ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ໃຫ້ການຕ້ອນຮັບທ່ານ Penny Wong ລັດຖະມົນຕີ ການຕ່າງປະເທດ ອົດສະຕາລີ. (ພາບ: ເຢືອງ/VNA)
ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຢ່າງເປັນທາງການ ເນື່ອງໃນໂອກາດທີ່ທ່ານລັດຖະມົນຕີມາຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 7.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ Penny Wong ໄດ້ກັບຄືນມາຢ້ຽມຢາມ ຫວຽດນາມ, ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານລັດຖະມົນຕີ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ກະຊວງການຕ່າງປະເທດ ໃນການຊຸກຍູ້ການພົວພັນ ຫວຽດນາມ - ອົດສະຕາລີ.
ນາຍົກລັດຖະມົນຕີໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງບັນດາການນຳ ອົດສະຕາລີ ແລະ ອີກເທື່ອໜຶ່ງ ໄດ້ຊົມເຊີຍ ທ່ານນາຍົກລັດຖະມົນຕີ Anthony Albanese ຕໍ່ກັບໄຊຊະນະຂອງພັກແຮງງານໃນການເລືອກຕັ້ງທົ່ວໄປໃນເດືອນພຶດສະພາ 2024; ພ້ອມທັງສະແດງຄວາມປາດຖະໜາຢາກຕ້ອນຮັບທ່ານນາຍົກລັດຖະມົນຕີ Albanese ກັບຄືນປະເທດຫວຽດນາມ ໂດຍໄວ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງແຂງແຮງ ແລະ ມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອົດສະຕາລີ ໃນຫລາຍຂົງເຂດ. 2 ປະເທດໄດ້ຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືທີ່ໄດ້ວາງອອກໃນໂຄງການດຳເນີນງານຕາມກຳນົດເວລາ.
ວົງເງິນການຄ້າສອງສົ້ນໄດ້ຮັບການເຕີບໂຕຢ່າງໝັ້ນທ່ຽງ, ດ້ວຍກວ່າ 14 ຕື້ USD ຮອດປີ 2024. 2 ຝ່າຍໄດ້ເປີດກວ້າງຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະເສດຂອງກັນແລະກັນ.
ຕາມນັ້ນແລ້ວ, ໝາກເຜັດຂອງຫວຽດນາມ ໄດ້ສົ່ງອອກໄປຍັງ ອົດສະຕາລີ ເປັນຄັ້ງທຳອິດ ແລະ ໝາກມ່ວງຂອງ ອົດສະຕາລີ ມີຢູ່ຕະຫຼາດ ຫວຽດນາມ.
ທຶນ FDI ທີ່ໄດ້ລົງທະບຽນຈາກອົດສະຕາລີ ໄດ້ລື່ນກາຍ 3 ຕື້ USD. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງເລື່ອງ ອົດສະຕາລີ ເພີ່ມ ODA ໃຫ້ຫວຽດນາມ ຂຶ້ນເຖິງ 96,6 ລ້ານ USD.
ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ໃຫ້ການຕ້ອນຮັບທ່ານ Penny Wong ລັດຖະມົນຕີການຕ່າງປະເທດ ອົດສະຕາລີ. (ພາບ: ເຢືອງ/VNA)
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ສອງຝ່າຍຍັງມີຫຼາຍຊ່ອງຫວ່າງໃຫ້ການຮ່ວມມື, ພ້ອມທັງສະເໜີໃຫ້ສືບຕໍ່ປະຕິບັດໂຄງການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ, ພ້ອມທັງຈັດຕັ້ງບັນດາກົນໄກເຈລະຈາ, ປຶກສາຫາລືເປັນແຕ່ລະໄລຍະ ເພື່ອເພີ່ມທະວີຄວາມເຂົ້າໃຈ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.
ພ້ອມກັນນັ້ນ, 2 ຝ່າຍຕ້ອງຕັ້ງໜ້າປຶກສາຫາລືບັນດາມາດຕະການຊຸກຍູ້ການເຕີບໂຕດ້ານການຄ້າສອງສົ້ນໃຫ້ສູງຂຶ້ນໂດຍໄວ, ບັນລຸເປົ້າໝາຍ 20 ຕື້ USD, ພິເສດແມ່ນການເປີດກ້ວາງ ແລະ ອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກສິນຄ້າ.
ທ່ານນາຍົກລັດຖະມົນຕີ ສະເໜີ 2 ຝ່າຍສືບຕໍ່ຊຸກຍູ້ປະສິດທິຜົນ, ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພິເສດແມ່ນໃນຂົງເຂດຄວາມປອດໄພທາງອິນເຕີເນັດ, ການຫັນເປັນດີຈີຕອນ ແລະ ໜູນຊ່ວຍອຸປະກອນເພື່ອຍົກສູງກຳລັງຄວາມສາມາດຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ກໍ່ໄດ້ແບ່ງປັນວິໄສທັດ ແລະ ຍຸດທະສາດຂອງຫວຽດນາມ ໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ຫວັງວ່າ ສອງຝ່າຍຈະມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນດ້ານນີ້, ພິເສດແມ່ນໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ ແລະ ພັດທະນາເຕັກໂນໂລຊີຊີວະພາບ...
ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໄດ້ຊົມເຊີຍ ທ່ານນາຍົກລັດຖະມົນຕີ ແລະ ໄດ້ສະແດງຄວາມເປັນກຽດທີ່ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດຄົບຮອບ 80 ປີຂອງປະເທດນີ້.
ທ່ານນາງກ່າວວ່າ, ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ສອງປະເທດຫວນຄືນປະຫວັດສາດແລະຮູບການຮ່ວມມືໃນອະນາຄົດ; ຢືນຢັນວ່າ, ລັດຖະບານ ອົດສະຕຣາລີ ຕີລາຄາສູງບົດບາດຂອງຫວຽດນາມ ຢູ່ພາກພື້ນ ກໍ່ຄືການພົວພັນ ຫວຽດນາມ - ອົດສະຕາລີ ແລະ ປາດຖະໜາຢາກແລກປ່ຽນບັນດາມາດຕະການພັດທະນາການພົວພັນສອງຝ່າຍໃຫ້ເລິກເຊິ່ງກວ່າອີກ, ບົນພື້ນຖານວິໄສທັດ ແລະ ທັດສະນະລວມກ່ຽວກັບບັນດາບັນຫາສອງຝ່າຍ, ພາກພື້ນ ແລະ ສາກົນ.
ຂອບໃຈທ່ານນາຍົກລັດຖະມົນຕີ ທີ່ໄດ້ເອົາໃຈໃສ່, ສະໜັບສະໜູນ ແລະ ຄວາມເຫັນກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ທ່ານນາງ Penny Wong ຢືນຢັນຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ - ຄວາມໝັ້ນຄົງ, ເປີດກວ້າງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ການສຶກສາ ແລະ ບຳລຸງສ້າງ.
ທ່ານລັດຖະມົນຕີ Penny Wong ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການສົມທົບກັນລະຫວ່າງ 2 ປະເທດ, ປະກອບສ່ວນຮັດແໜ້ນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື, ເຄົາລົບກົດໝາຍສາກົນຢູ່ພາກພື້ນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/thu-tuong-tiep-bo-truong-ngoai-giao-australia-penny-wong-post1056864.vnp
(0)