ຕອນບ່າຍວັນທີ 25/10, ຢູ່ ຮ່າໂນ້ຍ , ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ໄດ້ເປັນປະທານກອງປະຊຸມຂ່າວສາກົນໃນຂອບເຂດພິທີລົງນາມ ແລະ ກອງປະຊຸມຂັ້ນສູງຂອງສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍານະຄອນຮ່າໂນ້ຍ).
ມາຮອດປະຈຸບັນ, ມີ 65 ປະເທດໄດ້ລົງນາມ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງເຂົາເຈົ້າໃນການສ້າງຊ່ອງທາງອິນເຕີເນັດທີ່ປອດໄພ, ໝັ້ນຄົງ ແລະຍືນຍົງ. ທ່ານນາຍົກລັດຖະມົນ ຕີເນັ້ນໜັກວ່າ, ນີ້ແມ່ນບັນດາບາດກ້າວປະຫວັດສາດ, ຢືນຢັນນ້ຳໃຈຄວາມຮັບຜິດຊອບຂອງທົ່ວໂລກໃນການຕອບໂຕ້ອາດຊະຍາກຳທາງອິນເຕີເນັດ.
ທ່ານ Guterres ຕີລາຄາວ່າ ສົນທິສັນຍາແມ່ນສົນທິສັນຍາຍຸດຕິທຳທາງອາຍາຄັ້ງທຳອິດໃນຮອບ 20 ກວ່າປີ, ໄດ້ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງລັດທິຫຼາຍຝ່າຍ ແລະ ຄວາມພະຍາຍາມຮ່ວມກັນເພື່ອປົກປ້ອງສິດທິມະນຸດໃນຍຸກດີຈີຕອນ. ການເລືອກເອົາຮ່າໂນ້ຍເປັນສະຖານທີ່ເປີດພິທີລົງນາມໄດ້ສະແດງໃຫ້ເຫັນເຖິງການເພີ່ມທະວີກຽດສັກສີ ແລະ ທີ່ຕັ້ງສາກົນຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືທົ່ວໂລກກ່ຽວກັບຄວາມປອດໄພທາງອິນເຕີແນັດ./.
ທີ່ມາ: https://www.vietnamplus.vn/65-quoc-gia-ky-cong-uoc-ha-noi-cam-ket-xay-dung-khong-giant-mang-an-toan-post1072655.vnp






(0)