
ທ່ານລັດຖະມົນຕີ Yvette Cooper ໄດ້ຊົມເຊີຍການສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ 2 ຝ່າຍໃນການຜັນຂະຫຍາຍການພົວພັນລະຫວ່າງ 2 ປະເທດ. ທ່ານນາງຊົມເຊີຍການລົງນາມໃນຂໍ້ຕົກລົງກ່ຽວກັບການອົບພະຍົບ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ການສຶກສາ ແລະ ບຳລຸງສ້າງ, ຮັກສາສຸຂະພາບ ແລະ ສັນຍາການຄ້າທີ່ສຳຄັນໃນໄລຍະຢ້ຽມຢາມຂອງທ່ານເລຂາທິການໃຫຍ່ To Lam.
ທ່ານລັດຖະມົນຕີ Yvette Cooper ເຊື່ອໝັ້ນວ່າ 2 ຝ່າຍມີກາລະໂອກາດຮ່ວມມືຫຼາຍດ້ານໃນຂົງເຂດການຄ້າ ແລະ ການລົງທຶນ, ວິທະຍາສາດ ເຕັກໂນໂລຊີ, ໃນນັ້ນມີວິທະຍາສາດທະເລ, ນະວັດຕະກຳ, ການສຶກສາ ແລະ ບຳລຸງສ້າງ, ຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອບັນລຸໄດ້ໝາກຜົນຕົວຈິງ.
ທີ່ການພົບປະ, ທ່ານລັດຖະມົນຕີ ເລຮ່ວາຍຈູງ ໄດ້ຂອບອົກຂອບໃຈກະຊວງການຕ່າງປະເທດ 2 ປະເທດ ໄດ້ສົມທົບກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການຈັດຕັ້ງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ To Lam ໃຫ້ສຳເລັດຜົນ, ແລະ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາໝາກຜົນຂອງການຢ້ຽມຢາມ. ທ່ານລັດຖະມົນຕີ ເລຮ່ວາຍຈູງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້; ຢືນຢັນຈະສົມທົບກັບບັນດາຄູ່ຮ່ວມມືຂອງອັງກິດ ເພື່ອນຳການພົວພັນ ຫວຽດນາມ - ອັງກິດ ເຂົ້າສູ່ໄລຍະພັດທະນາໃໝ່, ແທດເໝາະກັບລະດັບໃໝ່, ຕອບສະໜອງຄວາມຄາດໝາຍຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ.
ທ່ານລັດຖະມົນຕີ ເລຮ່ວາຍຈູງ ສະເໜີໃຫ້ກະຊວງການຕ່າງປະເທດ 2 ປະເທດສືບຕໍ່ສົມທົບກັນຊຸກຍູ້ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືປະຈຳປີຢ່າງມີປະສິດທິຜົນໃນຂົງເຂດການເມືອງ - ການທູດ, ປ້ອງກັນຄວາມສະຫງົບ, ເສດຖະກິດ; ຕັ້ງໜ້າຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອັງກິດ ແລະ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (CPTPP) ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ Le Hoai Trung ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ແມ່ນຂົວຕໍ່ໃຫ້ອັງກິດ ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດສະມາຊິກ.
2 ຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອັງກິດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ບົດບາດນຳໜ້າໃນການປະສານສົມທົບການພົວພັນ, ຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ.
ເນື່ອງໃນໂອກາດນີ້, ສອງລັດຖະມົນຕີໄດ້ປຶກສາຫາລືຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານລັດຖະມົນຕີ Le Hoai Trung ໄດ້ເຊື້ອເຊີນທ່ານລັດຖະມົນຕີ Yvette Cooper ມາຢ້ຽມຢາມ ຫວຽດນາມ. ທ່ານລັດຖະມົນຕີ Yvette Cooper ໄດ້ຂອບໃຈທ່ານ ແລະ ຮັບເອົາຄຳເຊີນຢ່າງດີໃຈ.
ທີ່ມາ: https://baotintuc.vn/thoi-su/anh-tin-tuong-vao-trien-vong-hop-tac-voi-viet-nam-20251031230226716.htm






(0)