ກອງ​ປະຊຸມ​ມີ​ບັນດາ​ສະຫາຍ​ທີ່​ເປັນ​ຜູ້​ບັນຊາ​ການ 54 ຕາ​ແສງ, ຫວອດ ​ແລະ ​ເຂດ​ພິ​ເສດ​ຂອງ​ແຂວງ; ບັນດາ​ສະຫາຍ​ທີ່​ເປັນ​ຜູ້​ບັນຊາ​ການ ​ແລະ ຜູ້​ຊ່ວຍ​ການ​ຕໍ່ສູ້​ຂອງ 5 ກອງ​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ​ພາກ​ພື້ນ. ​ເນື້ອ​ໃນ​ການ​ຝຶກ​ອົບຮົມ​ໄດ້​ສຸມ​ໃສ່​ເຜີຍ​ແຜ່ ​ແລະ ປະຕິບັດ​ຄຳ​ແນະນຳ​ກ່ຽວ​ກັບ​ການ​ກໍ່ສ້າງ​ລະບົບ​ເອກະສານ​ກຽມພ້ອມ​ສູ້​ຮົບ​ໃຫ້​ແກ່​ຂະ​ແໜງ​ການ​ທະຫານ ​ແລະ ປ້ອງ​ກັນ​ປະ​ເທດ...

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຝຶກອົບຮົມ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄດ້​ຮຽກຮ້ອງ​ວ່າ: ບັນດາ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ທະຫານ​ຂັ້ນ​ແຂວງ ສືບ​ຕໍ່​ແນະນຳ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ກໍ່ສ້າງ​ກຳລັງ​ທະຫານ​ປ້ອງ​ກັນ​ປະ​ເທດ​ໃຫ້​ເຂັ້ມ​ແຂງ, ກວ້າງຂວາງ, ມີ​ຄຸນ​ນະພາ​ບ ດ້ານ​ການ​ເມືອງ ​ແລະ ກຽມພ້ອມ​ສູ້​ຮົບ​ຢ່າງ​ຕັ້ງໜ້າ. ຈັດ​ຕັ້ງ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ບັນດາ​ເມືອງ​ສຳຄັນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ. ​ເຮັດ​ສຳ​ເລັດ​ກອງ​ບັນຊາ​ການ​ທະຫານ​ຂັ້ນ​ບ້ານ​ໃຫ້​ມີ​ຈຳນວນ​ພຽງພໍ ​ແລະ ​ໂຄງ​ປະກອບ​ຖືກຕ້ອງ, ຮັບປະກັນ​ຄວາມ​ສາມາດ​ນຳພາ ​ແລະ ບັນຊາ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ ​ແລະ ທະຫານ​ທ້ອງ​ຖິ່ນ. ຍົກສູງຄຸນນະພາບການຝຶກຊ້ອມ ແລະ ກຽມພ້ອມສູ້ຮົບ: ຮັບປະກັນການຝຶກຊ້ອມຕາມແຜນການ, ບໍ່ວ່າຈະເປັນເນື້ອໃນ, ທັນເວລາ ແລະ ມີຄວາມປອດໄພຢ່າງແທ້ຈິງ, ໂດຍສະເພາະແມ່ນການຝຶກຊ້ອມທະຫານຖາວອນ, ທະຫານເຄື່ອນທີ່, ທະຫານທະເລ. ​ເພີ່ມ​ທະວີ​ການ​ປະຕິບັດ​ແຜນການ​ກຽມພ້ອມ​ສູ້​ຮົບ, ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ໄພ​ທຳ​ມະ​ຊາດ-ຊອກ​ຫາ, ກູ້​ໄພ, ສົມທົບ​ກັບ​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ.

ສາກ​ກອງ​ປະ​ຊຸມ

ການຄຸ້ມຄອງ, ການສຶກສາ ທາງດ້ານການເມືອງ ແລະ ອຸດົມຄະຕິ, ການປະຕິບັດລະບຽບວິໄນ: ເພີ່ມທະວີການສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງຄວາມຮູ້ຄວາມສາມາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ທຸກວິຊາສະເພາະ, ໂດຍສະເພາະແມ່ນຊາວໜຸ່ມອາຍຸການທະຫານ. ກໍ່ສ້າງ​ເຈດ​ຈຳນົງ​ທາງ​ດ້ານ​ການ​ເມືອງ​ທີ່​ເຂັ້ມ​ແຂງ ​ແລະ ຄຸນສົມບັດ​ສິນ​ທຳ​ອັນ​ດີ​ໃຫ້​ແກ່​ບັນດາ​ນາຍ​ທະຫານ ​ແລະ ທະຫານ​ປ້ອງ​ກັນ​ປະ​ເທດ. ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ພະ​ແນ​ກວິຊາ​ການ ​ແລະ ອົງການ​ການ​ເງິນ ​ເພື່ອ​ແນະນຳ ​ແລະ ສະ​ເໜີ​ຮັບປະກັນ​ລະບອບ ​ແລະ ນະ​ໂຍບາຍ​ທີ່​ເໝາະ​ສົມ​ໃຫ້​ແກ່​ບັນດາ​ກຳລັງ​ທະຫານ ​ແລະ ປ້ອງ​ກັນ​ປະ​ເທດ.

ຂ່າວ ແລະ ພາບ: VAN DAM

    ແຫຼ່ງຂໍ້ມູນ: https://www.qdnd.vn/quoc-phong-an-ninh/tin-tuc/bo-chqs-tinh-quang-ninh-huong-dan-chqs-cap-xa-xay-dung-cac-loai-van-kien-sscd-843527