|
ການນຳຄະນະກຳມະ ການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ໄລວຸງ ໄດ້ມອບເຮືອນຢູ່ຄວາມສາມັກຄີອັນໃຫຍ່ຫຼວງໃຫ້ບັນດາຄອບຄົວ. |
ຕາມນັ້ນແລ້ວ, ໂຄງການກໍ່ສ້າງ 3 ເຮືອນໄດ້ເລີ່ມດຳເນີນແຕ່ເດືອນ 7/2025, ໃນນັ້ນ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງ ໄລເຟືອງ ໄດ້ໜູນຊ່ວຍໃຫ້ແຕ່ລະເຮືອນມີມູນຄ່າ 40 – 60 ລ້ານດົ່ງ. ມາຮອດປະຈຸບັນ, ເຮືອນທີ່ສ້າງສຳເລັດແມ່ນກວ້າງຂວາງ ແລະ ແຂງແຮງ, ໄດ້ມອບໃຫ້ບັນດາຄອບຄົວ. ນີ້ແມ່ນການເຄື່ອນໄຫວປະຕິບັດເພື່ອແນໃສ່ຜັນຂະຫຍາຍບັນດາຜົນງານເພື່ອຕ້ອນຮັບກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການ ການເມືອງ ສັງຄົມແຂວງ ດົ່ງທາບ ມຸ່ງໄປເຖິງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2026 – 2031.
ພ້ອມກັນນັ້ນ, ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈຜູ້ທຸກຍາກ, ບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ, ແນໃສ່ໜູນຊ່ວຍບັນດາຄອບຄົວທຸກຍາກມີເຮືອນຢູ່ທີ່ໝັ້ນຄົງ, ມີຄວາມສະຫງົບໃນການເຮັດວຽກ ແລະ ການຜະລິດ, ປັບປຸງຊີວິດການເປັນຢູ່ເທື່ອລະກ້າວ...
ນ້ຳພົງ
ທີ່ມາ: https://baodongthap.vn/xa-hoi/an-sinh-xa-hoi/202511/xa-lai-vung-ban-giao-3-can-nha-dai-doan-ket-cho-ho-ngheo-1051832/







(0)