ບັກນິງສຸມໃສ່ຊຸກຍູ້ຂະແໜງເຕັກໂນໂລຊີສູງ
ບັກນິງແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ສຸມໃສ່ບັນດານັກລົງທຶນຕ່າງປະເທດ ແລະ ກຸ່ມ ເສດຖະກິດ ໃຫຍ່ຄື: Canon, Samsung, Microsoft. ບັກນິງ ກໍ່ແມ່ນສວນອຸດສາຫະກຳ Yen Phong - ສວນອຸດສາຫະກຳໃຫຍ່ທີ່ສຸດຂອງປະເທດ. ໃນໄລຍະຈະມາເຖິງ, ແຂວງຈະສຸມໃສ່ຊຸກຍູ້ການຫັນເປັນອຸດສາຫະກຳ, ທັນສະໄໝມຸ່ງໄປເຖິງອຸດສາຫະກຳເຕັກໂນໂລຊີສູງ. ຕາມນັ້ນແລ້ວ, ແຂວງ ບັກນິງ ໄດ້ຕັ້ງໜ້າກໍ່ສ້າງລະບົບນະໂຍບາຍປະສານສົມທົບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ CNC, ລົງທຶນໜູນຊ່ວຍການພັດທະນາອຸດສາຫະກຳ ດ້ວຍຫຼາຍວິທີແກ້ໄຂບັນຫາຄື: ສ້າງຕັ້ງບັນດາຈຸດຈຸດສຸມ, ຈັດຕັ້ງພື້ນຖານໂຄງລ່າງຂອງເຂດອຸດສາຫະກຳ ແລະ ກຸ່ມບໍລິສັດເພື່ອຕອບສະໜອງຄວາມຕ້ອງການຂອງວິສາຫະກິດທຸກຂະໜາດ, ບັນດາກຸ່ມແກ້ໄຂບັນດາກົນໄກ, ນະໂຍບາຍ ແລະ ລະບຽບການບໍລິຫານ.






(0)