
ອີງຕາມຜົນການສືບສວນໃນເບື້ອງຕົ້ນ, ໃນລະຫວ່າງປີ 2014-2017, ບໍລິສັດຫຸ້ນສ່ວນຫາຍວັນລອງ (ຫົວໜ່ວຍກໍ່ສ້າງ) ໄດ້ເຊັນ ແລະ ລົງນາມໃນສັນຍາກໍ່ສ້າງອາຄານອາພາດເມັນ F-Home (ເລກທີ 16 ລີເຖື້ອງກຽດ, ດານັງ ) ກັບບໍລິສັດຫຸ້ນສ່ວນອາຫານດານັງ (ຜູ້ລົງທຶນ), ໂດຍມີມູນຄ່າສັນຍາ ແລະ ເອກະສານຊ້ອນທ້າຍທັງໝົດເກືອບ 860 ຕື້ດົ່ງ; ແລະ ສັນຍາກໍ່ສ້າງໂຮງຮຽນອະນຸບານຊາວຫວຽດ (ເລກທີ 67 ເລກວາງຊຸງ, ດານັງ) ມູນຄ່າເກືອບ 18 ຕື້ດົ່ງ.
ເຖິງຢ່າງໃດກໍ່ຕາມ, ຫຼັງຈາກໂຄງການຕ່າງໆໄດ້ສຳເລັດ, ກວດກາ ແລະ ມອບໝາຍໃຫ້ນຳໃຊ້ໃນປີ 2018, ບໍລິສັດຫຸ້ນສ່ວນຫາຍວັນລອງບໍ່ໄດ້ອອກໃບແຈ້ງໜີ້ຄົບຖ້ວນ ແລະ ແຈ້ງພາສີຕາມທີ່ໄດ້ກຳນົດ; ເຊິ່ງສົ່ງຜົນໃຫ້ການຫຼີກລ່ຽງພາສີມູນຄ່າເພີ່ມຫຼາຍກວ່າ 8 ຕື້ດົ່ງ.
ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດເມືອງດານັງ ພວມຢູ່ໃນໄລຍະການສືບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍຕື່ມອີກ.
ແຫຼ່ງຂໍ້ມູນ: https://baodanang.vn/khoi-to-lanh-dao-va-ke-toan-cong-ty-co-phan-hai-van-long-ve-hanh-vi-tron-thue-3306522.html






(0)