ພາຍຫຼັງຜົນສຳເລັດຂອງວັນໂພຊະນາການຊຸມຊົນຫວຽດນາມ ຄັ້ງທີ 1 ປີ 2023 ຢູ່ສະໜາມຫຼວງ ດົ່ງກີງເຫ້ວ (ຮ່າໂນ້ຍ), ປີນີ້, ໂຄງການໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ດ້ວຍເປົ້າໝາຍໂຄສະນາເຜີຍແຜ່ຈິດໃຈ ວິທະຍາສາດ ດ້ານໂພຊະນາການຢ່າງແຂງແຮງ - ອອກກຳລັງກາຍຢ່າງສົມກຽດໄປສູ່ພາກພື້ນ ແລະ ທ້ອງຖິ່ນ. ພ້ອມກັນນັ້ນ, ກໍ່ໄດ້ປຸກລະດົມກຳລັງໃຈໃຫ້ປະຊາຊົນດຳລົງຊີວິດຢ່າງຕັ້ງໜ້າ ແລະ ມີສຸຂະພາບເຂັ້ມແຂງ.
ບັນດາຜູ້ແທນດຳເນີນພິທີເປີດສະຫຼອງວັນໂພຊະນາການຊຸມຊົນ ຫວຽດນາມ ຄັ້ງທີ 2. ພາບ: SKDS
ຄຽງຄູ່ກັບການປະກວດ “ຂ້ອຍມີສຸຂະພາບດີ ແລະ ສວຍງາມກວ່າ” ທີ່ຈັດຂຶ້ນໃນປີ 2022 ແລະ 2023 ຜ່ານເຫດການມື້ນີ້, ໜັງສືພິມ ສຸຂະພາບ ແລະ ຊີວິດ ຫວັງວ່າຈະສືບຕໍ່ໂຄສະນາການເຄື່ອນໄຫວການອອກກຳລັງກາຍ ແລະ ປະຕິບັດໂພຊະນາການວິທະຍາສາດໃຫ້ແກ່ມວນຊົນ, ໂດຍສະເພາະແມ່ນຮູບແບບໂພຊະນາການ ແລະ ອອກກຳລັງກາຍເປັນກຸ່ມໃຫ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນຊຸມຊົນ.
ນັກຂ່າວ ເຈີ່ນຕ໋ວນລິງ, ບັນນາທິການໃຫຍ່ໜັງສືພິມສຸຂະພາບ ແລະຊີວິດ, ຫົວໜ້າຄະນະຈັດຕັ້ງ, ໃຫ້ຮູ້ວ່າ: ໂຄງການໄດ້ແຜ່ຂະຫຍາຍຢ່າງແຂງແຮງ ແລະ ໄດ້ດຶງດູດປະຊາຊົນ. ບໍ່ພຽງແຕ່ຢູ່ ຮ່າໂນ້ຍ ຫຼື ນະຄອນໂຮ່ຈິມິນເທົ່ານັ້ນ, ການເຄື່ອນໄຫວອອກກຳລັງກາຍ, ບຳລຸງສ້າງຮ່ວມກັນຢູ່ບັນດາກຸ່ມ, ສະມາຄົມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຢູ່ຫຼາຍແຂວງ, ນະຄອນ. ວັນໂພຊະນາການຊຸມຊົນຫວຽດນາມ ຄັ້ງທີ 2 ຍັງປະກອບຄຳໝັ້ນສັນຍາ “ໂພຊະນາການວິທະຍາສາດ, ອອກກຳລັງກາຍຢ່າງສົມເຫດສົມຜົນ” ເພື່ອຊຸກຍູ້ໃຫ້ປະຊາຊົນໃນທົ່ວປະເທດຕອບສະໜອງການເຄື່ອນໄຫວອອກກຳລັງກາຍເພື່ອປັບປຸງສຸຂະພາບ ແລະ ການປະຕິບັດໂພຊະນາການ.
“ກິດຈະກຳວັນໂພຊະນາການຊຸມຊົນ ຫວຽດນາມ ຄັ້ງທີ 2 ບໍ່ພຽງແຕ່ເປັນເວທີທີ່ 25 ທີມເຂົ້າຮ່ວມແຂ່ງຂັນເທົ່ານັ້ນ, ແຕ່ແມ່ນງານບຸນແຫ່ງການເຊື່ອມໂຍງ ແລະ ກະຈາຍແຮງບັນດານໃຈໃນການອອກກຳລັງກາຍ ແລະ ໂພຊະນາການ. ທີມທີ່ເຂົ້າຮ່ວມງານໃນມື້ນີ້ສະແດງເຖິງທ່າອ່ຽງການຝຶກຊ້ອມທີ່ນັບມື້ນັບມີຄວາມນິຍົມໃນການອອກກຳລັງກາຍ ແລະ ຝຶກຊ້ອມໂພຊະນາການຮ່ວມກັນ.
ນັກຂ່າວ ເຈີ່ນຕ໋ວນລິງ, ຫົວໜ້າບັນນາທິການໃຫຍ່ໜັງສືພິມ ສຸຂະພາບ ແລະຊີວິດ, ຫົວໜ້າຄະນະຈັດຕັ້ງ ໄດ້ມອບດອກໄມ້ໃຫ້ ທ່ານ ຫງວຽນແທ່ງດາດ, ຜູ້ອຳນວຍການໃຫຍ່ ການສື່ສານ ຂອງ Herbalife ຫວຽດນາມ. ພາບ: SKDS
ຄຽງຄູ່ກັບການແຂ່ງຂັນທີ່ໜ້າຕື່ນເຕັ້ນຂອງ 25 ທີມຈາກນະຄອນໂຮ່ຈີມິນ ແລະ ບັນດາແຂວງໃກ້ຄຽງ, ຄະນະຈັດຕັ້ງຍັງໄດ້ຈັດ 10 ບູດໃຫ້ຄຳປຶກສາດ້ານສຸຂະພາບໂດຍບໍ່ເສຍຄ່າ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານແຖວໜ້າຂອງ ຫວຽດນາມ. ປະຊາຊົນໄດ້ຮັບການປຶກສາຫາລືໂດຍຜູ້ຊ່ຽວຊານທີ່ມີຄໍາແນະນໍາທີ່ເປັນປະໂຫຍດທີ່ສຸດກ່ຽວກັບໂພຊະນາການແລະການອອກກໍາລັງກາຍ.
ຄະນະຈັດຕັ້ງໃຫ້ຮູ້ວ່າ: ວັນໂພຊະນາການຊຸມຊົນຫວຽດນາມ ຄັ້ງທີ 2 ແມ່ນໃຫຍ່ທີ່ສຸດບໍ່ເຄີຍມີມາ ແລະ ໃຫ້ຄຳໝັ້ນສັນຍາຈະນຳມາເຊິ່ງຄວາມຮູ້ ແລະ ມີປະໂຫຍດຫລາຍຢ່າງໃຫ້ແກ່ປະຊາຊົນ...
ທີ່ມາ






(0)