ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ Flanders, ລາຊະອານາຈັກແບນຊິກ Jan Jambon. (ພາບ: ຕວນແອງ) |
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ມີຄວາມປິຕິຊົມຊື່ນທີ່ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Jan Jambon ເຊິ່ງໄດ້ນຳໜ້າຄະນະຜູ້ແທນວິສາຫະກິດໃຫຍ່ 30 ແຫ່ງຂອງແບນຊິກ ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ກະສິກຳ ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຊຸກຍູ້ການເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບ ແບນຊິກ, ກໍ່ຄືກັບບັນດາພາກພື້ນ ແລະ ປະຊາຄົມ ແບນຊິກ.
ທ່ານລັດຖະມົນຕີ Flanders Jan Jambon ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ, ຂອບໃຈທ່ານລັດຖະມົນຕີ Bui Thanh Son ທີ່ໃຫ້ການຕ້ອນຮັບຄະນະຜູ້ແທນ, ຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມ ໃນພາກພື້ນ ແລະໃນໂລກ ກໍ່ຄືຄວາມມານະພະຍາຍາມຂອງຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດ ແລະການພັດທະນາເສດຖະກິດ - ສັງຄົມ ຂອງຫວຽດນາມ ພາຍຫຼັງໂລກລະບາດ Covid-19.
ທ່ານລັດຖະມົນຕີ Jan Jambon ຢືນຢັນວ່າ Flanders ຍາມໃດກໍ່ຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນພາກພື້ນ, ສະເໜີຫຼາຍຂົງເຂດເຊິ່ງສອງຝ່າຍສາມາດຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີບັນດາຂົງເຂດກໍາລັງແຮງຂອງ Flanders ແລະ ມີບັນດາຜູ້ແທນເຂົ້າຮ່ວມໃນຄະນະນີ້ຄື: ການບໍລິການ logistics, ຄົມມະນາຄົມຂົນສົ່ງ, ກະສິກຳ, ການຝຶກອົບຮົມ ແລະ ອື່ນໆ.
ສອງຝ່າຍຍິນດີຖືວ່າ, ໃນໄລຍະມໍ່ໆມານີ້, ການພົບປະແລກປ່ຽນຄະນະຜູ້ແທນ ແລະ ການພົວພັນລະຫວ່າງສອງປະເທດໄດ້ຮັບການຮັກສາຢ່າງມີປະສິດທິຜົນບໍ່ພຽງແຕ່ຢູ່ຂັ້ນລັດຖະບານກາງເທົ່ານັ້ນ, ຫາກຍັງຢູ່ລະດັບພາກພື້ນ ແລະ ຊຸມຊົນ; ຕີລາຄາສູງການຮ່ວມມືລະຫວ່າງ ຫວຽດນາມ ແລະ ແບນຊິກ ເວົ້າລວມ ແລະ ຫວຽດນາມ ແລະ Flanders ພິເສດແມ່ນບັນດາໂຄງການລົງທຶນໃນບັນດາຂົງເຂດຄື: ສວນອຸດສາຫະກຳ, ທ່າກຳປັ່ນທະເລ, ພະລັງງານທົດແທນ, ກະສິກຳ ແລະ ອື່ນໆ.
ພາບລວມຂອງການຕ້ອນຮັບ. (ພາບ: ຕວນແອງ) |
ທ່ານລັດຖະມົນຕີ Bui Thanh Son ໄດ້ຕີລາຄາວ່າ ການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ແບນຊິກ, ຂອບໃຈສະພາແຫ່ງຊາດ Flanders ໄດ້ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ຢ່າງວ່ອງໄວ; ແລະໄດ້ຮຽກຮ້ອງໃຫ້ Flanders ຊຸກຍູ້ສະພາແຫ່ງຊາດແບນຊິກໃຫ້ສັດຕະຍາບັນ EVIPA ໂດຍໄວ.
ທ່ານລັດຖະມົນຕີ ຫວັງວ່າ ແບນຊິກ ຈະຮຽກຮ້ອງໃຫ້ຄະນະກຳມາທິການ ເອີຣົບ (EC) ຍົກເລີກ “ບັດເຫຼືອງ” ຂອງ IUU ໂດຍໄວ ກ່ຽວກັບບັນດາຜະລິດຕະພັນອາຫານທະເລຂອງ ຫວຽດນາມ; ແລະ ຫວັງວ່າພາກພື້ນ Flanders ຈະຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ການຜະລິດຊິບເອເລັກໂຕຣນິກ, ພະລັງງານທົດແທນ, ການຫັນເປັນດີຈີຕອນ, ກະສິກຳສະຫຼາດ ແລະ ອື່ນໆ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Bui Thanh Son ໄດ້ສະເໜີໃຫ້ພາກພື້ນ Flanders ເພີ່ມທະວີການຮ່ວມມືກັບຄະນະກຳມະການແມ່ນ້ຳຂອງໃນການພັດທະນາ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳຂອງແມ່ນ້ຳຂອງຢ່າງໝັ້ນຄົງ ແລະ ມີປະສິດທິຜົນ.
ທ່ານລັດຖະມົນຕີ Jan Jambon ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ EU, ຢືນຢັນຈະຊຸກຍູ້ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ EU - ຫວຽດນາມ.
ທ່ານລັດຖະມົນຕີ-ປະທານ Flanders ກໍ່ເຫັນດີວ່າ Flanders ຈະສືບຕໍ່ແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະກຳມາທິການແມ່ນ້ຳຂອງ ຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ.
ທີ່ມາ
(0)