢ່າງ, ປະກອບສ່ວນສ້າງອະນາຄົດອັນຂຽວສົດໃຫ້ຫວຽດນາມ ແລະ ໃນໂລກ.
ທ່ານນາງ ເລທິທູຮັ່ງ, ຮອງປະທານບໍລິສັດ Vingroup, ປະທານບໍລິສັດ VinFast ໃຫ້ຮູ້ວ່າ: “ການຫັນເປັນສີຂຽວແມ່ນໜຶ່ງໃນບັນດາປັດໃຈສຳຄັນເພື່ອໃຫ້ວິສາຫະກິດຫວຽດນາມ ເພີ່ມທະວີຄວາມໄດ້ປຽບໃນການແຂ່ງຂັນທົ່ວໂລກ, ການຮ່ວມມືຮອບດ້ານລະຫວ່າງ Vingroup ແລະ Vietravel ປະຈຸບັນມີຄວາມໝາຍສຳຄັນ, ບໍ່ພຽງແຕ່ປະກອບສ່ວນສ້າງຜະລິດຕະພັນສີຂຽວ - ລະບົບນິເວດການບໍລິການເທົ່ານັ້ນ, ແຕ່ສຳຄັນກວ່ານັ້ນ, ກໍ່ຄືການສ້າງເຄື່ອງໝາຍການຄ້າສີຂຽວຂອງຫວຽດນາມ ໃນອະນາຄົດ.
ການລົງນາມໃນສັນຍາຮ່ວມມືຍຸດທະສາດລະຫວ່າງກຸ່ມບໍລິສັດ Vietravel ແລະ Vingroup ບໍ່ພຽງແຕ່ສ້າງກາລະໂອກາດພັດທະນາຜະລິດຕະພັນ ແລະ ການບໍລິການໃໝ່ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນເປົ້າໝາຍການພັດທະນາແບບຍືນຍົງໃຫ້ແກ່ລະບົບນິເວດທັງໝົດຂອງ 2 ກຸ່ມອີກດ້ວຍ. ພິເສດ, ເຫດການນີ້ຍັງໄດ້ສ້າງຂີດໝາຍໃໝ່ໃນເຄືອຂ່າຍວິສາຫະກິດ ຫວຽດນາມ ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຮ່ວມກັນ, ພ້ອມກັບລັດຖະບານ ເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາບັນລຸໄດ້ສູນການລະບາຍອາຍພິດໃນປີ 2050./.
ທີ່ມາ: https://toquoc.vn/sap-co-khu-du-lich-sinh-thai-quy-mo-hon-100ha-tren-dinh-hon-ba-20241025160338147.htm






(0)