[embed]https://www.youtube.com/watch?v=HCqrLD65CxY[/embed]
ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ສະພາບການຂອງໂລກໄດ້ມີການຜັນແປຫຼາຍຢ່າງ, ສົ່ງຜົນສະທ້ອນບໍ່ດີຕໍ່ ເສດຖະກິດ ຫວຽດນາມ, ໃນນັ້ນມີບັນດາການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກໂດຍທົ່ວໄປ, ການສົ່ງອອກໄມ້ເວົ້າລວມ. ຕະຫຼາດອາເມລິກາຊົມໃຊ້ 50% - 55% ຍອດມູນຄ່າຜະລິດຕະພັນໄມ້ສົ່ງອອກຈາກຫວຽດນາມ. ແນວໃດກໍດີ, ຜູ້ບໍລິໂພກໃນປະເທດນີ້ຍັງຕ້ອງຈ່າຍດອກເບ້ຍທະນາຄານເກີນ 7% ແລະບໍ່ສາມາດຕັດສິນໃຈຊື້ເຮືອນ, ຮ້ານຄ້າ ຫຼືເຟີນີເຈີປ່ຽນແທນໄດ້ງ່າຍ. ນອກນີ້, ຄວາມຖີ່ຂອງການດຳເນີນຄະດີ, ສືບສວນ ແລະ ການວາງມາດຕະການປ້ອງກັນການຄ້າກັບບັນດາຜະລິດຕະພັນໄມ້ທີ່ມີຕົ້ນກຳເນີດຈາກຫວຽດນາມ ເພີ່ມຂຶ້ນ, ບັນດາວິສາຫະກິດໄມ້ຫວຽດນາມ ປະສົບກັບຄວາມສ່ຽງຫຼາຍຢ່າງ.
ນອກຈາກນັ້ນ, ວິສາຫະກິດສົ່ງອອກໄມ້ຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍໃໝ່ຄື: ຕ້ອງປະຕິບັດຕາມລະບຽບການຂອງ EU ກ່ຽວກັບການຕ້ານການທຳລາຍປ່າ, ຄວາມຮັບຜິດຊອບຂອງອຸດສາຫະກຳໄມ້ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງຄົບຖ້ວນຄື: Lacey (ອາເມລິກາ), ກົນໄກດັດປັບຊາຍແດນກາກບອນທີ່ສະເໜີໂດຍຄະນະກຳມາທິການເອີຣົບ...
ທີ່ມາ: THNM/TTV News
ທີ່ມາ






(0)